ໄທເພີ່ມທະວີການຄວບຄຸມປ້ອງກັນຄວາມສະຫງົບເຂດຊາຍແດນກັບມາເລເຊຍ

ໄທເພີ່ມທະວີການຄວບຄຸມປ້ອງກັນຄວາມສະຫງົບເຂດຊາຍແດນກັບມາເລເຊຍ - ảnh 1
(ພາບປະກອບ)

(vovworld) – ນັບ​ແຕ່​ວັນ​ທີ 16/11, ​​ໄທ​ ໄດ້​ເພີ່ມ​ທະວີ​ການ​ຄວບ​ຄຸມປ້ອງ​ກັນຄວາມສະຫງົບ​ເຂດ​ຊາຍ​ແດນ​ກັບ​ມາ​ເລ​ເຊຍ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ພວກ ກໍ່ການ​ຮ້າຍຊາວ​ມຸດ​ສະ​ລິ​ມຫົວ​ຮຸ່ນ​ແຮງ ອາດ​ຈະ​​ແຊກ​ຊຶມເຂົ້າປະ​ເທດ​ນີ້ ​ເພື່ອ​ບຸກ​ໂຈມ​ຕີ ພາຍຫຼັງ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່​ນະຄອນຫຼວງ​ປາ​ຣີ, ປະ​ເທດ​ຝລັ່ງ ​ແລະ ຢູ່​ລີ​ບານ. ອະທິ​ບາຍກ່ຽວ​ກັບ​ເລື່ອງ​ນຳ​ໃຊ້​ມາດ​ຕະການ​​ເພີ່ມ​ທະ​ວີ​ການປ້ອງ​ກັນ​ຄວາມ​ສະຫງົບນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ພຣະວິດ ວົງ​ສຸວັນ ​ໃຫ້​ຮູ້​ວ່າ, ບັນດາ​ບຸກຄົນ​ທີ່​ເປັນ​ສະມາຊິກ​ຂອງ​ອົງການລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ໄດ້​ມີໜ້າ​ຢູ່​ພາກ​ພື້ນ​ນີ້. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາພາຍ​ຫຼັງ​ທ່ານ ພຣະວິດ ວົງ​ສຸວັນ ​ເປັນ​ປະທານ​ກອງ​ປະຊຸມ​ເຊິ່ງ​ລວມມີ​ບັນດາ​ຜູ້​ຕາງ​ໜ້າ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ປ້ອງ​ກັນ​ຄວາ​ມສະຫງົບ ​ແນ​ໃສ່​ສະ​ກັດ​ກັ້ນ​​​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ພາຍ​ໃນ​ປະ​ເທດ, ພາຍຫຼັງ​​ເກີດ​ມີບັນດາ​ການ​ບຸ​ກ​ໂຈມ​ຕີ​ທີ່​ນອງ​ເລືອດ​ຢູ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ.

ຂ່າວ/ບົດ​ອື່ນ