ໄຂວັນບຸນທ່ອງທ່ຽວ “ຝູອຽນ - ຈຸດນັດພົບທີ່ດູດດື່ມ ແລະ ໃກ້ຊິດສະໜິດສະໜົມ”

(VOVWORLD) -        ວັນທີ 05 ກໍລະກົດ, ຄະນະກຳມະການປະຊາຊົນແຂວງຝູອຽນ ໄດ້ໄຂວັນບຸນທ່ອງທ່ຽວຝູອຽນ ດ້ວຍຫົວຂໍ້ວ່າ “ຝູອຽນ - ຈຸດນັດພົບທີ່ດູດດື່ມ ແລະ ໃກ້ຊິດສະໜິດສະໜົມ”.

ໄຂວັນບຸນທ່ອງທ່ຽວ “ຝູອຽນ - ຈຸດນັດພົບທີ່ດູດດື່ມ ແລະ ໃກ້ຊິດສະໜິດສະໜົມ” - ảnh 1ໄຂວັນບຸນທ່ອງທ່ຽວ “ຝູອຽນ - ຈຸດນັດພົບທີ່ດູດດື່ມ ແລະ ໃກ້ຊິດສະໜິດສະໜົມ”

(ພາບ: TTXVN)

ວັນບຸນທ່ອງທ່ຽວຝູອຽນ 2018 ຄັ້ງທຳອິດໄດ້ຮັບການຈັດຕັ້ງດ້ວຍການເຄື່ອນໄຫວເປັນທາງການຄື: ລາຍການສົ່ງເສີມໂຄສະນາຈຸດນັດພົບ, ວັນບຸນວຽກເຮັດງານທຳດ້ານການທ່ອງທ່ຽວ, ການພົວພົນແລກປ່ຽນວັດທະນະທຳດ້ານອາຫານການກິນ…. ວັນບຸນໄດ້ດຳເນີນແຕ່ວັນທີ 05 – 09 ກໍລະກົດ.

      ທ່ານໂຮ່ວັນຕຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງຝູອຽນ ໃຫ້ຮູ້ວ່າ: ວັນບຸນໂດຍມີການເຂົ້າຮ່ວມຂອງ 51 ຫົວໜ່ວຍ, ວິສາຫະກິດຢູ່ພາຍໃນ ແລະ ຕ່າງແຂວງ ດ້ວຍຮ້ານວາງຂາຍ 74 ຮ້ານ. ບັນດາການເຄື່ອນໄຫວໃນວັນບຸນທ່ອງທ່ຽວຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດທ່ອງທ່ຽວຢູ່ພາຍໃນປະເທດຊອກຫາກາລະໂອກາດດຳເນີນທຸລະກິດ, ພັດທະນາຕະຫຼາດ ແລະ ໂຄສະນາພາບພົດເຄື່ອງໝາຍການຄ້າຂອງຕົນ… ຈາກນັ້ນ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຝູອຽນ ໃຫ້ນັບມື້ນັບພັດທະນາຕາມທິດຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ