ໄທ ​ຊຸກ​ຍູ້ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຂວງການ​ຕ່າງ​ປະ​ເທດ ອ​າ​ຊຽນ

(VOVWORLD) -ເນື້ອໃນກອງປະຊຸມແມ່ນປຶກສາຫາລືກ່ຽວກັບບັນຫາສຳຄັນ, ໃນນັ້ນມີການຊຸກຍູ້ບັນດາໂຄງການພັດທະນານະຄອນອັດສະລິຍະຢູ່ບັນດາປະເທດສະມາຊິກ ແລະ ຢູ່ນະຄອນຕ່າງໆຂອງຈີນ.
ໄທ ​ຊຸກ​ຍູ້ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່ກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຂວງການ​ຕ່າງ​ປະ​ເທດ ອ​າ​ຊຽນ - ảnh 1ທ່ານ ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປິດກອງປະຊຸມສູດຍອດອາຊຽນຄັ້ງທີ 34 (ພາບ: AFP/TTXVN) 

       ວັນທີ 15 ກໍລະກົດ, ທ່ານ ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຊາ ໄດ້ແຈ້ງໃຫ້ຊາບວ່າບັນດາສະມາຊິກຄະນະລັດຖະບານໄດ້ຮັບຮອງເອົາຮ່າງເອກະສານ 19 ສະບັບທີ່ຈະໄດ້ນຳໃຊ້ຢູ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 52 ໃນທ້າຍເດືອນນີ້. ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 52 ຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 30 ກໍລະກົດ - 3 ສິງຫາ ຢູ່ ບາງກອກ. ເນື້ອໃນກອງປະຊຸມແມ່ນປຶກສາຫາລືກ່ຽວກັບບັນຫາສຳຄັນ, ໃນນັ້ນມີການຊຸກຍູ້ບັນດາໂຄງການພັດທະນານະຄອນອັດສະລິຍະຢູ່ບັນດາປະເທດສະມາຊິກ ແລະ ຢູ່ນະຄອນຕ່າງໆຂອງຈີນ.

        ບັນດາເອກະສານດັ່ງກ່າວກ່ຽວຂ້ອງເຖິງບາງບັນຫາສາກົນທີ່ມີການເຂົ້າຮ່ວມຂອງ ອາຊຽນ, ໃນນັ້ນມີແຜນການຍຸດທະສາດໃຫ້ແກ່ການຮ່ວມມືລະຫວ່າງ ອາຊຽນກັບ ອົດສະຕາລີໄລຍະ 2020 -2024, ຮ່າງບົດກ່າວປາໄສຈະໄດ້ນຳໃຊ້ໃນກອງປະຊຸມຈະມາເຖິງລະຫວ່າງ ອາຊຽນ ແລະ ສະຫະພາບ ເອີລົບ (EU).

ຕອບກັບ

ຂ່າວ/ບົດ​ອື່ນ