ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ

(VOVWORLD) -ກວານບະແມ່ນເມືອງເຂດພູສູງ, ຊາຍແດນທາງທິດເໜືອໃນແຂວງ ຮ່າຢາງ ແມ່ນປະຕູຂອງເຂດສວນສາທາລະນະທໍລະນີທົ່ວໂລກພູພຽງຫີນດົ່ງວັນ. ເມືອງກວານບະ ມີເຂດພູຫີນສູງຖືກຕັດແຍກໂດຍເຂດຮ່ອມພູ, ຫ້ວຍນ້ຳລຳເຊ. ບັນດາເສັ້ນທາງທີ່ລະອິດລະອ້ຽວ, ຄົດງໍ ອ້ອມພູສູງຊັນທຸລະກັນດານໄດ້ສ້າງຄວາມງາມດັ່ງໃນຝັນໃຫ້ແກ່ ກວານບະ
ກວານບະ-ເມືອງເຂດພູສູງໃນແຂວງຮ່າຢາງ - ảnh 1ພູແຝດ ຄວາມງາມທີ່ມະຫັດສະຈັນໃນແຂວງຮ່າຢາງ 

ບໍລິເວນເມືອງກວານບະ ແມ່ນນອນຢູ່ໃນເຄິ່ງກາງຮ່ອມພູຂຽວອຸ່ມທຸ່ມ ແລະ ເຢັນສະບາຍ, ໃນທ່າມກາງເຂດພູຜາປ່າໄມ້ອ້ອມຮອບດ້ວຍຄວາມສູງປະມານ1000-1600ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ເມືອງເອກຂອງເມືອງກວານບະ ແມ່ນເທດສະບານເມືອງຕາມເຊີນ ແລະ ທົ່ວເມືອງມີ 12 ຕາແສງເຂດພູສູງ, ແມ່ນແຫ່ງທີ່ຢູ່ອາໄສຂອງ 16 ຊົນເຜົ່າໃນນັ້ນເກືອບ 60% ແມ່ນຊາວເຜົ່າມົ້ງ, ປະມານ 14% ແມ່ນຊາວເຜົ່າຢ້າວ, ຊາວເຜົ່າໄຕ່ກວມ 11%, ສ່ວນທີ່ຍັງເຫຼືອແມ່ນເຜົ່າອື່ນໆ. ພິເສດກວານບະ ແມ່ນທ້ອງຖິ່ນພຽງແຫ່ງດຽວທີ່ມີຊົນເຜົ່າປູອີ ( ປັດຈຸບັນຍັງເຫລືອພຽງ 880 ຄົນ ແລະຈຳນວນຊາວເຜົ່າເກືອບທັງໝົດແມ່ນດຳລົງຊີວິດຢູ່ຕາແສງກວຽດຕ້ຽນ ). ຊາວເຜົ່າໄຕ່ຢູ່ຮບັນດາເຮືອນຮ້ານທີ່ມຸງດ້ວຍໃບປາມ, ຊາວເຜົ່າຢ້າວຢູ່ໃນເຮືອນທີ່ເຮັດດ້ວຍຝາຕ໋ອກຊີ, ດຳລົງຊີວິດຕົ້ນຕໍດ້ວຍອາຊີບປູກເຂົ້ານາທາມຢູ່ແຄມພູ, ແມ່ນ້ຳລຳເຊ ແລະ ທຳການປູກຝັງຢູ່ຕາມເນື້ອທີ່ໄຮ່.                                           

     ກວານບະ ມີທິວທັດທຳມະຊາດທີ່ລືຊື່ຫຼາຍແຫ່ງເຊັ່ນ: ປະຕູຂຶ້ນສູ່ສະຫວັນກວານບະ, ປະຕູໂຂງກຳແພງກ້ານຕີ່, ຖ້ຳໂຂມີ່ຕຸ່ງວ່າຍ, ພູແທັກເຊີນເທີ່ນ ທີ່ຕາແສງກວ໋ຽດຕ໋ຽນ. ພິເສດແມ່ນທິວທັດທຳມະຊາດ “ພູແຝດ” ເຊິ່ງແມ່ນຄວາມງາມມະຫັດສະຈັນໂດຍທຳມະຊາດໄດ້ດົນບັນດານໃຫ້ ແລະ ຖືກນອນຢູ່ຂ້າງທາງຫຼວງ 4C ພາໄປເຖິງເທດສະບານເມືອງຕາມເຊີນ, ເມືອງກວານບະແຫ່ງນີ້, ຍາມໃດກໍ່ແມ່ນສະຖານທີ່ດຶງດູດສຳລັບແຂກທ່ອງທ່ຽວ. ພູແຝດ ຫຼື ເອີ້ນວ່າພູນາງເທວະດາ. ຕາມເລື່ອງລາວເລົ່າຂານສືບກັນມາວ່າ: ກໍ່ຍ້ອນວ່າມີນ້ຳນົມຂອງນາງເທວະດານັ້ນ, ດິນແດນແຫ່ງນີ້ຈຶ່ງມີດິນຟ້າອາກາດທີ່ເຢັນສະບາຍ, ດອກໄມ້,ໝາກໄມ້ ນານາຊະນິດຄື: ໝາກໝັ້ນ, ໝາກຄາຍ,…ກໍ່ມີລົດຊາດຫອມ, ແຊບພິເສດ, ຜັກຢູ່ທີ່ນີ້ຍາມໃດກໍ່ຂຽວສົດ.    ໃນທຸກວັນນີ້ສາມາດເວົ້າໄດ້ວ່າເຂດທ່ອງທ່ຽວຂອງທຸກໆຄົນເມື່ອມາຢ້ຽມຢາມ ກວານບະ ໃນແຂວງຮ່າຢາງ ກໍ່ລ້ວນແຕ່ບໍ່ພາດໂອກາດທີ່ໄດ້ຢືນຖ່າຍຮູບເປັນທີ່ລະນຶກ, ທັງຢ້ຽມຊົມທິວທັດທຳມະຊາດຂອງພູແຝດທີ່ສວຍສົດງົດງາມ. ທິວທັດທຳມະຊາດຂອງພູຜາປ່າ ໄມ້ແມ່ນ້ຳລຳເຊກໍ່ໄດ້ກາຍເປັນແຫຼ່ງບັນດານໃຈໃຫ້ແກ່ນັກປະພັນກາບກອນ, ນັກປະພັນດົນຕີ, ນັກປະພັນວັນນະຄະດີ, ບັນດານັກຖ່າຍຮູບໄດ້ມີໂອກາດເຄື່ອນໄຫວດ້ານອາຊີບຂອງຕົນເມື່ອມາຢ້ຽມຢາມກວານບະ ໃນແຂວງຮ່າຊາງ. ອ້າຍ ຫງວຽນ ຕັ໋ວນ ຄວາ ນັກຖ່າຍຮູບຢູ່ຮ່າໂນ້ຍເວົ້າຄວາມໃນໃຈສູ່ຟັງວ່າ:

     “ແຂກທ່ອງທ່ຽວມານີ້ກໍ່ເຄີຍມາແວ່ຢ້ຽມຊົມທິວທັດທຳມະຊາດ, ປຽບເໝືອນ “ຜະລິດຕະພັນສິລະປະທຳມະຊາດ” ໂດຍທຳມະຊາດໄດ້ດົນບັນດານໃຫ້ດິນແດນແຫ່ງນີ້. ເປັນໜ້າແປກປະຫຼາດທີ່ວ່າ, ໃນລະຫວ່າງກາງສາຍພູຫີນສະຫຼັບສັບຊ້ອນ ແລະ ນາຂັ້ນໄດທີ່ໄດ້ປາກົດຕົວ ພ້ອມກັບພູແຝດມີຮູບຄືດັ່ງເຕົ້ານົມຂອງຍຸວະນາລີ, ອັນໄດ້ເຮັດໃຫ້ນັກທ່ອງທ່ຽວຕົກສະເງີ້ຕໍ່ຄວາມງາມທີ່ມະຫັດສະຈັນໂດຍທຳມະຊາດດົນບັນດານໃຫ້. ຂ້າພະເຈົ້າໄດ້ມາທ່ອງທ່ຽວຢູ່ແຫ່ງນີ້ຫຼາຍເທື່ອແລ້ວ, ໃນຈຸດເວລາທີ່ແຕກຕ່າງກັນ, ແຕ່ໃນແຕ່ລະລະດູ, ພູແຝດພັດມີຄວາມງາມພິເສດທີ່ສຸດ, ເຮັດໃຫ້ຄົນເຮົາຍາກທີ່ຈະພັນລະນາໄດ້” .

      ໃນການເດີນທາງໄປທ່ອງທ່ຽວຢູ່ກວານບະ, ເຂດທ່ອງທ່ຽວຍັງມີໂອກາດແວ່ຢາມບັນດາໝູ່ບ້ານທີ່ສະຫງົບສຸກຂອງບັນດາເຜົ່າເຊັ່ນ: ບ້ານວັດທະນະທຳ ເຮີບຕ໊ຽນ, ຕາແສງ ລຸ່ງ ຕາມ ດ້ວຍອາຊີບຕ່ຳແຜ່ນແພພື້ນເມືອງ, ໝູ່ບ້ານວັດທະນະທຳເຜົ່າໄຕ່ ຢູ່ເທດສະບານຕາມເຊີນດ້ວຍສິລະປະຂັບແທນພິນຕິ໋ງ, ພິທີປະດັບຢົດຂອງຊາວເຜົ່າຢ້າວໃນບ້ານນ້ຳດຳ, ພິທີພາວະນາຂໍໃຫ້ລະດູການຜະລິດໃຫ້ໄດ້ຜົນດີຂອງຊາວເຜົ່ານຸ່ງ, ເຜົ່າໄຕ່, ບຸນກິນຈຽງຂອງຊາວເຜົ່າມົ້ງ, ພິທີໄຫວ້ບູຊາເທວະດາຟ້າແຖນຂອງຊາວເຜົ່າປູອີ. ນອກຈາກນັ້ນທີ່ງານຕະຫຼາດນັດທີ່ດິນແດນແຫ່ງນີ້ກໍ່ຍັງມີສິນພິເສດຂອງທ້ອງຖິ່ນອີກຫຼາຍຢ່າງທີ່ອຸດົມສົມບູນ. ທິວທັດທຳມະຊາດທີ່ສວຍສົດງົດງາມພ້ອມກັບບັນດາປະເພນີວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ, ຍາມໄດ້ກໍ່ສ້າງຄວາມປະທັບໃຈຍາກທີ່ຈະລືມໄດ້ໃນຈິດໃຈຂອງແຂກທ່ອງທ່ຽວແຕ່ລະຄົນໃນຕະຫຼອດການເດີນທາງທ່ອງທ່ຽວຢູ່ເຂດພູສູງ ກວານບະ ຢູ່ ແຂວງຮ່າຢາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ