ໄຂສັບປະດາວັດທະນະທຳພຸດທະສາສະໜາຂ່ຳນັບຮັບຕ້ອນວັນບຸນເຂົ້າປະດັບດິນ ພສ 2561

(VOVWORLD) -ຕອນຄ່ຳວັນທີ 21 ສິງຫາ (ວັນທີ 30 ເດືອນ 06 ຕາມຈັນທະປະຕິທິນ), ຢູ່ວັດ ໂຟກວາງ, ນະຄອນໂຮ່ຈິມິນ ໄດ້ໄຂສັບບປະດາວັດທະນະທຳພຸດທະສາສະໜາຂ່ຳນັບຮັບຕ້ອນວັນບຸນເຂົ້າປະດັບດິນ ພສ 2561 – 2017

ໄຂສັບປະດາວັດທະນະທຳພຸດທະສາສະໜາຂ່ຳນັບຮັບຕ້ອນວັນບຸນເຂົ້າປະດັບດິນ ພສ 2561 - ảnh 1 ສັບປະດາພຸດທະສາສະໜາດ້ວຍບັນດາຫຼາຍການທີ່ອຸດົມສົມບູນ

(ພາບ: TTXVN)

ດ້ວຍລາຍການໄຂງານວາງສະແດງບັນດາບົດປະພັນວັດທະນະທຳສິລະປະພຸດທະສາສະໜາ ແລະ ງານຕະຫຼາດວັດທະນະທຳພຸດທະສາສະໜາ, ງານຕະຫຼາດອາຫານເຈ. ວັນບຸນເຂົ້າປະດັບດິນແມ່ນໜຶ່ງໃນຈຳນວນ 2 ງານບຸນໃຫຍ່ທີ່ສຸດຂອງພຸດທະສາສະໜາ, ແນ່ໃສຕອບບຸນແທນຄຸນພໍ່ແມ່, ປະຈຸບັນບໍ່ພຽງແຕ່ແມ່ນວັນບຸນຂອງບັນດາພຸດທະສາສະນິກກະຊົນເທົ່ານັ້ນ, ຫາກໄດ້ກາຍເປັນງານບຸນທາງດ້ານຈິດໃຈລວມຂອງສັງຄົມ, ແມ່ນສານຂອງພະພຸດທະເຈົ້າ ທີ່ວ່າ ການຮູ້ບຸນຄຸນ ແລະ ຕອບບຸນແທນຄຸນ ຄືດັ່ງປະກົດການ ແລະ ການປະພຶດທາງດ້ານວັດທະນະທຳເຊິ່ງມະນຸດຄວນໃສ່ໃຈ, ປະຕິບັດອີກດ້ວຍ. ສັບປະດາພຸດທະສາສະໜາດ້ວຍບັນດາຫຼາຍການທີ່ອຸດົມສົມບູນແມ່ນກາລະໂອກາດເພື່ອແນະນຳເຖິງ ພຸດທະສາສະນິກກະຊົນ ແລະ ປະຊາຊົນທຸກຄົນ ກ່ຽວກັບວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງພຸດທະສາສະໜາ ດ້ວຍເນື້ອໃນເຊີດຊູແບບແຜນດຳລົງຊີວິດຂອງມະນຸດ ແລະ ເຊີດຊູ, ປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າອັນດີງາມຂອງພຸດທະສາສະໜາໃນການສ້າງ, ອະນຸລັກຮັກສາ, ພັດທະນາວັດທະນະທຳຂອງຊາດ. ສັບປະດາວັດທະນະທຳພຸດທະສາສະໜາ ຖືກດຳເນີນຮອດວັນທີ 05 ກັນຍາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ