ໄຊຊະນະດ້ຽນບຽນຝູຜ່ານສາຍຕາຂອງບັນດານັກຄົ້ນຄວ້າລັດເຊຍ

ໄຊຊະນະດ້ຽນບຽນຝູຜ່ານສາຍຕາຂອງບັນດານັກຄົ້ນຄວ້າລັດເຊຍ - ảnh 1
(ພາບປະກອບຈາກ NGUYENTANDUNG.ORG)

(vovworld) - ບັ້ນຮົບ ດ້ຽນບຽນຝູ ​ແລະ ​ສຸດ​ທ້າຍ​ໃນ​ວັນ​ທີ 7/5 ກ່ອນນີ້ 60 ປີ​ເຕັມ ຂ​ອງປະຊາຊົນ ຫວຽດນາມ ​ໄດ້​ຖືກຈົດ​ຈຳໃນ​ປະຫວັດສາດ​ການ​ທະ​ຫານ​ໂລກ​ຄື​ເປັນໜຶ່ງ​ໃນ​ບັນ​ດາວິລະ​ກຳ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດຂອງມວນ​ມະນຸດ​ກ່ຽວກັບ​ການ​ຕໍ່ຕ້ານ​ພວກ​ສັດຕູ​ເຂົ້າມາຮຸກ​ຮານ​. ມີນາ​ຍທະຫານ, ນັກ​ການ​ທະຫານຫຼາຍທ່ານ​ຍັງຄົ້ນຄວ້າ​ກ່ຽວກັບ​ໄຊຊະນະ ດ້ຽນບຽນຝູຈົນ​ຮອດ​ປະຈຸ​ບັນ​ເພື່ອ​ຖອດ​ຖອນ​ບັນດາ​ບົດຮຽນທີ່​ລ້ຳຄ່າ.

       ສຳລັບ​ພົນ​ໂທ Anatoli Khiupenen,  ສາດສະດາຈານ, ດອກ​ເຕີວິທະຍາສາດ​ການ​ທະຫານ, ​ເຊີ່ງ​ເຄີຍ​ມີໜ້າຢູ່​ ຫວຽດນາມ ດ້ວຍ​ຖານະ​ເປັນ​ຫົວໜ້າຄະນະ​ນັກຄົ້ນຄວ້າ​ການ​ທະຫານຂອງ​ອະດີດສະຫະພາບ ​ໂຊ​ວຽດ, ​ໃນ​ການ​ຕໍ່ສູ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ໄຊຊະນະ ດ້ຽນບຽນຝູ ​ແມ່ນ​ສັນຍາ​ລັກ​ທີ່​ຍິ່ງ​​ໃຫຍ່​ຂອງ​ປະຊາຊົນ ຫວຽດນາມ:

      “ອາດເວົ້າ​ໄດ້​ວ່າ​ນັ້ນ​ແມ່ນ​ໄຊຊະນະ​ທີ່​ສະຫງ່າ​ອົງອາດ​ຂອງ​ສົງ​ຄາມ​ກອງຫຼອນດ້ວຍ​ຍຸດທະວິທີ, ຍຸດ​ທະ​ສາດ​ທີ່​ເກັງ​ກ້າ​ສາມາດ​ຂອງ​ກອງທັບ ຫວຽດນາມ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານປະທານ ​ໂຮ່ຈີ໋ມິນ ​ແລະ ຜູ້​ບັນຊາ​ການ​ການ​ທະຫານສູງ​ສຸດ​ ພົນ​​ໂທ ຫວໍ້​ງວຽນຢາ​ບ. ຂາ​້ພະ​ເຈົ້າມັກ​ປຽບທຽບລະ​ຫວ່າງ​ບັນ​ຮົບ ດ້ຽນບຽນຝູ ຂອງ ຫວຽດນາມ ກັບບັ້ນ​ຮົບ Stalingrat ຂອງ​ອະດີດສະຫະພາບ ​ໂຊ​ວຽດ. ສຳລັບ​ພວກ​ຂ້າພະ​ເຈົ້າ​ແລ້ວ,​ Stalingrat ​ແມ່ນ​ບັ້ນຮົບ​ສຳຄັນ​ທຳ​ອິດ, ​ເມື່ອ​ພວກ​ຂ້າພະ​ເຈົ້າປະ​ເຊີນໜ້າກັບຟາດ​ຊິດ ​ເຢຍລະ​ມັນ​ ຮຸກ​ຮານ, ​ແລ້ວ​ກໍ່​ສືບ​ຕໍ່​ສິ້ນ​ສຸດ​ສົງຄາມ​ປ້ອງ​ກັນ​ປະ​ເທດ​ທີ່ຍິ່ງ​ໃຫຍ່.”

        ປື້ມຫົວ​ຕ່າງໆທີ່​ຄົ້ນຄວ້າ​ກ່ຽວກັບ​ບັ້ນຮົບ ດ້ຽນບຽນຝູ ​ໄດ້​ຖືກພິມ​ຈຳໜ່າຍ​ຢູ່ ສະຫະພັນ ລັດ​ເຊຍ. ​ໃນ​ເວລາ​ມໍ່​ໆມານີ້, ​ໃນ​ປື້ມທີ່​ມີ​ຊື່ວ່າ “ 77 ບັ້ນຮົບໂດ່​ງດັງ​ກວ່າໝູ່”, ບັນ​ຮົບ ດ້ຽນບຽນ​ຝູ ຂອງ ຫວຽດນາມ ກໍ່​ໄດ້​ຮັບ​ເລືອກ​ມາສະ​ເໜີ. ນັກຄົ້ນຄວ້າກ່ຽວກັບ ຫວຽດນາມ Anatoli Sokolov, ຊຶ່ງ​ແມ່ນ​ຜູ້​ໄດ້ຄົ້ນຄວ້າ ​ແລະ ຮຽບຮຽງ​ເນື້ອ​ໃນ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

      “ ​3-4 ປີ​ກ່ອນນີ້, ຢູ່ ​​ໂມ​ດສະ​ກູ ​ໄດ້​ຕົກລົງຮຽບຮຽງປື້ມຫົວໜຶ່ງກ່ຽວກັບ​ບັນດາ​ບັ້ນຮົບທີ່​​ໂດ່​ງດັງ​ໃນ​ປະຫວັດສາດ​ຂອງ​ມວນມະນຸດ. ທຸກ​ຄົນ​ເຂົ້າຮ່ວມ​ຮຽບຮຽງປື້ມ​ໄດ້​ຕົກລົງ​ວ່າ​ຈຳ​ເປັນ​ຕ້ອງ​ນຳ​ບັ້ນ​ຮົບ ດ້ຽນບຽນຝູ ຂອງຫວຽດນາມ ເຂົ້າປື້ມ. ບັ້ນຮົບ​ດັ່ງກ່າວ​ບໍ່ພຽງ​ແຕ່​ຕັດສິນ​ຊາຕະກຳ​ຂອງ​ປະຊາຊົນ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຊາຕະກຳ​ຂອງ​ປະຊາຊົນ​ໂລກ​ອີກ​ດ້ວຍ. ມັນ​ພິສູດ​ໄຫ້​ເຫັນ​ວ່າ​ເມື່ອ​ປະຊາຊົນ​ຕັດສິນ​ໃຈ​ຍາດ​​ເອົາ​ເອກະລາດ ​ແລະ ​ເສລີພາບ, ​ເຂົາ​ເຈົ້າຈະ​ສ້າງ​​ເປັນ​ໄຊຊະນະ. ​ໄຊຊະນະ ດ້ຽນບຽນຝູ ​ໄດ້​ເປີດ​ຊອງທາງ​ໃຫ້​ແກ່ບັນດາ​ປະຊາຊາດ​ຢູ່​ໃນ​ໂລກ​ລຸກ​ຮື​້ຂຶ້ນຍາດ​ເອົາ​ເອກະລາດ​ໃຫ​້​ແກ່​ປະ​ເທດ​ຂອງ​ຕົນ.”

 

ຂ່າວ/ບົດ​ອື່ນ