ຄຳອວຍພອນຂອງປະທານປະເທດ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014

ຄຳອວຍພອນຂອງປະທານປະເທດ  ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ 2014 - ảnh 1

ປະທານປະເທດ ເຈືອງເຕິ໋ນຊາງ

ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ ​ແລະ ນັກຮົບ​ທີ່​ຮັກ​ແພງ​ທັງ​ຊາດ!

ປີ 2013, ປະ​ເທດ​ຫວຽດນາມ​ ໄດ້​ຜ່ານ​ຜ່າ​ການ​ທ້າ​ທາຍ​ຫຼາຍ​ຢ່າງ. ທົ່ວ​ພັກ, ທົ່ວ​ປວງ​ຊົນ​, ທົ່ວ​ກອງ​ທັບ ​ໄດ້​ມານະ​ພະຍາຍາມຈົນ​ສຸດ​ຄວາມ​ສາມາດ, ຍາດ​ໄດ້ຜົນ​ງານ​ສຳຄັນຫຼາຍ​ຢ່າງ ​ແລະ ຫຼາຍ​ບົດຮຽນອັນ​ລຳ້​ຄ່າ. ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ພວມ​ຮຽກຮ້ອງ​​ໃຫ້ມີ​ຄວາມ​ຕັດສິນ​ໃຈ​ສູງ, ​ມີເຈດ​ຈຳນົງ ​ແລະ ການ​ກະທຳ​ເປັນ​ເອກະ​ພາບ, ມີ​ການ​ປ່ຽນ​ແປງດ້ານຈິດ​ໃຈ​ຢ່າງ​ແຮງ, ຮອບດ້ານ ​ແລະ ຄົບ​ຊຸດ.

        ກ້າວ​ເຂົ້າ​ສູ່​ປີ​ໃໝ່ 2014, ປະ​ເທດ​ຊາດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ບັນດາ​ຜົນງານ​ຂອງ​ພາລະກິດ​ປ່ຽນ​ໃໝ່ ຍາມ​ໃດ​ກໍ່​​ເປັນ​ການ​ລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ ນຳ​ປະ​ເທດ​ຊາດ​ໄປ​ສູ່​ອະນາຄົດ​ທີ່​ສົດ​ໄສ. ພວກ​ເຮົາໝັ້ນ​ໝາຍ​ຈະ​ເຮັດ​ວຽກ, ອຸທິດ​ສ່ວນ​ໃຫ້​ສົມກັບ​ບັນພະບຸລຸດ, ກັບ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ ​ແລະ ​ເພື່ອ​ອະນາຄົດ​ຂອງ​ລຸ່ນລູກລຸ່ນ​ຫຼານ​ໃນ​ພາຍ​ພາກ​ໜ້າ. ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ ​ແລະ ນັກຮົບ​ທັງ​ຫຼາຍ ຈົ່ງ​ສາມັກຄີ​ກັນເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຮ່ວມ​ແຮງ​ຮ່ວມ​ໃຈ, ປະກອບພູມ​ປັນຍາ ​ແລະ ຄວາມ​ສາມາດທັງ​ໝົດ, ​​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່, ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ດ້ວຍ​​ແນວ​ຄິດອຳນາດ​​ນິຕິບັນຍັດທີ່​ກ້າວໜ້າ, ສືບ​ຕໍ່​ນຳ​ປະ​ເທດ​ກ້າວ​ຂຶ້ນ.

​ເວລາ​ສົ່ງ​ທ້າຍ​​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ ປີ​ມະ​ເມຍມາ​ຮອດ​ແລ້ວ, ລະດູບານ​ໃໝ່​ໄດ້​ວຽນມາ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ​ໃນ​ຈຸດ​ເວລາສັກກະ​ລະ​ບູຊາ​ນີ້, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ, ນັກຮົບ​ທັງ​ຊາດ, ພີ່ນ້ອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ​ໃນ​ນາມປະຊາຊົນ​ທົ່ວ​ປະ​ເທດ, ຂ້າພະ​ເຈົ້າ​ຂໍສົ່ງ​ຄວາມ​ຮັກ​ແພງ​ມາ​ຍັງ​ບັນດາ​ພະນັກງານ, ນັກຮົບ​ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ເຂດ​ຊາຍ​ແດນ, ​ເກາະ​ທະ​ເລ​ທີ່​ຫ່າງ​ໄກ. ອວຍພອນ​ໃຫ້​ປະ​ເທດ​ຫວຽດນາມ ສັນຕິພາບ, ວັດທະນາ​ຖາວອນ; ປະຊາຊົນ​ຫວຽດນາມ​ ​ອິ່ມໜຳສຳລານ ​ແລະ ມີ​ຄວາມຜາ​ສຸກ, ປີ​ໃໝ່​ບັນຍາກາດ​ໃໝ່,​ ​ໄຊຊະນະ​ໄໝ່.

 

ຂ່າວ/ບົດ​ອື່ນ