ໜັງສືພິມ ສປປ.ເກົາຫຼີ ຢັ້ງຢືນ ຄວາມປາດຖະໜາຢາກມີສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ

(VOVWORLD) - ວັນທີ 25 ມິຖຸນາ, ໜັງສືພິມ Minju Chosun,  ໜັງສືພິມລາຍວັນ ຂອງ ສປປ.ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍຫົວຂໍ້ວ່າ “ຈົ່ງພ້ອມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງແຫຼມເກົາຫຼີ” ເນື່ອງໃນໂອກາດ ສະເຫຼີມສະຫຼອງ 69 ປີ ແຫ່ງວັນສົງຄາມ ສປປ.ເກົາຫຼີ (ວັນທີ 25 ມິຖຸນາ 1950 – 25 ມິຖຸນາ 2019).
ໜັງສືພິມ ສປປ.ເກົາຫຼີ ຢັ້ງຢືນ ຄວາມປາດຖະໜາຢາກມີສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ(ພາບ: TTXVN) 

ໃນນັ້ນ ໄດ້ຢັ້ງຢືນຄືນໃໝ່ຄວາມມຸ່ງມາດປາດຖະໜາຂອງ ພຽງຢາງກ່ຽວກັບສັນຕິພາບແບບຍາວນານຢູ່ແຫຼມເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ສ.ເກົາຫຼີ ແລະ ອາເມລິກາ ປະຕິບັດບັນດາຖະແຫຼງການຮ່ວມມຸ່ງໄປເຖິງການຍົກສູງບັນດາການພົວພັນສອງຝ່າຍ. ບົດຂຽນໄດ້ຢັ້ງຢືນເຖິງຫຼັກໝັ້ນສະເໝີຕົ້ນສະເໜີປາຍຂອງ ສປປ.ເກົາຫຼີ ແມ່ນສ້າງຕັ້ງການພົວພັນໃໝ່ລະຫວ່າງສອງພາກເກົາຫຼີ ແລະ ສ້າງພື້ນຖານສັນຕິພາບແບບຍາວນານ ແລະ ໝັ້ນຄົງໃຫ້ເໝາະສົມກັບບັນດາຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່. ນອກຈາກນັ້ນ, ບົດໜັງສືພິມກໍ່ໄດ້ຍົກອອກຢ່າງຈະແຈ້ງວ່າ ຖ້າ ຫາກ ສ.ເກົາຫຼີ ມີຄວາມຫວັງ ຢາກປັບປຸງການພົວພັບຂ້າມຊາຍແດນຢ່າງແທ້ຈິງນັ້ນ , ເຊີອຸນ ຄວນປະຕິບັດບັນດາຂໍ້ຕົກລົງສອງຝ່າຍໃນອະດີດຕະການດ້ວຍຄວາມຈິງໃຈເພື່ອແນໃສ່ຊຸກຍູ້ການໄກ່ເກ່ຍ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງທາງການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ