ກົງພັດນ້ຳບ້ານບໍ-ກິດຈະກຳທີ່ມີຫົວຄິດປະດິດສ້າງ ເປັນເອກະລັກສະເພາະຂອງປະຊາຊົນໃນແຂວງລາຍເຈົາ

ຮູບ​ພາບ​ບັນ​ດາ​ກົງ​ພັກນ້ຳ​ພວມ​ໝູນ​ຢ່າງ​ສະ​ເໝີຢູ່​ຕາມ​ຫ້ວຍ​ນ້ຳ​ ໄດ້​ກາຍ​ເປັນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ. ຢູ່​ຕາ​ແສງ​ບ້ານ​ບໍ​ເມືອງ ຕາມ​ເດືອງ, ແຂວງ​ລາຍ​ເຈົາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຫ່ງ​ທີ່​ມີ​ກົງ​ພັດ​ນ້ຳຫຼາຍກ່​ວາ​ໝູ່​ໃນ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​. ຕະຫຼອດ​ວັນ ແລະ ຄືນ, ບັນ​ດາ​ກົງ​ພັດ​ນ້ຳ​ໄດ້​ສົ່ງນ້ຳ​ຈາກບໍ່, ຫ້ວຍ​ນ້ຳ​ລຳ​ເຊ​ຕ່າງໆ​ມາ​ຮັບ​ໃຊ້​ການ​ຫົດ​ນ້ຳ​ຢູ່​ຕາມ​ທົ່ງ​ໄຮ່​ທົ່ງ​ນາ, ອັນ​ໄດ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ແຂວງ​ລາຍ​ເຈົາ​ເພີ່ມ​ຄວາມ​ອີ່ມ​ໜຳ​ສຳ​ລານຫຼາຍ​ຂຶ້ນ.​

ກົງພັດນ້ຳບ້ານບໍ-ກິດຈະກຳທີ່ມີຫົວຄິດປະດິດສ້າງ ເປັນເອກະລັກສະເພາະຂອງປະຊາຊົນໃນແຂວງລາຍເຈົາ - ảnh 1
ກົງ​ພັດ​ນ້ຳ​ບ້ານ​ບໍໃນ​ແຂວງ​ລາຍ​ເຈົາ

      ໂດຍນອນ​ຢູ່​ຫ່າງ​ຈາກ​ນະ​ຄອນ​ລາຍ​ເຈົາ​ປະ​ມານ 35 ກມ, ​ຕາ​ແສງ​ບ້ານ​ບໍແມ່ນເຂດ​ທີ່​ມີ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ເມື່ອງ, ຢ້າວ, ລາວ​ ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ. ​ໂດຍ​ຖືກ​ກຳ​ເນີດ​ຂຶ້ນຍ້ອນ​ຄວາມ​ຕ້ອງ​ການ​ດ້ານ​ຊົນ​ລະ​ປະ​ທານ​ຢູ່​ເຂດ​ພູ​ສູງ, ກົງ​ພັດ​ນ້ຳ​ຖືກ​ຜະ​ລິດ​ອອກ​ເພື່ອ​ແນ​ໃສ່​ນຳ​ໃຊ້​ແຮງ​ນ້ຳຈາກ​ກະ​ແສ​ນ້ຳ​ໄຫຼ​ທຳ​ມະ​ຊາດ​ເພື່ອ​ສົ່ງ​ນ້ຳ​ມາ​ຮັບ​ໃຊ້​ການ​ຫົວ​ນ້ຳ​ຢູ່​ຕາມ​ເນື້ອ​ທີ່​ໄຮ່​ນາຈ​ຮົ້ວ​ສວນ​ໃນ​ບ້ານ. ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ຢູ່ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​, ໃນ​ນັ້ນ ມີ​ບ້ານ​ບໍ ນອນ​ຢູ່​ຂ້າງ​ຫ້ວຍ​ນ້ຳມູ ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ດາ​ຜູ້​ເຮັດ​ກົງ​ພັດ​ນ້ຳ​ທີ່​ເກັ່ງ​ກ່​ວາໝູ່​ ດ້ວຍ​ບັນ​ດາ​ກົງ​ພັດ​ນ້ຳ​ທີ່​ມີ​ຄົບ​ທຸກ​ຂະ​ໜາດ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ.

     ໂດຍ​ຖືກ​ອອກ​ແບບ​ຢ່າງ​ຄ່ອງ​ແຄ້ວ​ຈາກ​ບັນ​ດາ​ວັດ​ຖຸ​ດິບ​ຂອງເຂດ​ພູ​ຜາ​ປ່າ​ໄມ້​, ບັນ​ດາ​ກົງ​ພັດ​ນ້ຳຢູ່​ບ້ານ​ບໍ​ສູງ​ປະ​ມານ 8 ແມດ, ຖືກ​ຜະ​ລິດ​ດ້ວຍ​ວັດ​ຖຸ​ດິບ​ທີ່​ເອົາ​ມາ​ຈາກ​ທຳ​ມະ​ຊາດ. ຖ້າ​ຫາກ​ເຫັນ​ປະ​ຈັກ​ຕາ​ການ​ກະ​ກຽ​ມ​ວັດ​ຖຸ​ດິບ ແລະ ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ ກົງ​ພັດ​ນ້ຳນັ້ນ, ຈຶ່ງ​ສາ​ມາ​ດ​ເຫັນ​ໄດ້​ເຖິງ​ຄວາມ​ຄ່ອງ​ແຄ້ວ​ຂອງ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ລຸງ​ລູ່​ວັນ​ຮຸ່ງ ຊາວ​ເຜົ່າ​ຜູ້​ໄທ​ຢູ່ ​ຕາ​ແສງ​ບ້ານ​ບໍ​ໃຫ້​ຮູ້​ວ່າ : (ເທບ)

    “ ສຳ​ລັ​ບ ກົງ​ພັດ​ນ້ຳທີ່​ມີ​ລວງ​ສູງປະ​ມານ 5 ແມດ, ກໍ​ມີ​ກຳ​ປະ​ມານກວ່າ 40 ກຳ   ດ້ວຍ​ລວງ​ຍາວ​ຂອງ​ກຳ​ແມ່ນ​ປະ​ມານກວ່າ 2 ແມດ. ຫຼັງ​ຈາກນັ້ນ ກໍ​ເຈາະ​ຮູ​ໃສ່​ເພົາຂອງ​ກົງ​ພັດ​ນ້ຳເພື່ອ​​ເອົາກຳສຽບ​ໃສ່. ສຳ​ລັບ​ບັນ​ດາ​ຮູ, ແມ່ນ​ຕ້ອງ​ເຈາະ​ເລິກ​ສະ​ເໝີ​ກັນ ແລະ ທໍ​ກັບຈຳ​ນວນ​ກຳ​ຂອງ ກົງ​ພັດ​ນ້ຳ​ເພື່ອ​ໃນ​ເວ​ລາ​ເອົາ​ກຳ​ສຽບ​ໃສ່ ກໍ​ຕ້ອງ​ຮັບ​ປະ​ກັນ​ຄວາມ​ກ້ຳ​ເກີ່ງ ແລະ ສະ​ເໝີ​ກັນ. ຫຼັງ​ຈາກນັ້ນ, ແມ່​ນ​ຮອດ​ການ​ສານ​ບັນ​ດາ​ແຜ່ນ​ໃບ​ພັດ​ເພື່ອ​ຕິດ​ໃສ່​ຮອບນອກ​ຂອງ ກົງ​ພັດ​ນ້ຳ ”

      ເມື່ອ​ເຮັດ​ສຳ​ເລັດ, ບັນ​ດາ​ແຜ່ນ​ໃບ​ພັດ​ຖືກ​ສາ​ນ​ອ້ອມ​ກົງ​ພັດ​ນ້ຳ ກໍ​ປຽບ​ເໝືອ​ບັນ​ດາ​ໃບ​ພັດ​ຕວກ​ບິນ, ເມື່ອ​ນ້ຳ​ໄຫຼຍູ້​ບັນ​ດາໃບ​ພັດຈະ​ພາ​ໃຫ້ກົງ​ພັດ​ນ້ຳ​ໝູນ. ຄື​ດັ່ງ​ເຄື່ອງ​ຈັກ​ແລ່ນ​ຕະຫຼອດ​ວັນ ແລະ ຄືນ, ກົງ​ພັດ​ນ້ຳສາ​ມາດ​ແບກ​ຫາບ​ວຽກ​ງານ​ທີ່​ໜັກ​ໜາ​ສ່ວນ​ໜຶ່ງ​ໃຫ້​ແກ່​ຊາວ​ກະ​ສີ​ກອນ​ຢູ່​ແຫ່ງນີ້.

     ເພື່ອ​ຜະ​ລິດ ກົງ​ພັດ​ນ້ຳ​ໃຫ້​ສຳ​ເລັດ​ນັ້ນ, ກໍ​ຕ້ອງ​ເຮັດ​ຢ່າງ​ລະ​ອຽດ​ລະ​ອໍ, ຈາກ​ການ​ເລືອກ​ເອົາ​ໄມ້​ມາ​ເຮັດ​ເພົາ, ເລືອກ​ເອົາ​ໄມ້​ໄຜ່​ໄມ້​ເຮ້ຍ​ມາ​ເຮັດ​ກຳ. ເມື່ອ​ເຮັດ​ສຳ​ເລັດ, ກົງ​ພັດ​ນ້ຳແຕ່​ລ​ະ​ກົງ​ກໍ​ໄດ້​ກາຍ​ເປັນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ເຂດ​ພູ​ສູງ ກໍ​ຄື​ຄວາມຄ່ອງ​ແຄ້ວ​ຂອງ​ພວກ​ນາຍ​ຊ່າງ​ເມື່ອ​ຜະ​ລິດອອກ​ຜະ​ລິດ​ຕະ​ພັນ. ນາງ​ຮ​ວ່າງ​ເທີ, ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ແບ່ງ​ປັນ​ວ​່າ : (ເທບ)

    “ ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວຢູ່​ເຂດທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຍາ​ມ​ໃດ​ກໍ​ຖື​ບັນ​ດາກົງ​ພັດ​ນ້ຳຢູ່​ບ້ານ​ບໍ​ແມ່ນ​ຮູບ​ພາບ​ທີ່​ສຳ​ຄັນ​ເພື່ອ​ຄົ້ນ​ຫາ​ດິນ​ແດນ ແລະ ຊາວ​ທ້ອງ​ຖິ່ນ​ຢູ່​ແຫ່ງນີ້. ຫຼຽວ​ເບິ່ງ​ຈາກ​ໄກ, ບັນ​ດາກົງ​ພັດ​ນ້ຳແມ່ນ​ໃຫຍ່​ໂຕ ແລະ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ມັນ​ພັດ​ເຮັດ​ຍາກ​ເຊັ່ນ​ນັ້ນ. ເມື່ອ​ຍ່າງ​ເຂົ້າ​ໃກ້, ຈຶ່ງ​ຈະ​ເຫັນ​ຄວາມ​ຄ່ອງ​ແຄ້ວ, ລະ​ອຽດ​ອ່ອນ ແລະ ມີ​ຄວາມ​ນິ​ຍົມ​ນັບ​ຖື​ຕໍ່​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາວ​ທ້ອງ​ຖິ່ນ. ມາ​ຮອດ​ບ້ານ​ບໍ, ຂ້າ​ພະ​ເຈົ້າ​ຍັງ​ໄດ້​ຮຽນ​ວິ​ທີ​ເຮັດ​ກົງ​ພັດ​ນ້ຳ, ພ້ອມ​ທັງ​ມີ​ໂອ​ກາດ​ຢູ່​ຮ່ວມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້; ຂ້າ​ພະ​ເຈົ້າ​ຍັງ​ໄດ້​ໄປ​ຈັບ​ປາ​ຢູ່​ຫ້ວຍ ແລະ ໄດ້​ປຸງ​ແຕ່ງ​ອາ​ຫານ​ເຍື່ອງ​ຕ່າງໆ​ຂອງ​ຊາວ​ເຜົ່າ​ຜູ້​ໄທ”

     ບັນ​ດາກົງ​ພັດ​ນ້ຳຕັ້ງ​ຢູ່​ຫ້ວຍ​ນ້ຳ​ມູ, ບໍ່​ພຽງ​ແຕ່​ໄດ້​ສົ່ງ​ນ້ຳ​ເຖິງ​ບັນ​ດາ​ທົ່ງ​ໄຮ່​ທົ່ງ​ນາ​ເທົ່​ານັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ນັດ​ພົບ​ຂອງບັນ​ດາຄູ່​ບາວ​ສາວ​ທີ່​ໄດ້​ກາຍ​ເປັນ​ຄູ່​ຜົວ ​ເມຍຢູ່​ແຫ່ງນີ້​ອີກ​ດ້ວຍ. ພ້ອມ​ກັບ​ບັນ​ດາວ​າດ​ຟ້ອນ​ແຊ, ງານ​ບຸນ​ເຂົ້າ​ໃໝ່​ນັ້ນ, ກົງ​ພັດ​ນ້ຳປຽບ​ເໝືອນ​ຮູບ​ພາບ​ທີ່​ຕິດ​ພັນ​ກັບ​ຊີ​ວິດ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ, ອັນ​ໄດ້​ສ້າງ​ຄວາມ​ງາມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃຫ້​ແກ່ ເຂດ​ພູ​ຜາ​ປ່າ​ໄມ້​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ