ກີ່ວໂອກຸຍໂຮ່ແຫ່ງເທບນິຍາຍໃນເຂດພູສູງ ທາງທິດຕາເວັນຕົກພາກເໜືອຫວຽດນາມ

(vovworld)-ພ້ອມ​ກັບ​ກີ່ວ ມ້າ​ພີ​ແລງ ໃນ​ແຂວງ​ຮ່າ​ຢາງ, ເຂົາ​ຟ້າ ໃນ​ແຂວງ​ອຽນ​ບ້າຍ, ຟາ​ດິນ​ລະ​ຫວ່າງ​ແຂວງ​ເຊີນ​ລາ ແລະ ດ້ຽນ​ບຽນ, ກີ່ວ ໂອ​ກຸຍ​ໂຮ່ແມ່ນ​ໜຶ່ງ​ໃນ ຈຳ​ນວນ 4 ກີ່ວ​ດ້ວຍ​ທາງ​ຍາວ, ທຸ​ລະ​ກັນ​ດານ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານ​ຢູ່ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ. ສຳ​ລັບ​ບັນ​ດາ​ຜູ້​ມັກ​ຄົ້ນ​ຫານັ້ນ, ກີ່ວ ໂອ​ກຸຍ​ໂຮ່ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ ແລະ ສວຍ​ສົດງົດ​ງາມ​ດັ່ງ​ໃນ​ຝັນຊຶ່ງ​ຕິດ​ພັນ​ກັບ​ບັນ​ດາ​ເລື່ອງ​ລາວ​ສືບ​ທອດ​ກັນ​ມາ​ແຕ່​ດົນ​ນານກ່ຽວ​ກັບ​ເສັ້ນ​ທາງ​ກີ່ວນີ້ ​

ກີ່ວໂອກຸຍໂຮ່ແຫ່ງເທບນິຍາຍໃນເຂດພູສູງ ທາງທິດຕາເວັນຕົກພາກເໜືອຫວຽດນາມ - ảnh 1
ກີ່ວ ໂອ​ກຸຍ​ໂຮ່ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ ແລະ ສວຍ​ສົດງົດ​ງາມ​ດັ່ງ​ໃນ​ຝັນ

      ໂດຍ​ຖືກນອນ​ບົນ​ເສັ້ນ​ທາງຫຼວງ 4D ຕັດ​ຜ່ານ​ສາຍ​ພູ​ຮ່​ວາງ​ລຽນ​ເຊີນ, ກີ່ວ ໂອ​ກຸຍ​ໂຮ່ຫຼື​ເອີ້ນ​ວ່າ ກີ່ວ ຮ່​ວາງ​ລຽນ​ເຊີນ, ກີ່ວ​ເມກ, ມີ​ລວງ​ຍາວ​ປະ​ມານ 50 ກມ ແລະ​ຕັດ​ຜ່ານ​ສາຍ​ພູ ຮ່​ວາງ​ລຽນ​ເຊີນ ເຊື່ອມ​ຕໍ່​ລະ​ຫວ່າງ 2 ແຂວງ​ລາຍ​ເຈົາ ແລະ ລາວ​ກາຍ. ກີ່ວ​ມີ​ຊື່​ວ່າ ໂອ​ກຸຍ​ໂຮ່ ກໍ​ຍ້ອນ​ວ່າ​ຢູ່​ແຫ່ງນີ້​ມີ​ນົກ​ຊະ​ນິດ​ໜຶ່ງ​ມີ​ສຽງ​ຮ້ອງ​ແບບ​ວັ່ງ​ເວ​ເວດ​ທະ​ນາ, ຊຶ່ງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ກ່ຽວ​ກັບ​ນ້ຳ​ຕົກ​ຕາດ​ແຫ່ງ​ຄວາມ​ຮັກຊຶ່ງ​ແມ່ນ​ບ່ອນ​ນັດ​ພົບ​ຂອງນາງ​ເທ​ວະ​ດາກັບ​ອ້າຍ​ບາວ​ຫາ​ກິນ​ໃນ​ປ່າ​ທີ່​ມີ​ຊື່​ວ່າ ໂອ​ກຸຍ​ໂຮ່. ເລື່ອງ​ລາວ​ໄດ້​ເລົ່າ​ຂານ​ກັນ​ມາວ່າ ຍ້ອນບໍ່​ເອົາ​ກັນ​ເປັນ​ຄູ່​ຜົວ​ເມຍ​ໄດ້ ແລະ ຍ​້ອນ​ຄິດ​ຮອດ​ຄິດ​ເຖິງ​ຄົນ​ຮັກ, ດັ່ງ​ນັ້ນ ນາງ​ເທວະ​ດາ​ໄດ້​ປ່ຽນ​ໂຕ​ເປັນນົກ​ຂົນ​ເຫຼືອງ ບິນ​ອ້ອມ​ຈອມ​ພູ ແລະ ເຄີຍ​ຮ້ອງ 3 ບາດ:  ໂອ​ກຸຍ​ໂຮ່ ທີ່​ເປັນ​ໜ້າ​ວັ່ງ​ເວ​ເວດ​ທະ​ນາ​ຢ່າງບໍ່​ຢຸດບໍ່​ເຊົາ. ມີຫຼາຍ​ຄົນ​ກໍ​ເຄີຍ​ເອີ້ນ​ກີ່ວນີ້​ວ່າ ແມ່ນ​ກີ່ວ​ເມກ ເພາະ​ຢູ່​ແຫ່ງນີ້​ມີ​ເມກ​ປົກ​ຫຸ້ມ​ຕະຫຼອດ​ປີ. ອ້າຍ​ວູ້​ເຈື່ອງ​ຢາງ, ຢູ່​ເທດ​ສະ​ບານ​ເມືອງ ຊາ​ປາ ໃຫ້​ຮູ້​ວ່າ : ໃນ​ມື້​ທີ່​ອາ​ກາດ​ດີ, ຈາກຍອດ​ກີ່ວ, ແຂວງ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ເສັ້ນ​ທາງ​ກີ່ວ​ອ້ອມ​ພູ​ຜາປ່າໄມ້​ທີ່​ສະຫຼັບ​ຊັ​ບ​ຊ້ອນ. ໃນ​ຊຸມມື້​ທີ່​ມີ​ແດດ​ງາມ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຮັບ​ຊົມ​ຄວາມ​ງາມ​ແບບ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ຈອມ​ພູ ຟານ​ຊີ​ປັງ. ອ້າຍ​ວູ້​ເຈື່ອງ​ຢາງ, ຢູ່​ເທດ​ສະ​ບານ​ເມືອງ ຊາ​ປາເວົ້າ​ວ່າ:

   “ ຍອດກີ່ວ ໂອ​ກຸຍ​ໂຮ່ ຫຼື​ເອີ້ນ​ວ່າ ທາງ​ຂຶ້ນ​ສະ​ຫວັນ ຊາ​ປາ ຫ່າງ​ຈາກ​ດ່ານກວດ​ກາ​ປ່າ​ໄມ້ ຈ້າມ​ຕົນ ປະ​ມານ 2 ກມ, ແມ່ນ​ຈຸດ​ສູງ​ສຸດ​ຂອງ​ທາງ​ບົກ​ຫວຽດ​ນາມ ປະ​ມານ 2000 m ເມ​ື່ອ​ທຽບໃສ່​ໜ້າ​ນ້ຳ​ທະ​ເລ. ຈາກຍອດ​ກີ່ວ, ມຸ່ງ​ສາຍ​ຕາ​ສູ່​ທິດ​ແຂວງ​ລາຍ​ເຈົ​າ ​ກໍເຫັນ​ພູ​ຜາ​ປ່າ​ໄມ້ສະຫຼັບ​ຊັບ​ຊ້ອນ ແລະ ບັນ​ດາ​ຮ່ອມ​ພູ​ພ້ອມ​ກັບ​ເສັ້ນ​ທາງ​ຄົດ​ລ້ຽວ​ປຽບ​ເໝືອນ​ເສັ້ນ​ໄໝ​ພວມ​ເລື່ອນ​ລອຍ​ຕາມ​ເນີນ​ພູ. ທາງ​ກີ່ວ​ເບື້ອງ​ແຂວງ​ລາວ​ກາຍ ກໍ​ມີ​ນ້ຳ​ໝກກົ້ວ. ສ່ວນ​ເບື້ອງ​ແຂວງ​ລາຍ​ເຈົ​າກໍ​ມີ​ແດ​ດງາມ ”

     ອາ​ກາດ​ກໍ​ແມ່ນ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ ໂອ​ກຸຍ​ໂຮ່. ຍາມ​ລະ​ດູ​ຮ້ອນ , ເມື່ອ​ຟາກ​ເບື້ອງນັ້ນ​ຂອງ​ກີ່ວ​ໃນ​ບໍ​ລິ​ເວນ​ເມ​ື​ອງ​ຊາ​ປາ, ແຂວງ​ລາວ​ກາຍ, ອາ​ກາດ​ເຢັນ​ສະ​ບາຍ, ຮອດ​ຕອນ​ແລງ ແລະ ຄອນ​ຄ່ຳ​ອາ​ກາດ​ກໍ​ເລີ່​ມ​ໜາວ ມີ​ນ້ຳ​ໝອກກົ້ວ. ແຕ່​ຢູ່ຟາກ​ເບື້ອງນີ້​ຂອງ​ກີ່ວ​ໃນ​ບໍ​ລິ​ເວນ​ເມ​ື​ອງຕາມ​ເດືອງ ແຂວງ​ລາຍ​ເຈົາ, ພັດ​ແດດ​ຮ້ອນ​ເອົ້າ. ເມ່ືອລະ​ດູ​ໜາວ​ວຽນ​ມາ, ຢູ່​ຟາກເບື້ອງ​ເມືອງຕາມ​ເດືອງ ມີ​ອາ​ກາດ​ອົບ​ອຸ່ນ, ມີ​ແດດ​ໜ້ອຍ​ໜຶ່ງ, ແຕ່​ຢູ່​ຟາກ​ເບື້ອງ​ຊາ​ປາ ແມ່ນ​ໜາວ​ຈັດ, ມີ​ນ້ຳ​ໝອກ​ປົກ​ຄຸມ​ໄປ​ທົ່ວ​ເສັ້ນ​ທາງ. ຈາກ​ຟາກ​ເບື້ອງນີ້​ໄປ​ຍັງ​ຟາກ​ເບື້ອງນັ້ນ ເຖິງວ່າ​ໃນ​ລະ​ດູ​ໃດ​ໃນ​ປີ​ກໍ​ຕາມ, ກໍ​ລ້ວນ​ແຕ່​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕົກ​ສະ​ເງີ້​ຕໍ່​ໜ້າ​ຄວາມ​ແຕກ​ຕ່າງ​ຂອງ​ດິນ​ຟ້າ​ອາ​ກາດ. ນາງ ຮົ່ງ​ແອງ ສັງ​ກັດ​ບໍ​ລິ​ສັດ​ທ່ອງ​ທ່ຽວ ຊາວ​ຫວຽດ ໃຫ້​ຮູ້​ວ່າ : 

     “ ພວກ​ຂ້າ​ພະ​ເຈົ້າ​ເຄີຍ​ຈັດ​ຕັ້ງ​ບັນ​ດາ​ການ​ຄົ້ນ​ຫາ​ກີ່ວ ໂອ​ກຸຍ​ໂຮ່, ໃນ​ນັ້ນ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​ເຊັ່ນ ນ້ຳ​ຕົກ​ຕາດ ບາກ ຊຶ່ງ​ແມ່ນ​ໜຶ່ງໃນ​ຈຳ​ນວນ​ນ້ຳ​ຕົກ​ຕາດ 10 ແຫ່ງທີ່​ລື​ຊື່ກວ່າ​ໝູ່​ໃນ​ແຂວງ​ລາວ​ກາຍ. ກ່ອນນີ້, ກີ່ວ ໂອ​ກຸຍ​ໂຮ່ ແມ່ນ​ທຸ​ລະ​ກັນ​ດານ​ທີ່​ສຸດ, ເສັ້ນ​ທາງ​ໄປ​ມາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ເສັ້​ນ​ທາງ​ໄດ້​ຮັບ​ການ​ຍົກ​ລະ​ດັບ, ການ​ໄປ​ມາ​ໄດ​້​ມີ​ຄວ​າມສະ​ດວກ​ສະ​ບາຍຫຼາຍ​ແລ້ວ ”

     ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ມັກ​ໄປ​ຄົ້ນ​ຫານັ້ນ, ກີ່ວ ໂອ​ກຸຍ​ໂຮ່ ແມ່ນ​ສ​ະຖານ​ທີ່ເພື່ອ​ມຸ່ງ​ໄປ​ເຖິງ, ເພາະ​ນີ້​ແມ່ນ​ເສ​ັ້ນ​ທາງ​ກີ່ວ​ທີ່​ລະ​ອິດ​ລະ​ອ້ຽວ ແລະ ທຸ​ລະ​ກັນ​ດານ​ທີ່​ສຸດ​ໃນ​ເຂດ ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ. ເມື່ອ​ຂຶ້ນ​ຮອດ​ຍອດກີ່ວ ໂອ​ກຸຍ​ໂຮ່, ມຸ່ງ​ສາຍ​ຕາ​ໄປ​ທາງ​ໄກ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈຶ່ງ​ຈະ​ເຫັນ​ຄວາມ​ກ້​ວາງ​ໃຫຍ່​ໄພ​ສານ​ຂອງ​ດິນ​ຟ້າ ພູ​ຜາ​ປ່າ​ໄມ້​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ຫວຽດ​ນາມ. ນາງ​ມິນ​ຈາງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ​ແບ່ງ​ປັນ​ວ່າ :

     “ ຂ້າ​ພະ​ເຈົ້າ​ໄດ້ຂ້າມ​ຜ່ານກີ່ວ ໂອ​ກຸຍ​ໂຮ່ 2 ຄັ້ງ​ດ້ວຍ​ການ​ຂີ່​ລົດ​ຈັກ, ຄັ້ງ​ໜຶ່ງ​ແມ່ນ​ໃນ​ຕອນ​ກາງ​ເວັນ ແລະ ອີກ​ຄັ້ງ​ໜຶ່ງ​ແມ່ນ​ໃນ​ຄ່ຳ​ຄືນ​ຂອງມື້​ວັນ​ເພັງ​ເດືອນ​ເຕັມ​ດວງ. ແຕ່​ລະ​ຄັ້ງ​ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ຮູ້​ສຶກ​ແຕກ​ແຕ່ງ​ກັນ. ໃນ​ຊຸມຄ່ຳ​ຄືນ​ຂອງມື້​ວັນ​ເພັງ​ເດືອນ​ເຕັມ​ດວງ, ແສງ​ເດືອນ​ສາດ​ສ່ອງ​ລົງ​ຜາ​ຫີນ​ສູງ​ຊັນຫຼື​ສ່ອງ​ຜ່ານ​ໃບ​ໄມ້​ຢູ່​ຟາກ​ທາງ​ທີ່​ເປັນ​ໜ້າ​ລຶກ​ລັບ​ມະ​ຫັດ​ສະ​ຈັນ. ຈອດລົດ​ຢູ່ຍອດ​ກີ່ວ​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ງຽບ​ສະ​ງັດ, ພວກ​ເຮົາ​ຈະ​ໄດ້​ຍິ​ນ​ສຽງ​ຮ້ອງ​ຂອງ​ແມງ​ໄມ້, ສຽງ​ລົມ​ພັດ​ຜ່ານ​ຜາ​ຫີນ​ດັງ​ວີໆ….ທັງ​ໝົດ​ເຫຼົ່າ​ນັ້ນ ຈະ​ພາ​ໃຫ້​ຄົນ​ເຮົາ​ຖືກຫຼົງ​ໄຫຼ​ໃນ​ທ່າມ​ກາງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ງົດ​ງາມ​ດັ່ງ​ໃນ​ຝັນ  ”

               ກີ່ວ ໂອ​ກຸຍ​ໂຮ່ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​ດິນ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໜືອ ແລະ ຄວາມ​ງາມ, ຄວາມ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ກີ່ວນີ້ ແມ່ນຍາກ​ທີ່​ຈະ​ຫາ​ໄດ້ຢູ່​ແຫ່ງ​ອື່ນ. ກີ່ວ ໂອ​ກຸຍ​ໂຮ່ ໄດ້ ແລະ ພວມ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຊຶ່ງ​ແຂກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຫວັງ​ຢາກ​ຄົ້ນ​ຫາ.

ຕອບກັບ

ຂ່າວ/ບົດ​ອື່ນ