ໄທເຊື່ອໝັ້ນວ່າຂະແໜງທ່ອງທ່ຽວຈະຟື້ນຟູພາຍຫຼັງເຫດວາງລະເບີດ

ໄທເຊື່ອໝັ້ນວ່າຂະແໜງທ່ອງທ່ຽວຈະຟື້ນຟູພາຍຫຼັງເຫດວາງລະເບີດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 26/08, ທ່ານນາງລັດຖະມົນຕີ​ວ່າການ​ກະຊວງ​ກິລາ ​ແລະ ທ່​ອງທ່ຽວ​ໄທ ກອ​ບການ ວັດທະນະ​ວະຣາງກູນ ສະ​ແດງ​ຄວາມ​ເຊ​ື່ອໝັ້ນ​ວ່າ, ຂະ​ແໜງ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ນີ້​ຈະ​ຟື້ນ​ຟູ ພາຍຫຼັງ​ເຫດ​ວາງ​ລະ​ເບີດ​ເມື່ອ​ວັນ​ທີ 17/08 ຜ່ານ​ມາ ຢູ່​ວິຫານ ​ເອຣະວັນ, ​ໃຈກາງ​ນະຄອນ​ຫຼວງ​ບາງກອກ, ​ເຮັດ​ໃຫ​້ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ​​ເສຍ​ຊີວິດ ​ແລະ ກວ່າ 120 ຄົນ​ຮັບ​ບາດ​ເຈັບ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​. ທ່ານ​ນາງ  ກອບການ ວັດທະນະ​ວະຣາງກູນ ຖື​ວ່າ, ​ເຫດ​ວາງ​ລະ​ເບີດ​ພຽງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການທ່​ອງທ່ຽວໄທ ​​ໃນ​ໄລ​ຍະ​ສັ້ນເທົ່າ​ນັ້ນ, ຕາມ​ນັ້ນ​ແລ້ວ, ຄາດໝາຍ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ໃນ​ປີ 2015 ​ແມ່ນ 2.2000 ຕື້​ບາດ ຍັງ​ຈະ​ບັນລຸ​ໄດ້. ປະຈຸ​ບັນ, ສະພາບ​ການ​​ໄດ້​ຮັບ​ການ​ຄວບ​ຄຸມ, ບັນດາ​ມາດ​ຕະການ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີຢູ່​ໃນ​ລະດັບ​ສູງ​ສຸດ ​​ເພື່ອ​ຮັບປະກັນ​ໃຊ້ປະຊາຊົນ​ໄທ ​ແລະ ​ແຂ​ກຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ