ໄທບຸລິມະສິດການຜັນຂະຫຍາຍປະ​ຕູ​ຖານ​ຂໍ້​ມູນ​ການ​ຄ້າ​ລວມ ອາຊຽນ ແລະ ສິ້ນສຸດການເຈລະຈາສົນທິສັນຍາ RCEP

(VOVWORLD) - RCEP ຈະກາຍເປັນສົນທິສັນຍາການຄ້າໃຫຍ່ທີ່ສຸດໃນປະຫວັດສາດ, ລວມມີ: ຈີນ, ອິນເດຍ, ຍີປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວເຊີແລນ ແລະ 10 ປະເທດອາຊຽນ. ຍອດ GDP ຂອງບັນດາປະເທດ RCEP ກວມເອົາ 28% ຍອດລາຍຮັບ ແລະ 33% ມູນຄ່າການຄ້າທົ່ວໂລກ.
ໄທບຸລິມະສິດການຜັນຂະຫຍາຍປະ​ຕູ​ຖານ​ຂໍ້​ມູນ​ການ​ຄ້າ​ລວມ ອາຊຽນ ແລະ ສິ້ນສຸດການເຈລະຈາສົນທິສັນຍາ RCEP - ảnh 1ທ່ານນາງ  ອາຣາມົນ ຊັບທະວີທຳ ຫົວໜ້າກົມເຈລະຈາການຄ້າ, ກະຊວງການຄ້າໄທ (ພາບ: The Nation)

ລັດຖະບານ ໄທ ໄດ້ວາງອອກເປົ້າໝາຍວ່າ ຈະສິ້ດສຸດການເຈລະຈາສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP)  ແລະ ຜັນຂະຫຍາຍປະຕູຖານຂໍ້ມູນການຄ້າລວມຂອງ ອາຊຽມ ຢ່າງຮອບດ້ານ (ASW) ໃຫ້ແກ່ 10 ປະເທດສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ASEAN) ໃນທ້າຍປີນີ້. ນີ້ແມ່ນບັນດາບຸລິມະສິດແຖວໜ້າຂອງ ໄທ ໃນຖານະບົດບາດເປັນປະທານ ອາຊຽນ 2019.

        ກ່າວຄຳເຫັນໃນກອງປະຊຸມຖະແຫລງຂ່າວກ່ຽວກັບປະຕູຖານຂໍ້ມູນການຄ້າລວມຂອງ ອາຊຽນ ໃນວັນທີ 10 ມີນາ ຢູ້ແຂວງສົງຂາ. ທ່ານນາງ ອາຣາມົນ ຊັບທະວີທຳ ຫົວໜ້າກົມເຈລະຈາການຄ້າ, ກະຊວງການຄ້າ ໄທ ໄດ້ຢັ້ງຢືນວ່າ ການປະຕິບັດເຈລະຈາ RCEP ໃຫ້ສຳເລັດຜົນເປັນຢ່າງດີໃນທ້າຍປີນີ້ແມ່ນໜຶ່ງໃນບັນດາບຸລິມະສິດດ້ານເສດຖະກິດແຖວໜ້າຂອງ ໄທ. ຕາມທ່ານນາງ ອາຣາມົນ ຊັບທະວີທຳ ແລ້ວ, ເມື່ອປະຕິບັດການເຈລະຈາ RCEP ໃຫ້ສຳເລັດຜົນເປັນຢ່າງດີ, RCEP ຈະກາຍເປັນສົນທິສັນຍາການຄ້າໃຫຍ່ທີ່ສຸດໃນປະຫວັດສາດ, ລວມມີ: ຈີນ, ອິນເດຍ, ຍີປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວເຊີແລນ ແລະ 10 ປະເທດອາຊຽນ. ຍອດ GDP ຂອງບັນດາປະເທດ RCEP ກວມເອົາ 28% ຍອດລາຍຮັບ ແລະ 33% ມູນຄ່າການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ