ໄທ: ຫົວໜ້າພັກອະນາຄົດໃໝ່ ປະກາດຈະສ້າງຕັ້ງລັດຖະບານໃໝ່

(VOVWORLD) -ພັກ FFP ຈະສວມບົດບາດຫຼັກແຫຼ່ງໃນລັດຖະບານໃໝ່
ໄທ: ຫົວໜ້າພັກອະນາຄົດໃໝ່ ປະກາດຈະສ້າງຕັ້ງລັດຖະບານໃໝ່ - ảnh 1ທ່ານທະນາທອນ ຈຶງຣຸງເຣືອງກິດ ຫົວໜ້າພັກ ອະນາຄົດໃໝ່ (FFP) (ພາບ:ABC)

ວັນທີ 16 ພຶດສະພາ, ສື່ມວນຊົນ ໄທ ໄດ້ຖະແຫຼງຂ່າວວ່າ ທ່ານຫົວໜ້າພັກ ອະນາຄົດໃໝ່ (FFP) ທະນາທອນ ຈຶງຣຸງເຣືອງກິດ ຖະແຫຼງວ່າ ພັກ FFP ຈະສວມບົດບາດຫຼັກແຫຼ່ງໃນລັດຖະບານໃໝ່, ໃນນັ້ນ ທ່ານ ທະນາທອນ ເອງ ຈະກາຍເປັນນາຍົກລັດຖະມົນຕີຄົນໃໝ່ ຖ້າຫາກວ່າ ເຂົາເຈົ້າສ້າງຕັ້ງລັດຖະບານສໍາເລັດ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງ ຄະນະກໍາມະການເລືອກຕັ້ງຂອງ ໄທ (EC) ສະເໜີສານລັດຖະທໍາມະນູນຂອງປະເທດນີ້ ຍົກເວັ້ນຖານະສະມາຊິກສະພາຜູ້ແທນລາດຊະດອນຂອງທ່ານ ທະນາທອນ - ຍ້ອນຖືກກ່າວຫາວ່າ ລະເມີດກົດໝາຍວ່າດ້ວຍການເລືອກຕັ້ງ.

        ທ່ານ ທະນາທອນ ໄດ້ຍົກອອກຄໍາຖະແຫຼງໃນ ເຟັດບຸກ ຂອງ ພັກ FFP ດ້ວຍເນື້ອໃນວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ມີແຕ່ພັກ FFP ເທົ່ານັ້ນ ຈິ່ງສາມາດຮໍາບັນດາບາດແຜ ແລະ ແກ້ໄຂບັນດາການປະທະກັນໄດ້, ພ້ອມທັງເຕົ້າໂຮມບັນດາພັກການເມືອງ ເພື່ອແນໃສ່ແບ່ງປັນຫຼັກໝັ້ນ ແລະ ລະບົບແນວຄິດລວມ. ສິ່ງດັ່ງກ່າວໝາຍຄວາມວ່າ ນໍາພົນທະຫານກັບຄືນເມືອຄ້າຍ, ປັບປຸງລັດຖະທໍາມະນູນ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງຢ່າງມີປະຊາທິປະໄຕ. ມີພຽງແຕ່ພວກຂ້າພະເຈົ້າເທົ່ານັ້ນ ຈິ່ງສາມາດປະຕິບັດສໍາເລັດພາລະກໍາດັ່ງກ່າວໄດ້”.


ຕອບກັບ

ຂ່າວ/ບົດ​ອື່ນ