ໄຂວັນບຸນປື້ມອ່ານ ຮ່າໂນ້ຍ ປີ 2018 ດ້ວຍຫົວຂໍ້ວ່າ “ປື້ມອ່ານ ແລະ ເຕັກໂນໂລຊີດີຈີຕອນ”

(VOVWORLD) -ວັນທີ 03 ຕຸລາ, ຢູ່ພະລາຊະວັງທັງລອງ, ຮ່າໂນ້ຍ ໄດ້ໄຂວັນບຸນປື້ມອ່ານຮ່າໂນ້ຍປີ 2018 ດ້ວຍຫົວຂໍ້ວ່າ “ປື້ມອ່ານ ແລະ ເຕັກໂນໂລຊີດີຈີຕອນ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອສະເຫຼີມສະຫຼອງ 64 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2018).

ໄຂວັນບຸນປື້ມອ່ານ ຮ່າໂນ້ຍ ປີ 2018 ດ້ວຍຫົວຂໍ້ວ່າ “ປື້ມອ່ານ ແລະ ເຕັກໂນໂລຊີດີຈີຕອນ” - ảnh 1 ພິທີໄຂວັນບຸນປື້ມອ່ານ ຮ່າໂນ້ຍ ປີ 2018

ວັນບຸນປື້ມອ່ານ ຮ່າໂນ້ຍ ປີ 2018 ມີຮ້ານວາງສະແດງປື້ມ 120 ຮ້ານ ເຊິ່ງມາຈາກບັນດາຫົວໜ່ວຍພິມຈໍາໜ່າຍ, ຈໍາໜ່າຍປື້ມແຖວໜ້າຂອງຮ່າໂນ້ຍ ແລະ ໃນທົ່ວປະເທດ.

        ວັນບຸນປື້ມອ່ານ ຮ່າໂນ້ຍ ປີ 2018 ໄດ້ດໍາເນີນແຕ່ວັນທີ 03 – 7 ຕຸລາ. ພາຍໃນ 5 ວັນ ດໍາເນີນວັນບຸນປື້ມອ່ານ ຈະມີການພົບປະແລກປ່ຽນ, ການໂອ້ລົມສົນທະນາ ແລະ ແນະນໍາ ປື້ມອ່ານສູ່ຜູ້ອ່ານ ນັບສິບໆລາຍການ ດ້ວຍບັນດາເນື້ອໃນທີ່ ຫຼາກຫຼາຍສີສັນ ແລະ ອຸດົມສົມບູນ. 

ຕອບກັບ

ຂ່າວ/ບົດ​ອື່ນ