ໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື,ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປ​າສັກ,ລາວ

(VOVWORLD) -ຕອນບ່າຍວັນທີ 08 ມິຖຸນາ, ຢູ່ນະຄອນ ບວນມາທວດ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແຂວງ ດັກລັກ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ຈຳປາສັກ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໃນວຽກງານຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ວຽກງານຂອງນັກທຸລະກິດໜຸ່ມ ໄລຍະ 2018 – 2020.

ໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື,ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປ​າສັກ,ລາວ - ảnh 1ໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື, ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປາສັກ

(ພາບ: tinhdoandaklak.gov.vn)

ຕາມນັ້ນແລ້ວ, 2 ຝ່າຍຈະຈັດຕັ້ງໃຫ້ຊາວໜຸ່ມ 2 ແຂວງແລກປ່ຽນບົດຮຽນໃນການຜະລິດດຳເນີນທຸລະກິດ ແລະ ການຮ່ວມມືພັດທະນາບັນດາຮູບແບບເສດຖະກິດທີ່ເໝາະສົມ; ແບ່ງປັນບົດຮຽນໜູນຊ່ວຍຊາວໜຸ່ມເລີ່ມເຮັດທຸລະກິດແບບ start up, ກໍ່ຮ່າງສ້າງຕົວ, ປຶກສາຫາລືກ່ຽວກັບການຍູ້ແຮງການຮ່ວມມືພັດທະນາເສດຖະກິດ, ສັງຄົມລະຫວ່າງຊາວໜຸ່ມ 2 ແຂວງ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ