ໄຂວັນບຸນລີມແຂວງບັກນີງ ແລະ Festival ເຂດພູພຽງຂາວ ບັກຮ່າ ແຂວງ ລ່າວກາຍ

(VOVWORLD) -ວັນທີ 16 ກຸມພາ (ວັນທີ 12 ເດືອນຈຽງປີກຸນ) ງານບຸນລີມ ໄດ້ຖືກໄຂຂຶ້ນຢູ່ ເທດສະບານລີມ ເມືອງ ຕຽນຢູ ແຂວງ ບັກນີງ. ງານບຸນລີມປີນີ້ ແມ່ນຫນຶ່ງໃນບັນດາເຫດການພົ້ນເດັ່ນໃນຂອບເຂດບັນດາເຫດການສະເຫລີມສະຫລອງ 10 ປີແຫ່ງວັນ UNESCO ຮັບຮອງຂັບກວານຫໍ້ ບັກນີງ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງຫນ້າໃຫ້ມວນມະນຸດ. 

ໄຂວັນບຸນລີມແຂວງບັກນີງ ແລະ Festival ເຂດພູພຽງຂາວ ບັກຮ່າ ແຂວງ ລ່າວກາຍ - ảnh 1 ລາຍການສິລະປະໃນມື້ໄຂງານບຸນ

ພາບ:vietnam+

ເຂົ້າຮ່ວມງານບຸນ ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຟັງບັນດາສຽງເພງພື້ນເມືອງເທົ່ານັ້ນ ຫາກຍັງໄດ້ຊົມບັນດາເຂດແນະນຳວັດທະນະທຳສະເພາະຂອງປະຊາຊົນຢູ່ເທດສະບານລີມອີກດ້ວຍ.

ໃນວັນດຽວກັນ ຢູ່ ເມືອງ ບັກຮ່າ ແຂວງ ລ່າວກາຍ, Festival ເຂດພູພຽງຂາວ ບັກຮ່າ ປີ 2019 ດ້ວຍຫົວຂໍ້: “ວັນບຸນລະດູບານໃຫມ່ຢູ່ເຂດພູພຽງຂາວ ບັກຮ່າ ປີ 2019”. ໃນຂອບເຂດວັນບຸນດຳເນີນແຕ່ວັນທີ 14-17 ກຸມພາ, ຢູ່ ເມືອງ ບັກຮ່າ ໄດ້ດຳເນີນຫລາຍການເຄື່ອນໄຫວວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊົນເຜົ່າທີ່ດຳລົງຊີວິດຢູ່ບໍລິເວນເມືອງຜ່ານບັນດາການເຄື່ອນໄຫວຄື: ວາດພາບການລະຫລິ້ນພື້ນເມືອງ ແລະ ພິທີການຕ່າງໆຂອງຊາວເຜົ່າໄຕ- ເຜົ່າໄຢ ຢູ່ ລ່າວກາຍ, ງານບຸນເຕັ້ນຂ້າມກອງໄຟຂອງຊາວເຜົ່າຢ້າວ, ງານບຸນລົງທົ່ງ, ງານບຸນວິຫານຈູງໂດ ພ້ອມກັນນັ້ນ ແມ່ນການເຄື່ອນໄຫວໂຄສະພາບຮູບພາບກ່ຽວກັບວັດທະນະທຳ, ປະຊາຊົນຊົນເຜົ່າ, ທຳມະຊາດ ຢູ່ ເມືອງ ບັກຮ່າ ມາສູ່ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ຜ່ານງານວາງສະແດງຮູບພາບສີລະປະຂອງເຂດພູຜາປ່າໄມ້ເຂດພູພຽງຂາວ ຢູ່ ທຳນຽບ ຮ່ວາງອາເຕື໋ອງ.

ຕອບກັບ

ຂ່າວ/ບົດ​ອື່ນ