ໄຂເວທີປາໄສ “ອາຊຽນ-ຈີນ: ການປ່ຽນໃຫມ່ ແລະ ພຶດຕິກຳຕົວຈິງການຫລຸດຜ່ອນຄວາມທຸກຍາກ”

(VOVWORLD) -ເວທີປາໄສຄັ້ງທີ 11 ອາຊຽນ - ຈີນ ກ່ຽວກັບການພັດທະນາສັງຄົມ ແລະ ການລົບລ້າງຄວາມອຶດຫິວທຸກຍາກ ໄດ້ໄຂຂຶ້ນໃນວັນທີ 25 ກໍລະກົດ ຢູ່ ນະຄອນ ຊຽບຣຽບ ປະເທດ ກຳປູເຈຍ. 

ເວທີປາໄສ ໂດຍຜູ້ຕາງຫນ້າ ກະຊວງພັດທະນາກະສິກຳ ຊົນນະບົດ ກຳປູເຈຍ ແລະ ຫ້ອງການອະນຸກຳມະການການຊີ້ນຳການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ດ້ວຍໂຄງການພັດທະນາ ຂຶ້ນກັບລັດຖະບານຈີນ ເປັນເຈົ້າພາບຈັດຕັ້ງ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບວິທີປະຕິບັດດີ, ບັນດາຂໍ້ລິເລີ່ມໃນການຫລຸດຜ່ອນຄວາມທຸກຍາກທີ່ມີປະໂຫຍດຂອງຈີນ ແລະ ບັນດາປະເທດ ອາຊຽນ, ວິທີຊຸກຍູ້ການຮ່ວມມືໃນກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກລະຫວ່າງສອງຝ່າຍກໍຄືວິທີເພື່ອໃຫ້ບັນດາປະເທດນີ້ສາມາດບັນລຸບັນດາຄາດໝາຍວາງອອກໃນໂຄງການດຳເນີນງານພັດທະນາແບບຍືນຍົງ 2030 ຂອງ ສະຫະປະຊາຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ