ໄຂວາລະປະຊຸມຄັ້ງທີ 7 ຂອງຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 7 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ວາ​ລະ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(vovworld) - ຕອນ​ເຊົ້າ​ວັນ​ທີ 20/2, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 7. ຕາມ​​ແຜນ​ການ​ດຳ​ເນີນ​ງານ​ແລ້ວ, ຄາດ​ວ່າ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ປະ​ມວນກົດ​ໝາຍ​ອາ​ຍາ​ປີ 2015 ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະ​ທານ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກໍ່​ຈະ​ມີ​ບາງ​ຄຳ​ເຫັນ​ກ່ຽວ​ກັ​ບ​ເລື່ອງ​ປະ​ກາດ​ໃຊ້​​ດຳລັດ​ຂອງ​ລັດ​ຖະ​ບານ ​ທີ່ກຳ​ນົດ​​ບາງ​ກົນ​ໄກ, ນະ​ໂຍ​ບາຍ, ການ​ເງິນ - ທະ​ນາ​ຄານ ສະ​ເພາະ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຊີລາຍ​ຊື່​ໂຄງ​ການ ແລະ ລະ​ດັບ​ຈັດ​ແບ່ງ​ທຶນ​ລະ​ອຽດ​ສຳ​ລັບ​ແຕ່​ລະ​ໂຄງ​ການ​ໃນ​ແຜນ​ການ​ລົງ​ທຶນ​ຂອງ​ລັດ​ໄລ​ຍະ​ກາງ​​ໃນ 2016 – 2020. ວາ​ລະ​ປ​ະຊຸມ​​ດຳ​ເນີນ​ໃນ​ເວ​ລາ 2 ວັນ, ແຕ່ວັນ​ທີ 20 – 21/2.

ທີ່ກອງ​ປະ​ຊຸມ, ທ່ານ​ຮ​ອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ໄດ​້​ຊີ້​ນຳ​ເນື້ອ​ໃນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​​ປະ​ມວນກົດ​ໝາຍ​ອາ​ຍາ. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ຕາມທັດ​ສະ​ນະ​ຊີ້​ນຳ​ໂດຍ​ສະ​ພາ​ແຫ່ງ​ຊ​າດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ຂະ​ແໜງ​ການ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂອບ​ຂະ​ໜາດ​ການ​ປັບ​ປຸງ​ບັນ​ດາ​ມາດ​ຕາ​ຂອງ​ກົດ​ໝາຍ.


ຂ່າວ/ບົດ​ອື່ນ