ການດຳລົງຊີວິດຢູ່ດົງທາບເມື່ອຍໃນຍາມນ້ຳຂຶ້ນ

ເມື່ອ​ສາຍ​ນ້ຳ​ຈາກຍອດ​ແມ່​ນ້ຳ​ຂອງ​ໄຫຼ​ລົງ​ຍານ​ລຸ່ມ​ຂອງ​ແມ່​ນ້ຳ​ກໍ​ແມ່ນ​ຍາມ​ນ້ຳ​ເລີ່ມຂຶ້ນ​ສູງ. ຍາມ​ນ້ຳ​ຂຶ້ນ​ຢູ່​ດົງ​ທາບ​ເມື່ອຍ​ກໍ​ແມ່ນ​ໄລ​ຍະ​ທີ່​ຟົດ​ຟື້ນ​ທີ່​ສຸດ​ໃນ​ປີ, ທັງ​ແມ່ນ​ຍາມຂະ​ຫຍາຍ​ພັນປາ ແລະ ນົກ​ພ້ອມ​ກັບ​ການ​ເຄ​ື່ອນ​ໄຫວທີ່​ຟົດ​ຟື້ນ​​ຂອງ​ປະ​ຊາ​ຊົນຢູ່​ເຂດ​ແມ່​ນ້ຳ​ລຳ​ເຊ. ລົງ​ຢ້ຽ​ມ​ຢາມ​ດົງ​ທາບ​ເມື່ອຍໃນ​ຍາມ​ນ້ຳ​ຂຶ້ນ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ໂດຍ​ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ແກ່​ເຂດດອກ​ບົວ​ດົງ​ທາບ​ເມື່ອຍ.

ການດຳລົງຊີວິດຢູ່ດົງທາບເມື່ອຍໃນຍາມນ້ຳຂຶ້ນ    - ảnh 1
ດົງ​ທາບ​ເມື່ອຍ,     ຍິ່ງ​ມີ​ຄວາມ​ປະ​ທັບ​ໃຈ​ດ້ວຍ​ບຶງດອກ​ບົວ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ

       ໂດຍ​ຫ່າງ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນປະ​ມານເກືອບ 200 ກມ, ​ດົງ​ທາບ​ເມື່ອຍຖືກ​ຖື​ວ່າ ແມ່ນ​ແຂວງ​ມີ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ລື​ຊື່ຫຼາຍ​ແຫ່ງ​ຄື: ເຂດ​ທ່ອງ​ທ່ຽວແຊ່ວ​ກິດ, ກໍ​ທາບ, ຈາມ​ຈິມ…ຊຶ່ງ​ແມ່ນ​ທິວ​ທັດ​ທີ່​ສວຍ​ງາມ​ແບບ​ຮົກ​ເຮື້ອດັ່ງ​ໃນ​ຝັນ. ບັນ​ດາທິວ​ທັດ​ທຳ​ມະ​ຊາດນັ້ນ ຍິ່ງ​ພົ້ນ​ເດັ່ນ​ຂຶ້ນ ແລະ ມີ​ຊີ​ວິດ​ຊີ​ວາ ກ່​ວາ​ໃນ​ຍາມ​ນ້ຳ​ຂຶ້ນ. ຍາມ​ນ້ຳ​ຂຶ້ນ​ແມ່ນ​ຍາມ​ເກັບ​ກູ້ສິນ​ພິ​ເສດຂອງຊາວ​ທ້ອງ​ຖິ່ນ​. ໃນ​ຍາມ​ນ້ຳ​ຂຶ້ນ, ໄປ​ໃສ​ກໍ​ເຫັນບັນ​ຍາ​ກາດ​ຊາວ​ປະ​ມົງຈັບ​ຫາ​ສິນ​ໃນ​ນ້ຳ​ຢ່າງ​ຄຶກ​ຄື້ນ. ປີນີ້, ນ້ຳ​ຖ້ວມ​ຊ້າ​ກ່​ວາ​ທຸກ​ປີ​ແຕ່​ລະ​ດັບ​ນ້ຳ​ສູງກວ່າ ແລະ ປະ​ລິ​ມານ​ກຸ້ງ, ປາ, ສິນ​ໃນ​ນ້ຳ​ຫຼາຍກ່​ວາ​ເມື່ອ​ທຽບ​ໃສ່​ປີ​ກ່ອນໆ. ທ່ານດ​ວານ​ວັນ​ນາມ​ຢູ່​ເທດ​ສະ​ບານ​ເມືອງ​ຈາມ​ຈິມ, ເມື່ອ 2-3 ເດືອນ​ກ່ອນນີ້, ຍັງ​ເປັນຊ່າງກໍ່​ສ້າງ, ແຕ່​ເມື່ອ​ຮອດ​ຍາມ​ນ້ຳ​ຖ້ວມ, ລາວ​ກໍ​ໄດ້​ຫັນ​ມາ​ຈັບ​ຫາ​ສິນ​ໃນ​ນ້ຳ. ທ່ານດ​ວານ​ວັນ​ນາມ ໃຫ້​ຮູ້​ວ່າ : 

    “ປະ​ກອບ​ອາ​ຊີບ​ເປັນຊ່າງກໍ່​ສ້າງກໍ​ລຳ​ບາກ​ທີ່​ສຸດ, ແຕ່​ໄປ​ຈັບ​ຫາ​ສິນໃນ​ນ້ຳແມ່ນ​ສະ​ບາຍ​ກ່​ວາ. ປີນີ້​ປາ​ມີຫຼາຍ​ກວ່າທຸກໆ​ປີ, ເຮົາ​ທັງ​ມີ​ປາ​ກິນ, ທັງ​ໄດ້​ເພີ່ມ​ລາຍ​ຮັບ, ຊີ​ວິດ​ກໍ​ສະ​ດວກ​ສະ​ບາຍ ”

    ໃນ​ຍາມ​ນ້ຳ​ຂຶ້ນ​ຢູ່​ຈາມ​ຈິມ​ຊຶ່ງ​ແມ່ນ​ສະ​ຖານ​ທີ່​ລື​ຊື່ຢູ່​ດົງ​ທາບ​ເມື່ອຍ, ກຸ້ງ, ປາ​ໄດ້ຫຼັ່ງ​ໄຫຼ​ຕາມ​ສາຍ​ນ້ຳ​ມາແຫ່ງນີ້ນີ້​ຢ່າງຫຼ​ວງຫຼາຍ, ອັນ​ໄດ້​ພາ​ໃຫ້​ນົກ​ນາໆ​ຊະ​ນິດ​ກໍ​ພາ​ກັນ​ມານີ້​ເພື່ອ​ຫາ​ກິນ. ຝູງ​ນົກ​​ຍາງ, ນົກ​ເປັດ​ບິນ​ເຈີດ​ໄປ​ເຈີດ​ມາ​ເທິງ​ທ​ົ່ງ​ຫຍ້າ, ເທິ່ງປ່າ​ຄາມ​ຂຽວ​ອຸ່ມ​ທຸ່ມ ອັນ​ໄດ້​ເຮັດ​ໃຫ້​ເຂດ​ປ່າ​ໄມ້, ແມ່​ນ້ຳ​ລຳ​ເຊ​ເພີ່ມ​ຄວາມ​ສະ​ຫງົບ​ສຸ​ກ. ຍອດ​ເວ​ລານ້ຳ​ລົງ, ຢູ່​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຈາມ​ຈິມ , ພັດ​ປະ​ກົດ​ມີ​ຝູງ​ນົກ​ຍາງ​​ຫົວ​ແດງ​ຊຶ່ງ​ແມ່ນ​ນົກ​ທີ່​ຫາ​ຍາກ​ໃນ​ໂລກໄດ້​ອົບ​ພະ​ຍົບ​ໄປ​ເຂດ​ທາງ​ທິດ​ໃຕ້​ເພື່ອຫຼົບຫຼີກ​ຄວາມ​ໜາວ. ນາງ ວູ້​ກິ​ມ​ແອງ ຜູ້​ນຳ​ທ່ຽວ​ຢູ່​ສູນ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ຈາມ​ຈິມ ໃຫ້​ຮູ້​ວ່າ : 

    “ນົກ​ຍາງ​​ຫົວ​ແດງເຄີຍ​ອົ​ບ​ພະ​ຍົບ​ມາ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຈາມ​ຈິມໃນ​ລະ​ດູ​ແລ້ງ ຊຶ່ງ​ແມ່ນ​ຊວງ​ເວ​ລາ​ນັບ​ແຕ່​ທ້າຍ​ປີ​ຫາ​ເດືອນ 3, ເດືອນ 4 ຂອງ​ປີ​ໜ້າ. ນັ້ນ​ແມ່ນ​ຍາມ​ນ້ຳ​ລົງ, ມີ​ຂອງ​ກິ​ນ​ອຸ​ດົມ​ສົມ​ບູນ ແລະ ນົກ​ຍາງ​​ຫົວ​ແດງເຄີຍ​ອົບ​ພະ​ຍົບ​ມານີ້​ເພື່ອຫຼົບຫຼີກ​ຄວາມ​ໜາວ ”

    ຮູບ​ພາບນົກ​ຍາງ​​ຫົວ​ແດງບິນ​ເຈີດ​ໄປ​ເຈີດ​ມາ​​ໃນ​ທ່າມ​ກາງ​ບັນ​ຍາ​ກາດຍາມ ດວງຕາ​ເວັນ​ຂຶ້ນທີ່​ເປັນ​ໜ້າ​ຈັບ​ໃຈນັ້ນ, ​ນັກ​ຖ່າຍ​ຮູບຫຼາຍ​ຄົນ​ໄດ້​ຖ່າຍ​ເອົາຮູບ ແລະ ຮູບ​ຖ່າຍນັ້ນ​ກໍ​ເຄີຍ​ໄດ້​ຮັບ​ລາງວັນ​ໃນ​​ງານ​ປະ​ກວດຮູບ​ຖ່າຍ​ຄັ້ງ​ຕ່າງໆ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົນ.

      ໃນ​ຍາມ​ນ້ຳ​ຂຶ້ນ​ຢູ່​ດົງ​ທາບ​ເມື່ອຍ,     ຍິ່ງ​ມີ​ຄວາມ​ປະ​ທັບ​ໃຈ​ດ້ວຍ​ບຶງດອກ​ບົວ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ. ຢູ່ນີ້​ມີ​ດອກ​ບົວ 2 ຊະ​ນິດ​ຄື​ ດອກ​ສີຂາວ ແລະ ດອກ​ສີ​ບົວ​ອ່ອນ. ດອກ​ບົວ​ຢູ່ ດົງ​ທາບ​ເມື່ອຍແມ່ນ​ງາມ​ກ່​ວາ​ຫມູ່​ຢູ່ຫວຽດ​ນາມ. ທັງ​ເຂດ​ບຶງດອກ​ບົວ​ທີ່​ກ້​ວາງ​ໃຫຍ່​, ສາຍ​ລົມໄດ້​ສົ່ງ​ກິນ​ຫອມ​ຫວນໄປ​ທົ່ວ​ເຂດ. ເທິງ​ໜ້າ​ນ້ຳ, ຍັງ​ມີ​ດອກ​ບົວ​ຂີ້​ແບ້ສີ​ຂາວຫຼື​ສີອິດ​ພວມ​ພາ​ກັນ​ທອດ​ເງົາ​ລົງ​ໜ້າ​ນ້ຳ. ໃນ​ທ່າມ​ກາງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ຮົກ​ເຮືື້ອດ້ວຍບຶງດອກ​ບົວ, ດອກ​ບົວ​ຂີ້​ແບ້ນັ້ນ, ກໍ​ຍັງ​ມີ​ສິ່ງ​ທີ່​ມີ​ຊີ​ວິດຫຼາຍ​ຢ່າງ​ຂອງ​ເຂດດົງ​ທາບ​ເມື່ອຍ​ເຊັ່ນ: ງູ​ເຫຼືອມ, ນາກ​ນ້ຳ, ເຕ​ົ່າ…ບາງເວ​ລາ​ຜູ້​ຄົນ​ອາດ​ຈະ​ໄດ້​ຍິນສຽງ​ປາ​ອ້າວ​ປະ​ສານ​ກັບ​ສຽງ​ລົມ​ພັດ​ມາ​ດັງ​ວີໆ.

      ແຕ່​ລະ​ປີ​ຍອດ​ຍາມ​ນ້ຳ​ຂຶ້ນ ນັບ​ແຕ່​ເດືອນ 8 ຫາ​ເດືອນ 11 ໂດຍ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ເຂດດົງ​ທາບ​ເມື່ອຍກໍ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງທ່ຽວນັບ​ໝື່ນ​ເທື່ອ​ຄົນ​ມາ​ທັດ​ສະ​ນະ​ສຶກ​ສາ. ໄປ​ທ່ອງ​ທ່ຽວ​ຢູ່ ເຂດດົງ​ທາບ​ເມື່ອຍ​ໃນ​ຍາມ​ນ້ຳ​ຂຶ້ນ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ​ແບບ​ຮົກ​ເຮື້ອພ້ອມ​ກັບ​ບັນ​ດາ​ເຍື່ອງອາ​ຫານ​ພື້ນ​ເມືອງ ໄດ້ ແລະ ພວມ​ສ້າງ​ຄວາມ​ປະ​ທັບ​ໃຈ ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ