ໄຂສັບປະດາການທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງປີ2015

ໄຂສັບປະດາການທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງປີ2015 - ảnh 1
ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
(ພາບ: vietwindtravel)


(vovworld) - ​ດ້ວຍ​ຫົວ​ຂໍ້​ວ່າ “ເຂດ​ຕາ​ເວັນ​ຕົກ​ຂຽວ”, ສັບ​ປະ​ດາ​ການ​ທ່ອງ​ທ່ຽວ​ຂຽວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ປີ 2015 ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/6, ຢູ່​ເມືອງ ກ໋າຍ​ຣັງ, ນະ​ຄອນ ເກີນ​ເທີ. ສັບ​ປະ​ດາ​ການ​ທ່ອງ​ທ່ຽວ​ຂຽວ​ເຂດ​ທົ່ງ​ພ​ຽງ​ແມ່​ນ້ຳ​ຂອງ ດຳ​ເນີ​ນ​ໄປ​ຮອດ​ວັນ​ທີ 3/7/2015 ດ້ວຍການ​ເຂົ້າ​ຮ່ວມ​ຂອງ 50 ແຂວງ, ນະ​ຄອນ​ພາຍ​ໃນ​ປະ​ເທດ, ບາງ​ນະ​ຄອນ​ໃຫຍ່​ຂຶ້ນ​ກັບ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຄື: ລາວ, ກຳ​ປູ​ເຈຍ, ໄທ, ມຽນ​ມາ, ອົງ​ການ​ທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ. ບັນ​ດາ​ເຫດ​ການນີ້​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ, ທ່າ​ແຮງ​ການ​ທ່ອງ​ທ່ຽວ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ພົ້ນ​ເດັ່ນ​ຂອງ​ບັນ​ດາ​ທ້ອ​ງ​ຖິ່ນ​ໃນ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເນັ້ນ​ໜັກ​ວ່າ: ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກາຍ​ເປັນ​ຂະ​ແໜງ​ປາຍ​ແຫຼມ, ພັດ​ທະ​ນາ​ແບບ​ຍືນ​ຍົງ:

        “ຂ້າ​ພະ​ເຈົ້າ​ສະ​ເໜີ​ບັນ​ດາ​ທ້ອງ​ຖິ່ນ​ຄວນ​ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ຕໍ່​ໃນ​ເຂດ, ບົນ​ພື້​ນ​ຖານນັ້ນ​ກາຍ​ເປັນ​ລະ​ບົບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທັງ​ມີ​ລັກ​ສະ​ນະ​ພິ​ເສດສະ​ເພາະ, ທັງ​ມີ​ລັກ​ສະ​ນະ​ໜູນ​ຊ່ວຍ, ຮັບ​ປະ​ກັນ​ຕອບ​ສະ​ໜອງ​ຄວາມ​​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ ແລະ ຫຼາຍ​ຮູບ​ແບບ​ຂອງ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ໄດ້​ສ້າງ​ຜະ​ລິ​ດ​ຕະ​ພັ​ນ​ທີ່​ມີ​ລັກ​ສະ​ນະ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂຶ້ນ​ກັບ​ທ່​າ​ແຮງ​ຂອງ​ແຕ່​ລະ​ເຂດ…”

 

ຂ່າວ/ບົດ​ອື່ນ