ໄທສືບຕໍ່ຊຸກຍູ້ການຮ່ວມມືກັບຄະນະເລຂາອາຊຽນ

ໄທສືບຕໍ່ຊຸກຍູ້ການຮ່ວມມືກັບຄະນະເລຂາອາຊຽນ - ảnh 1

ພາບປະກອບ

(vovworld) - ​ແຈ້ງ​ຂ່າວ​ຂອງ​ຄະນະ​ເລຂາ​ອາ​ຊຽນ​ໃນ​ວັນ​ທີ 12/2 ​ໃຫ້​ຮູ້​ວ່າ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ດອນ​ ປຣານັດ​ວິ​ໄນ ຫາ​ກໍ່​ມີ​ການ​ຢ້ຽມຢາມຄະນະ​ເລຂາ​ອາ​ຊຽນ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ  ​ເລ​ເລືອ​ງມິ​ງ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ເຖິງຄະນະ​ເລຂາ​ອາ​ຊຽນ, ນັບ​ແຕ່​ທ່ານ​ໄດ້​ຮັບດຳລົງ​ຕຳ​ແໜ່​ງນີ້​ໃນ​ປີ 2015. ທີ່​ການ​ພົບ​ປະ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບາດກ້າວ​ຕໍ່​ໄປ, ພາຍຫຼັງ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ທ້າຍ​ປີ 2015; ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຍົກ​ລະດັບ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ອາ​ຊຽນ​ໃຫ້ປະຊາຊົນ​ໃນ​ພາກ​ພື້ນ, ທັງ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ສົມ​ທົບ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ບາງ​ບັນຫາ​ເຊັ່ນ: ການໜູນ​ຊ່ວຍ​ມະນຸດສະທຳ, ການ​ຄວບຄຸມ​ໄພ​ທຳ​ມະ​ຊາດ, ການ​ຕ້ານ​ກໍ່​ການ​ຮ້າຍ… ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິ​ງ ຢືນຢັນ​ວ່າ, ຄະນະ​ເລຂາ​ອາ​ຊຽນ ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ການ​ເຊື່ອມ​ໂຍງ ​ແລະ ກໍ່ສ້າງ​ປະຊາ​ຄົມ.

ຂ່າວ/ບົດ​ອື່ນ