ໄຂເວທີປາໄສແມ່ນ້ຳຂອງ2015

ໄຂເວທີປາໄສແມ່ນ້ຳຂອງ2015 - ảnh 1
(ທ່ານ ​ເຟືອງ​ຮິ​ວຫວຽດ, ປະທານ​ສະມາຄົມ​ພັດທະນາ​ການ​ຮ່ວມ​ມື​ດ​້ານ​
ເສດຖະກິດ​ຫວຽດນາມ - ລາວ - ກຳ​ປູ​ເຈຍ)


(vovworld) – “ຍູ້​​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ​​ອະນຸ​ພາກ​ພື້ນ​ແມ່ນ​້ຳຂອງ ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ” ນີ້​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ແມ່​ຂອງ 2015, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 15/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ. ​ເວທີ​ປາ​ໄສ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລະ ສະມາຄົມ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ລາວ - ກຳ​ປູ​ເຈຍ ສົມທົບ​ກັບ​ສະ​ຖາ​ບັນ​ວິທະຍາສາດ, ສັງຄົມ​ແຫ່ງ​ຊາດ​ລາ​ວ ຈັດ​ຕັ້ງ. ທີ່​ເວທີ​ປາ​ໄສ​, ບັນດາ​ຜູ້​ແທນ​ເຊິ່ງ​ແມ່​ນນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ​ໄດ້​ໄຈ້​ແຍກ​ບັນດາ​ບັນ​ຫາລວມຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC), ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ນີ້​ແມ່ນ​ກຸ່ມ​ພື້ນຖານເສດຖະກິດ​ລວມທັງ 10 ປະ​ເທດ​ອາ​ຊຽນ, ​ແມ່ນ​ບາດກ້າວ​ພື້ນຖານ ​ແລະ ສຳຄັນ​ຂອງ​ວິ​ວັດທະ​ນາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຂອງ​ອາ​ຊຽນ. ກ່າ​ວຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ ​ເຟືອງ​ຮິ​ວຫວຽດ, ປະທານ​ສະມາຄົມ​ພັດທະນາ​ການ​ຮ່ວມ​ມື​ດ​້ານ​ເສດຖະກິດ​ຫວຽດນາມ - ລາວ - ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ.

      “​ເປົ້າ​ໝາຍ​ຂອງ​ເວທີ​ປາ​ໄສ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຂອງ​ບັນດາ​ປະ​ເທດ​ໃນ​​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ; ສ້າງ​ເງື່ອນ​ໄຂ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ​ຫວຽດນາມ ​ແລະ ລາວ ມີ​ກາລະ​ໂອກາດ​ແລກປ່ຽນ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ເຊື່ອມ​ໂຍງ, ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ການ​ເຊື່ອມ​ຕໍ່​ອາ​ຊຽນ ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີກ​ກວ້າງ… ຈາກ​ນັ້ນ​ໄດ້​ມີ​ບັນດາ​ມາດ​ຕະການ​ປັບປຸງ​ໃຫ້​​ເໝາະ​ສົມ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດດີທີ່​ສຸດ ​ເພື່ອ​ເປັນ​ເຈົ້າ​ການ, ​ເພີ່ມ​ທະວີ​ຄວາມ​ສາມາດ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ”.

      ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ຫວຽດນາມ ​ໃນ​ອາ​ຊຽນ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ, ​ໃນ​ໄລ​ຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ​້ວນ, ປະຕິບັດ​ສຳ​ເລັດບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​ເຂັ້ມ​ງວດ ​ແລະ ​ໄດ້ປະກອບ​ສ່ວນ​ຢ່າງປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ຮ່ວມ​ມື​ຂອງ​ອາ​ຊຽນ…

ຂ່າວ/ບົດ​ອື່ນ