ໄຂວາລະປະຊຸມຄັ້ງທຳອິດໃນການສ້າງຕັ້ງເຄືອຂ່າຍບັນດານະຄອນວັດທະນະທຳ

ໄຂວາລະປະຊຸມຄັ້ງທຳອິດໃນການສ້າງຕັ້ງເຄືອຂ່າຍບັນດານະຄອນວັດທະນະທຳ - ảnh 1
ສ້າງ​ຕັ້ງ​ເຄືອ​ຂ່າຍ​ບັນ​ດາ​​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​
ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ
(ພາບ: VGP/ThePhong)

(vovworld)- ​​​​​​​​​​ໃນ​ຂອບ​ເຂດ​ Festival ເຫວ້ 2016, ຕອນ​ເຊົ້າ​ວັນ​ທີ 29/4 ຢູ່​ນະ​ຄອນ​ເຫວ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສົມ​ທົບ​ກັບ​ແຂວງ​ເທື່ອ​ທຽນ​ເຫວ້ ໄຂວາ​ລະ​ປະ​ຊຸມ​​ທຳ​ອິດ​ຂອງ​ໂຄງ​ການ “ສ້າງ​ຕັ້ງ​ເຄືອ​ຂ່າຍ​ບັນ​ດາ​​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ (FEALAC)”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ແທນ, ​ເຊິ່ງ​ແມ່ນ​ບັນ​ດາ​ຕະຫຼາດ, ​ຕາງ​ໜ້າ​ບັນ​ດາ​ນະ​ຄອນທີ່​ມາ​ຈາກ 16 ປະ​ເທດ. ໂຄງ​ການ “ສ້າງ​ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ” ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຂັ້ນ​ທ້ອງ​ຖິ່ນ ລະ​ຫວ່າງບັນ​ດາ​ສະ​ມາ​ຊິກ​ໃນ​ຂົງ​ເຂດ​​ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວ ແລະ ພັດ​ທະ​ນາ. ຜ່ານນັ້ນ, ປະ​ກອບ​ສ່ວນ​ໂຄ​ສະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ “ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ”.

        ວາ​ລະ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ຫົວ​ຂໍ້: ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ເງື່ອນ​ໄຂເຂົ້າ​ເປັນ​ສະ​ມາ​ຊິກ, ກົດ​ລະ​ບຽບ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ​ຂອງເວ​ທີ​ປາ​ໄສ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕິນ. ນ​ີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ນະ​ຄອນ​ເຫວ້​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ບັນ​ດາ​ນະ​ຄອນ​ວັດ​ທະ​ນະ​ທຳ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງວັດ​ທະ​ນະ​ທຳ ແລະ ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຂອງ​ເຄືອ​ຂ່າຍ. ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​​ຄວາມຕັດ​ສິນ​ໃຈ​ສູງຂອງ​ນະ​ຄອນ​ເຫວ້ໃນ​ການ​ໂຄ​ສະ​ນາ​ຮູບ​ພາບ​ນະ​ຄອນ​ວັດ​ທະ​ນະ​ທຳ, ມໍ​ລະ​ດົກ, ຄວາມ​ສະ​ໜິດ​ສະ​ໜົມ​ກັບ​ສິ່ງ​ແລດ​ລ້ອມ​ເຖິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ພາ​ກພື້ນ​ອາ​ຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕີນ​ເວົ້າ​ສະ​ເພາະ ແລະ ປະ​ຊາ​ຄົມ​ໂລກ​ເວົ້າ​ລວມ.

 

ຂ່າວ/ບົດ​ອື່ນ