ໄທ:ການເລືອກຕັ້ງທົ່ວປະເທດອາດຈະຈັດຕັ້ງໄວທີ່ສຸດແມ່ນໃນເດືອນ7

ໄທ:ການເລືອກຕັ້ງທົ່ວປະເທດອາດຈະຈັດຕັ້ງໄວທີ່ສຸດແມ່ນໃນເດືອນ7 - ảnh 1
ການແຫ່ຂະບວນປະທ້ວງ ຕ້ານລັດຖະບານຢູ່ນະຄອນຫຼວງ ບາງກອກ ໃນວັນທີ 25/3
(ພາບ: AFP/TTXVN)

(vovworld) – ວັນ​ທີ 22/4, ຄະນະ​ກຳມະການ​​ເລືອກ​ຕັ້ງ​ໄທ (EC) ປະກາດ​ວ່າ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຄັ້ງ​ໃໝ່​ຂອງ​ປະ​ເທດ​ນີ້​ຈະ​ຖືກ​ຈັດ​ຂຶ້ນ​​ໄວ​ທີ່​ສຸດ​ແມ່ນ​ໃນ​ເດືອນ 7 ​ແລະ ຊ້າ​ທີ່​ສຸດ​ແມ່ນ​ໃນ​ເດືອນ 9 ຈະ​ມາ​ເຖິງ. ທ່ານ​ເລຂາທິການ​ໃຫຍ່ EC ພູ​ຈົງ ນຸຕຣາວົງ ​ໃຫ້​ຮູ້​ວ່າ: ​ໃນການ​ເຈ​ລະ​ຈາ​ກັບ 53 ພັກ​ຝ່າຍ​ໃນ​ວັນດຽວ​ກັນ, EC ​ໄດ້​ສະ​ເໜີ​​​ວັນ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງ​​ໃໝ່​ນັ້ນ​ແມ່ນ: ວັນ​ທີ 20/7, 17/8 ​ແລະ 14/9, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປຶກສາ​ຫາລື​ວັນ​ຈັດການ​ເລືອກ​ຕັ້ງ​ກັບ​ລັດຖະບານ​ຊົ່ວຄາວ​ຂອງ​ທ່ານ​ນາງ ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນ​ນະ​ວັດ.

​    ​ແລະ​ກໍ່​ໃນ​ວັນ​ທີ 22/4, ​​ການ​ເຈລະຈາ​ລະຫວ່າງ​ລັດຖະບານ ​ໄທ ກັບ​ຝ່າຍ​ຄ້ານ​ກ່ຽວ​ກັບ​ແຜນການ​ເລືອກ​ຕັ້ງ​ໂດຍ EC ຈັດ​ຕັ້ງ​ໄດ້​ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນ​ລຸ​ບາດ​ກ້າວ​ບຸກທະລຸ​ໃດໆ, ຍ້ອນ​ວ່າ​ພັກ ປະຊາທິປັດ ຝ່າຍ​ຄ້ານ​ບໍ່​ມາ​ເຂົ້າ​ຮ່ວມ. ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ, ການ​ນຳ​ພັກ​ນີ້ ທ່ານ ອະພິສິດ ​ເວດ​ຊາ​ຊີວະ ຖະ​ແຫຼ​ງວ່າ: ທ່ານ ​ແລະ ບັນດາ​ສະມາຊິກ​ຈະ​ບໍ່​ເຂົ້າ​ຮ່ວມ​ຍ້ອນ​ສາຍ​ເຫດ​ກ່ຽວ​ກັບ​​ຄວາມ​ສະຫງົບ.

    ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ, ພັກ​ເພື່ອ​ໄທ ຂອງ​ທ່ານນາງ ຍິ່ງ​ລັກ ​ໄດ້​ຕຳ​ນິຕິ​ຕຽນ “ກົນອຸບາຍ” ທຳລາຍ​ການ​ເລືອກ​ຕັ້ງ​ຂອງ​ຝ່າຍ​ຄ້ານ. ​ໃນ​ຖະ​ແຫຼ​ງການ​ຂອງ​ຕົນ, ພັກ​ນີ້​ໄດ້​ກ່າວ​ປະນາມ​ຫຼາຍ​ພັກ​ຝ່າຍ “ບໍ່​ຢາກ​ມີ​ພື້ນຖານ​ປະຊາທິປະ​ໄຕ” ​ແລະ ພວມ​ພະຍາຍາມ​ສ້າງ​ຊ່ອງ​ຫວ່າງ​ດ້ານ​ການ​ເມືອງ​ເພື່ອ​ແນ​ໃສ່​ນຳ​ການ​ນຳ​ຄົນ​ໜຶ່ງ​ໂດ​ຍບໍ່​ຜ່ານ​ການ​ເລືອກ​ຕັ້ງ​ຂຶ້ນ​ກຳ​ອຳນາດ.


ຂ່າວ/ບົດ​ອື່ນ