ໜັງສືພິມກອງທັບປະຊາຊົນເປີດສະຫຼອງສື່ເອເລັກໂຕນິກດ້ວຍພາສາລາວ, ພາສາຂະແມ

(VOVWORLD) - ເລື່ອງເປີດສະຫຼອງສື່ເອເລັກໂຕນິກຂອງໜັງສືພິມກອງທັບປະຊາຊົນ ແມ່ນເລີ່ມມາຈາກຄວາມຮຽກຮ້ອງພຶດຕິກຳຕົວຈິງ 
ໜັງສືພິມກອງທັບປະຊາຊົນເປີດສະຫຼອງສື່ເອເລັກໂຕນິກດ້ວຍພາສາລາວ, ພາສາຂະແມ - ảnh 1 ພິທີເປີດສະຫຼອງ (ພາບອິນເຕີແນັດ)

ຕອນເຊົ້າວັນທີ 20 ຕຸລາ, ທີ່ຮ່າໂນ້ຍ ໜັງສືພິມກອງທັບປະຊາຊົນ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ກະຊວງປ້ອງກັນປະເທດ) ຈັດຕັ້ງພິທີເປີດສະຫຼອງສື່ເອເລັກໂຕນິກດ້ວຍພາສາລາວ, ພາສາຂະແມ. ເລື່ອງເປີດສະຫຼອງສື່ເອເລັກໂຕນິກຂອງໜັງສືພິມກອງທັບປະຊາຊົນ ແມ່ນເລີ່ມມາຈາກຄວາມຮຽກຮ້ອງພຶດຕິກຳຕົວຈິງ ຄວນສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ, ລາວ - ຫວຽດນາມ; ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານກ່ຽວກັບສະພາບການທຸກດ້ານຂອງ ຫວຽດນາມ ກັບຜູ້ອ່ານ ລາວ, ກຳປູເຈຍ ກໍ່ຄືຜູ້ທີ່ຮູ້ພາສາລາວ, ພາສາຂະແມ ຢູ່ພາຍໃນປະເທດ, ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ