ໄຂສັບປະດາອາຊຽນ-ຈີນຢູ່ບັກກີງ

ໄຂສັບປະດາອາຊຽນ-ຈີນຢູ່ບັກກີງ - ảnh 1
ພິທີ​ໄຂສັບປະ​ດາ ອາ​ຊຽນ - ຈີນ

(vovworld) - ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ຈີນ, ວັນ​ທີ 23/05 ພິທີ​ໄຂສັບປະ​ດາ ອາ​ຊຽນ - ຈີນ ຖື​ກດ​ຳ​ເນີນ​ໄປ​ຢູ່​ນະຄອນຫລວງ ບັກ​ກີ​ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເອກ​ອັກ​ຄະ​ລັດ​ຖະທູດ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ​ເຈົ້າ​ໜ້າ​ທີ່​ ຈີນ ຫລາຍ​ທ່ານ, ພ້ອມ​ກັບ​ບັນດາ​ນັກ​ຊ່ຽວຊານ, ນັກຮຽນ​ຮູ້, ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ປະ​ເທດ​ເຈົ້າພາບ​ເປັນ​ຈຳນວນ​ຫລວງຫລາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່າ​ນ ດັ້ງ​ມີ​ງຄອຍ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ ຢືນຢັນ​ວ່າ: ​ໃນ 25 ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ໄດ້ ​ແລະ ພວມ​ພັດທະນາຢ່າງ​ແຮງ. ປະຈຸ​ບັນ ອາ​ຊຽນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ​ ຈີນ, ນັບ​ແຕ່​ປີ 2009 ມາ​ຮອດ​ປະ​ຈຸ​ບັນ ຈີມ ຍາມ​ໃດ​ກໍ​ແມ່ນ​ຄູ່​ຮ່ວມ​ມືດ້ານ​ກາ​ນຄ້າ​​ແຖວ​ໜ້າຂອງ ອາ​ຊຽນ. ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໃນ​ຕົ້ນ​ປີ​ນີ້ ​ແມ່ນ​ພື້ນຖານ​ໝັ້ນຄົງ​ປະກອບສ່ວນ​ນຳ​ການ​ພົວພັນ ອາ​ຊຽນ - ຈີນ ກ້າວ​ເຂົ້າ​ສູ່​ລະດັບ​ສູງ​​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງ ຢ໋າງສຽວ​ຜິ​ງ ເລ​ຂາ​ທິການ​ໃຫຍ່​ສູນ​ ອາ​ຊຽນ - ຈີນ ​ໃຫ້​ຮູ້​ວ່າ: ສັບປະດາ​ສະ​ເຫຼີ​ມສະຫຼອງ 25 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ຈີນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ເຊິ່ງສູນ​ນີ້​ເປັນ​​ເຈົ້າພາບ​ຈັດ​ຕັ້ງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນ ຈີນ - ອາ​ຊຽນ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຈີນ ກັບ​ບັນດາ​ປະ​ເທດ ອາ​ຊຽນ, ຕັ້ງໜ້າ​ປະກອບສ່ວນ​ຢ່າງ​ແທ​ດຈິງ​​ໃຫ້​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ ຈີນ ​ແລະ ອາ​ຊຽນ.

 


ຂ່າວ/ບົດ​ອື່ນ