ໄທ ສ້າງແຜນການເພື່ອກາຍເປັນໃຈກາງຂອງລະບົບເສັ້ນທາງລົດໄຟຂ້າມ ອາຊຽນ

(VOVWORLD) - ລັດຖະບານ ໄທ ພວມເດີນຕາມແຜນການໜຶ່ງທີ່ເຕັມໄປດ້ວຍຄວາມຄາດຫວັງ, ກໍ່ສ້າງຕາໜ່າງເສັ້ນທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ປະເທດນີ້ກັບບັນດາປະເທດອື່ນໃນພາກພື້ນ, ຂ້າມໄປຮອດ ສິງກະໂປ ແລະ ຈີນ.
ໄທ ສ້າງແຜນການເພື່ອກາຍເປັນໃຈກາງຂອງລະບົບເສັ້ນທາງລົດໄຟຂ້າມ ອາຊຽນ - ảnh 1 (ພາບປະກອບ)

ຕາມແຜນການແລ້ວ, ເສັ້ນທາງລົດໄຟມີລວງຍາວທັງໝົດເຖິງ 3.193 ກີໂລແມັດ ແລະ ຄ່າໃຊ້ຈ່າຍໃນການກໍ່ສ້າງປະມານ 2.007 ຕື້ບາດສະກຸນເງິນໄທ. ລະບົບເສັ້ນທາງລົດໄຟນີ້ ຈະເຊື່ອມຕໍ່ ບາງຊື່ ກັບ ຊຽງໃໝ່ ຢູ່ທາງທິດເໜືອຂອງ ໄທ, ກັບທາງທິດຕາເວັນອອກສ່ຽງເໜືອຂອງ ລາວ, ທາງທິດຕາເວັນອອກຂອງ ກຳປູເຈຍ ແລະ ທາງທິດໃຕ້ຂອງ ມາເລເຊຍ.

        ລັດຖະບານ ໄທ ພວມກະກຽມສັນຍາສະບັບໃໝ່ ກ່ຽວກັບບັນດາມາດຖານໃນຂະແໜງລົດໄຟກັບ ມາເລເຊຍ, ຫວຽດນາມ ແລະ ອິນໂດເນເຊຍ ຍ້ອນວ່າ ບັນດາປະເທດນີ້ ພວມສະຫງວນງົບປະມານຢ່າງຫລວງຫລາຍ ເພື່ອສ້າງບັນດາຮູບແບບຂົນສົ່ງທາງລົດໄຟໃໝ່, ຈາກບັນດາລະບົບລົດໄຟຄວາມໄວສູງຕະຫລອດເຖິງລົດໄຟຟ້າໃຕ້ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ