ໄຂເວທີີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີ ຫວຽດນາມ - ລາວ 2018

(VOVWORLD) -ຕອນເຊົ້າວັນທີ 9 ສິງຫາ, ຢູ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີ ຂອງລາວ ຢູ່ນະຄອນຫຼວງວຽງຈັນ, ໄດ້ເນີນພິທີໄຂເວທີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີຫວຽດນາມ - ລາວ ປີ 2018 (TechConnect VietNam – Lao).

ໄຂເວທີີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີ ຫວຽດນາມ - ລາວ 2018 - ảnh 1

ພິທີລົງນາມໃນສັນຍາວ່າດ້ວຍການຮ່ວມມື ແລະຖ່າຍທອດເຕັກໂນໂລຢີ ລະຫວ່າງບັນດາມະຫາວິທະຍາໄລ, ວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດລາວ

(ພາບ:  Pham Kien/TTXVN)

ກ່າວຄໍາເຫັນໄຂເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ເຈີ່ນວັນຕຸງ ເນັ້ນໜັກວ່າ: ເວທີປາໄສ TechConnect VietNam – Lao ຄັ້ງນີ້ ຈະຊ່ວຍເຮັດໃຫ້ການເຄື່ອນໄຫວຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຂອງສອງປະເທດ ມີຄວາມສະໜິດຕິດພັນຢ່າງເລິກເຊິ່ງກວ່າ, ເພີ່ມທະວີການພົບປະ, ແລກປ່ຽນ, ສົມທົບກັນຄົ້ນຄວ້າຂອງບັນດານັກວິທະຍາສາດສອງປະເທດ, ການຮ່ວມມືໃນການຄົ້ນຄວ້າ - ໝູນໃຊ້ເຕັກໂນໂລຢີລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ລາວ, ພ້ອມທັງເພີ່ມທະວີການພົບປະ ແລກປ່ຽນປະຊາຊົນທີ່ຄເຕັມໄປດ້ວຍວາມສາມັກຄີ.

        ພາຍໃນສອງວັນດໍາເນີນເວທີປາໄສ ຄືວັນທີ 9 – 10 ສິງຫາ, TechConnect VietNam – Lao ກໍໄດ້ຈັດບັນດາກອງປະຊຸມສໍາມະນາຫົວເລື່ອງສະເພາະ ດ້ວຍບັນດາເນື້ອໃນຄື ມາດຕະການສົ່ງເສີມການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ - ລາວ, ການພັດທະນາກະສິກໍາແບບຍືນຍົງ, ການກໍາຈັດມົນລະພິດສິ່ງແວດລ້ອມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ນອກຈາກນັ້ນ, ເວທີປາໄສຍັງຈັດບັນດາການວາງສະແດງເຕັກໂນໂລຢີ  ຢູ່ 25 ເຂດ, ແນະນໍາກ່ຽວກັບບັນດາຜົນງານແຫ່ງການຄົ້ນຄວ້າ, ບັນດາເຕັກໂນໂລຢີມີຄວາມສາມາດບົ່ມຊ້ອນຫັນເປັນການຄ້າໃນຂົງເຂດຕ່າງໆຄື ການປຸງແຕ່ງ, ການຄຸ້ມຄອງຮັກສາບັນດາຜະລິດຕະພັນກະເສດ, ພະລັງງານຜະລິດຄືນໃໝ່.... ແລະ ອື່ນໆ ເພື່ອແນໃສ່ຊ່ວຍບັນດາສະຖາບັນ, ມະຫາວິທະຍາໄລ ແລະ ບັນດາວິສາຫະກິດຂອງສອງປະເທດມີໂອກາດເຊື່ອມຕໍ່, ພົບປະສັງສັນ, ຮ່ວມມື ແລະ ຖ່າຍທອດເຕັກໂນໂລຢີ ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາເສດຖະກິດຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ