ໄຂວັນບຸນ“ຂ້າພະເຈົ້າຮັກປະເທດຊາດ“ຢູ່ນະຄອນໂຮ່ຈີມິນ

ໄຂວັນບຸນ“ຂ້າພະເຈົ້າຮັກປະເທດຊາດ“ຢູ່ນະຄອນໂຮ່ຈີມິນ - ảnh 1
ວັນບຸນ“ຂ້າພະເຈົ້າຮັກປະເທດຊາດ“ຢູ່ນະຄອນໂຮ່ຈີມິນ
(ພາບ:tuoitre.vn)

(vovworld) - ວັນ​ທີ 29/8, ວັນ​ບຸນ “ຂ້າພະ​ເຈົ້າ​ຮັກ​​ປະ​ເທດ​ຊາດ“ ​ໄດ້​ໄຂ​ຂຶ້ນຢູ່​ນະຄອນ​ໂຮ່ຈີ​ມິນ, ດ້ວຍ​ການ​ເຄື່ອນ​ໄຫວ​ອັນ​ຟົດ​ຟື້ນ ​ແລະ ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ ​ແມ່ນ​ການສະ​ແດງ​​ຂອງ​ເພື່ອນ​ໜຸ່ມ 2000 ຄົນ ຕາມ​ທຳນອງ​ເພງ “ມາ​ຫາ​ຊາວ​ຫວຽດນາມ​“. ພ້ອມ​ນັ້ນ, ​ເວທີ​ປາ​ໄສ“ຂ້າພະ​ເຈົ້າ​ຮັກ​​ປະ​ເທດ​ຊາດ“ ກໍ່​ຖືກ​ຈັດ​ຂຶ້ນ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ. ອ້າຍ ຟ້າ​ມຮັ່ງ​ເຊີນ, ປະທານ​ສະຫະພັນ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

        ​“ໄວ​ໜຸ່ມນະຄອນ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ທັງ​ສຶກສາ​ມູນ​ເຊື້ອ​ຂອງ​ຊາດ, ທັງ​ສ້າງ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ​ໃນ​ໝູ່​ຊາວ​ໜຸ່ມ. “ຂ້າພະ​ເຈົ້າ​ຮັກ​​ປະ​ເທດ​ຊາດ“  ກໍ່​ແມ່ນ​ເນື້ອ​ໃນ​ສຳຄັນ ​ເຊິ່ງຂະ​ບວນການ​ຂອງ​ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ໄດ້​ປຸກລະດົມ, ນັ້ນ​ແມ່ນ​ປຸກລຸກ​ນຳ້​ໃຈ​ຮັກ​ຊາດ​ໃນ​ໝູ່​ຊ່າວໜຸ່ມ, ຈາກ​ນັ້ນ​ຈະ​ຊ່ວຍ​ພວກ​ເພື່ອນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຕົນ​ທີ່​ມີ​ຕໍ່​ນະຄອນ, ຕໍ່​ປະ​ເທດ​ຊາດ​ໃນ​​ໄລຍະ​ຈະ​ມາ​ເຖິງ“.

ຂ່າວ/ບົດ​ອື່ນ