ໄຂວາລະປະຊຸມຄະນະບໍລິຫານງານອົງການຈັດຕັ້ງສະມັດຕະພາບອາຊີຄັ້ງທີ 56

ໄຂວາລະປະຊຸມຄະນະບໍລິຫານງານອົງການຈັດຕັ້ງສະມັດຕະພາບອາຊີຄັ້ງທີ 56 - ảnh 1
ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມ
ພາບ:TTXVN


(vovworld)- ວາລະ​ປະຊຸມ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 15/4 ຢູ່ ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 70 ຄົນ ຊື່​ງ​ແມ່ນ​ຜູ້​ຕາງຫນ້າ​ຂັ້ນ​ສູງ​ຂອງ​ບັນດາ​ປະ​ເທດ, ພື້ນຖານ​ເສດຖະກິດ ​ແລະບັນດາ​ນັກ​ສັງ​ເກດ​ການ​ທີ່​ມາ​ຈາກ ອົງການ​ແຮງ​ງານ​ສາກົນ(ILO), ອົງການ​ອາຫານ ​ແລະ ການ​ກະ​ເສດ ສປຊ (FAO), ຜູ້​ຕາງຫນ້າ​ອົງການ​ສະມັດ​ຕະພາບ ຕວກກີ. ​ໃນ 3 ມື້​ດຳ​ເນີນ​ວາລະ​ປະຊຸມ, ຄະນະ​ບໍລິຫານ​ງານ​ ອົງການ​ສະມັດ​ຕະພາບ​ອາຊີ ​ແລະ ຜູ້ຕາງຫນ້າ​ບັນດາ​ປະ​ເທດ​ສະມາຊິກ ມີ​ການ​ເຄື່ອນ​ໄຫວ​ສຳຄັນ​ຫລາຍ​ຢ່າງ ​ເພື່ອ​ກຳນົດ​ທິດ​ບັນດາ​ການ​ເຄື່ອນ​ໄຫວ​ສະມັດ​ຕະພາບ, ຄຸນ​ນະພາ​ບ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ. ນອກ​ນັ້ນ ບັນດາ​ຜູ້​ແທນ​ຈະ​ມີ​ບົດ​ລາຍ​ງານ, ປຶກສາ​ຫາລື ກ່ຽວ​ກັບ​ການ​ກຳນົດ​ທິດ​ນະ​ໂຍບາຍ​ຂອງ​ປະ​ເທດ​ຕົນ​ກໍ​ຄື​ສະ​ເຫ​ນີບັນດາ​ລາຍການ​ຮ່ວມ​ມື​ຫລາຍ​ຝ່າຍ ​ແລະ ສອງ​ຝ່າຍ. ​ໃນ​ຂອບ​ເຂດ​ດຳ​ເນີນ​ວາລະປະຊຸມ, ບັນດາ​ຜູ້​ແທນ​​ໄດ້​ໄປ​ທັດສະນະ​ສຶກສາ​ຕົວ​ຈິງ​ຢູ່​ບໍລິສັດ​ຫຸ້ນ​ສ່ວນ Traphaco, ​ຊື່​ງແມ່ນ​ຫນຶ່ງ​ໃນບັນດາ​ບໍລິສັດ​ນຳ​ຫນ້າ​ໃນ​ຂົງ​ເຂດ​ການ​ຢາ ທີ່​ໄດ້​ນຳ​ໃຊ້​ບັນດາ​ມາດ​ຕະການ​ຍົກ​ສູງ​ສະມັດ​ຕະພາບ​ຄຸນ​ນະພາ​ບສຳ​ເລັດ​ຜົນ.

 

 

ຂ່າວ/ບົດ​ອື່ນ