ໄຂສັບປະດາວັດທະນະທຳຫວຽດນາມຢູ່ລາວ2015

ໄຂສັບປະດາວັດທະນະທຳຫວຽດນາມຢູ່ລາວ2015 - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍວັນ​ທີ 28/07, ຢູ່​ສູນ​ວັດທະນະທຳ​ແຫ່​ງຊາດ​ລາວ, ທີ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງຖະ​ແຫຼ​ງ​ຂ່າວ, ​ວັດທະນະທຳ ​ແລະ ທ່​ອງທ່ຽວ​ລາວ; ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ໄຂ​ສັບ​ປະດາ​ວັດທະນະທຳ​ຫວຽດນາມ ຢູ່​ລາວ 2015. ກ່າ​ວຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ​ຫວຽດນາມ ​ເວື​ອງຢຸຍບຽນ ​ໃຫ​້ຮູ້​ວ່າ, ສັບປະດາ​ວັດທະນະທຳ​ຫວຽດນາມ ປີ​ນີ້ ບໍ່ພຽງ​​ແຕ່​ເພື່ອ​ຍົກ​ສູງຄວາມ​​ເຂົ້າ​ໃຈ, ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ປະຊາຊົນ 2 ປະ​ເທດ; ຊຸກຍູ​້ການ​ຮ່ວມ​ມື​ດ້ານ​ການທ່​ອງທ່ຽວ, ວັດທະນະທຳ​ສິລະ​ປະລະ​ຫວ່າງ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ 2 ຊາດອີກ​ດ້ວຍ.

        ທ່ານ​ລັດຖະມົນ​ຕີ​ຊ່ວຍ​ວ່າການ ກະຊວງຖະ​ແຫຼ​ງ​ຂ່າວ, ​ວັດທະນະທຳ ​ແລະ ທ່​ອງທ່ຽວ​ລາວ ບົວ​ເງິນ ຊາ​ພູ​ວົງ ຢືນຢັນ​ວ່າ: ສັບປະດາ​ວັດທະນະທຳ​ຫວຽດນາມ ຢູ່​ລາວ ປີ 2015 ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ປະຊາຊົນ​ລາວ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່​ມພູນ​ຄູນ​ສ້າງສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈສາມັກຄີ​ແບ​ບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ 2 ຊາດ ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ