ໄວໜຸ່ມແຂວງ ກວາງຈິ ຈັດຕັ້ງການເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ສປປລາວ

(VOVWORLD) - ໃນການເຄື່ອນໄຫວເປັນເວລາ 5 ວັນຢູ່ປະເທດບ້ານໃກ້ເຮືອນຄຽງ, ບັນດາແພດໝໍຂອງສະມາຄົມທ່ານໝໍໜຸ່ມແຂວງ ກວາງຈິ ໄດ້ດຳເນີນການກວດ...

ຄະນະຊາວໜຸ່ມແຂວງ ກວາງຈິ ຫາກໍ່ຈັດຕັ້ງບັ້ນເຄື່ອນໄຫວອາສາສະໝັກລະດູແລ້ງຢູ່ ສປປ ລາວ. ໃນການເຄື່ອນໄຫວເປັນເວລາ 5 ວັນຢູ່ປະເທດບ້ານໃກ້ເຮືອນຄຽງ, ບັນດາແພດໝໍຂອງສະມາຄົມທ່ານໝໍໜຸ່ມແຂວງ ກວາງຈິ ໄດ້ດຳເນີນການກວດ, ໃຫ້ຄຳປຶກສາ, ແນະນຳກ່ຽວກັບສຸຂະພາບ ແລະ ແຈກຢາຍຢຸກຢາໂດຍບໍ່ຄິດຄ່າໃຫ້ປະຊາຊົນ, ພະນັກງານ, ກຳລັງປະກອບອາວຸດຂອງ ສປປ ລາວ ລວມກ່ວາ 3.200 ເທື່ອຄົນ. ຜ່ານບັນດາການເຄື່ອນໄຫວນີ້; ບັນດາແພດໝໍຂອງສະມາຄົມທ່ານໝໍໜຸ່ມແຂວງ ກວາງຈິ ໄດ້ຖ່າຍທອດບັນດາເຕັກນິກທີ່ກ້າວໜ້າໃນຂົງເຂດການແພດໃຫ້ແກ່ຖັນແຖວແພດໝໍຢູ່ບັນດາເມືອງຂອງແຂວງ ສະຫວັນນະເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ