ໄຂເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ2015

ໄຂເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ2015 - ảnh 1
(ພາບປະກອບ)

(vovworld) - ​ ດ້ວຍ​ຫົວ​ເລື່ອງ “​ເສດຖະກິດ ຫວຽດນາມ - ​ເຊື່ອມ​ໂຍງ ​ແລະ ພັດທະນາ​​ແບບຍືນ​ຍົງ”, ​ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃບ​ໄມ້​ຫຼົ່ນ 2015 ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 27/8 ຢູ່​ແຂວງ ​ແທງ​ຮ໋ວາ, ​ເວທີ​ປາ​ໄສ​ໂດຍກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ສະພາ​ມະຫາບັນດິດ ວິທະຍາສາດ - ສັງຄົມ ຫວຽດນາມ ຈັດ​ຕັ້ງ.

        ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ລົງ​ນາມ ​ແລະ ປະຕິບັດ​ສັນຍາ​ການ​ຄ້າ​ສຳຄັນ ຫລາຍ​ສະບັບ. ​​​ໃນ​ຕໍ່ໜ້າ, ​ເມື່ອບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ບັນດາ​ຄູ່​ຮ່ວມມື​ການ​ຄ້າ​ແຖວ​ໜ້າ​ຂອງ​ໂລກ​ຄື: ອາ​ເມ​ລິ​ກາ, ອີ​ຢູ…​ໄດ້​ຮັບ​ການລົງ​ນາມ, ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຊື່ອມ​ໂຍງ​ຢ່າງ​ສະ​ດວກກ່ວາ. ທ່ານ ຫວູຕ໋ຽນໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຜົນ​ກະທົບ​ໃຫຍ່​ສຸດ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ຊຸມ​ປີຜ່ານມາ ​ແມ່ນ​ການ​ເຊື່ອມ​​ໂຍງ​ໄດ້​ກາຍ​ເປັນ​ກຳລັງໜູນ ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ​ລະບອບ​ພາຍ​ໃນ​ປະ​ເທດ. ບໍ່​ມີ​ເວລາ​ໃດ​ທີ່ພວກ​ເຮົາ​ມີ​ການປ່ຽນ​ໃໝ່​ກ່ຽວ​ກັບ​ລະບອບ​ຢ່າງ​ແຮງ​ຄື​​ໃນ​ຊຸມ​ປີຜ່ານມາ. ສິ່ງ​ດັ່ງກ່າວ ກໍ​ກ່ຽວຂ້ອງ​ເຖິງ​ບັນດາຄຳ​ໜັ້ນສັນຍາ​ສາກົນ​ຂອງ ຫວຽດນາມ. ດັ່ງ​ນັ້ນ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​​ໄດ້ມີ​ການ​ປັບປຸງ​ໂດຍ​ພື້ນຖານ ​ເມື່ອ​ມີ​ການ​ກະທົບຈາກ​ການ​ເຊື່ອມ​ໂຍງ” ​.

        ທີ່​ເວທີ​ປາ​ໄສ, ນັກ​ຊ່ຽວຊານ​ເສດຖະກິດ​ຫລາຍ​ຄົນ​ຖື​ວ່າ, ຄຽງ​ຂ້າງ​ບັນດາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ຈາກ​ສັນຍາ​ຕ່າງໆ, ຍັງ​ມີ​ເນື້ອ​ໃນຫຼາຍ​ຢ່າງ​ຕ້ອງໄດ້​ຮັບ​ການ​ປະຕິບັດ​ໃນ​ຕົວ​ຈິງອີກ.

ຂ່າວ/ບົດ​ອື່ນ