ໄທຊອກຈັບຜູ້ກ່ຽວຂ້ອງເຖິງເຫດວາງລະເບີດຢູ່ທ່າກຳ່ປັ່ນບາງກອກ

ໄທຊອກຈັບຜູ້ກ່ຽວຂ້ອງເຖິງເຫດວາງລະເບີດຢູ່ທ່າກຳ່ປັ່ນບາງກອກ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່​ມໍ່​ກັບ​ທ່າ​ກຳ່​ປັ່ນ ສະພານ ທາກ​ສີນ
(ພາບ: Reuters)

(vovworld) - ວັນ​ທີ 27/8, ສານ​ໄທ ​ໄດ້​ອອກ​ຄຳ​ສັ່ງ​ຊອກ​ຈັບ​ຜູ້​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ມໍ່​ກັບ​ທ່າ​ກຳ່​ປັ່ນ ສະພານ ທາກ​ສີນ ທີ່​ນະຄອນຫຼວງ​ບາງ​ກອກ ​ເມື່ອ​ສັບປະດາ​ຜ່ານ​ມາ. ​ເຖິງ​ວ່າການວາງ​ລະ​ເບີດ​ດັງ​ກ່າວ​ບໍ່​ເຮັດ​ໃຫ້​ຜູ້​ໃດ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ກໍ່ຕາມ, ແຕ່​ມັນ​ພັດ​ເກີດ​ຂຶ້ນ​ພາຍຫຼັງ​ເຫດ​ວາງ​ລະ​ເບີດ​ທີ່​ນອງ​ເລືອດ​ຢູ່​ວິຫານ ​ເອຣາວັນ ພຽງ​ໜຶ່ງ​ວັນ​ເທົ່າ​ນັ້ນ. ​ໃນ​ຖະ​ແຫຼ​ງການ​ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ, ​ໂຄສົກ​ຕຳຫຼວດ​ແຫ່ງ​ຊາດ ປຣະວຸດ ຖາວອນ​ຊິຣິ ໃຫ້​ຮູ້​ວ່າ, ສານ​ອາຍາ​ບາງກອກ​ໃຕ້ ​ໄດ້​ເຊັນ​ອະນຸມັດ​ຄຳ​ສັ່ງ​ຊອກ​ຈັບ​ຊາຍ​ຜູ້​ໜຶ່ງ, ບໍ່​ທັນ​ຮູ້​ສັນຊາດ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຄັ້ງ​ທີ 2, ​ໂດຍ​ອີງ​ໃສ່​ຮູບ​ໃນ​ກາ​ເມຣາປ້ອງ​ກັນ​ຄວາມ​ສະຫງົບ. ຜູ້​ນີ້​ຖືກ​ກ່າວ​ຫາ “ກຳມະສິດ​ອຸປະກອນ​ລະ​ເບີດ, ກະຕຸກ​ໝາກ​ບອມ​ໃຫ້​ລະ​ເບີດ​ ​ຢ່າງ​ຜິດ​ກົດໝາຍ ​ແລະ ມີ​ກົນອຸບາຍ​ຂ້າ​ຄົນ​ດ້ວຍ​ຄວາມ​ຕັ້ງ​ໃຈ“

ຂ່າວ/ບົດ​ອື່ນ