ກຳແພງບູຮານ ເຊີນໄຕ-ປູຊະນີຍະສະຖານປະຫວັດສາດ ທີ່ເປັນເອກະລັກຂອງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ກຳແພງບູຮານ ເຊີນໄຕ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງແມ່ນເຂດ ປູຊະນີຍະສະຖານປະຫວັດສາດ ທີ່ດູດດື່ມຂອງເທດສະບານ ເຊີນໄຕ ເວົ້າສະເພາະ ແລະ ນະຄອນຫຼວງຮ່າໂນ້ຍເວົ້າລວມ. ກຳແພງບູຮານ ເຊີນໄຕ ກໍ່ເປັນຂິດໝາຍທີ່ຍັງເຫຼືອໄວ້ ຂອງປະຫວັດສາດ  ທີ່ອົງອາດກ້າຫານຕ້ານສັດຕູຜູ້ຮຸກຮານ ຂອງຊາດຫວຽດນາມ.
ກຳແພງບູຮານ ເຊີນໄຕ-ປູຊະນີຍະສະຖານປະຫວັດສາດ ທີ່ເປັນເອກະລັກຂອງນະຄອນຫຼວງ ຮ່າໂນ້ຍ - ảnh 1 ກຳແພງບູຮານ ເຊີນໄຕ

ເພື່ອຈະໄປຮອດກຳແພງບູຮານ ເຊີນໄຕ, ແຂກທ່ອງທ່ຽວ ອາດຈະຂີ່ລົດບັດຈາກ ຮ່າໂນ້ຍ ໄປລຽບຕາມທາງຫຼວງເລກທີ 32 ຮອດເທດສະບານ ເຊີນໄຕ. ລະບົບກຳແພງໃຫ່ຍ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ ແມ່ນກຳແພງບູຮານ ເຊີນໄຕ ຖືກຕັ້ງຢູ່ໃຈກາງເທດສະບານ, ຫ່າງຈາກນະຄອນຫຼວງຮ່າໂນ້ຍກວ່າ 40 ກິໂລແມັດ. ທ່ານ ຟ້າມຮຸ່ງເຊີນ ຫົວໜ້າຄະນະຄຸ້ມຄອງ ປູຊະນີຍະສະຖານ ກຳແພງບູຮານ ເຊີນໄຕ ໃຫ້ຮູ້ວ່າ: 

     “ກຳແພງບູຮານ ເຊີນໄຕ ແມ່ນກຳແພງຖືກຮັກສາໄວ້ເໝືອນເດີມ. ກຳແພງບູຮານ ເຊີນໄຕ ໂດຍແມ່ນເຈົ້າຊີວິດ ມິງໝ້າງ ກໍ່ສ້າງເມື່ອປີ 1822, ປັດຈຸບັນຍັງຄົງຮັກສາໄວ້ເໝືອນເດີມ, ນັ້ນແມ່ນລະບົບກຳແພງ; 2 ປະຕູໂຂງຢູ່ທາງກ້ຳຕາເວັນຕົກ ແລະ ທາງທິດໃຕ້”.

        ກຳແພງບູຮານ ເຊີນໄຕ ມີເນື້ອທີ່ທັງໝົດ 16 ເຮັກຕາ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກເຊັ່ນ ລະບົບກຳແພງຖືກກໍ່ສ້າງດ້ວຍຫີນໜາມໜໍ່, 4 ປະຕູໂຂງຂອງກຳແພງ ຖືກກໍ່ດ້ວຍດິນຈີ່ບູຮານ. ກຳແພງຖືກຕັ້ງບົນເນື້ອທີ່ດິນຂອງ 2 ໜູ່ບ້ານເກົ່າແກ່ນັ້ນແມ່ນ ໝູ່ບ້ານທ່ວນເຫງະ ແລະ ໝູ່ບ້ານມາຍຈາຍ, ດ້ວຍ 4 ປະຕູຂົງມຸ່ງໜ້າສູ່ທິດເໜືອ, ທິດໃຕ້, ທິດຕາເວັນຕົກ ແລະ ທິດຕາເວັນອອກ. ເມື່ອກ່ອນນີ້ທັງ 4 ປະຕູໂຂງກໍ່ລ້ວນແຕ່ຖືກຕັ້ງຂ້າມຄອງນ້ຳ, ແຕ່ໃນປັດຈຸບັນຍັງເຫຼືອພຽງ 2 ປະຕູ ຖືກຕັ້ງຂ້າມຄອງນ້ຳເທົ່ານັ້ນ. ລະບົບກຳແພງນີ້ຖືກປຸກສ້າງແບບຖາວອນ ເພື່ອປ້ອງກັນບໍລິເວນທິດເໜືອ ຂອງກຸງທັງລອງເມື່ອກ່ອນນີ້.   ທ່ານ ຟ້າມຮຸ່ງເຊີນ ຫົວໜ້າຄະນະຄຸ້ມຄອງ ປູຊະນີຍະສະຖານ ກຳແພງບູຮານ ເຊີນໄຕ ໃຫ້ຮູ້ວ່າ: ກຳແພງບູຮານ ເຊີນໄຕ ໄດ້ຮັບການຮັບຮອງແມ່ນ  ປູຊະນີຍະສະຖານປະຫວັວສາດ, ສະຖາປັດຕະຍະກຳລະດັບຊາດ ເມື່ອປີ 1994 ແລະ ແມ່ນເຂດປູຊະນີຍະສະຖານປະຫວັດສາດມີລັກສະນະການທະຫານທີ່ສວຍງາມທີ່ສຸດ ທີ່ຍັງເຫຼືອໄວ້ຮອດວັນນີ້.  ທ່ານກ່າວວ່າ: 

    “ກຳແພງບູຮານ ເຊີນໄຕ ແມ່ນກຳແພງທາງດ້ານການທະຫານ ຖືກອອກແບບສະຖາປັດຕະຍາກຳຂອງຝະລັງ ທີ່ເປັນເອກະລັກ. ກຳແພງ, ຝັ່ງເຈື່ອນກໍ່ລ້ວນແຕ່ ຖືກກໍ່ສ້າງດ້ວຍຫີນໜາມໜໍ່. ນີ້ແມ່ນວັດສະດຸທີ່ມີຢູ່ໃນທ້ອງຖິ່ນ, ນີ້ແມ່ນກຳແພງດ້ານການທະຫານ, ດັ່ງນັ້ນ ກໍ່ມີປ້ອມໝັ້ນ, ປະຕູໂຂງ, ທາງຍ່າງເພື່ອໃຫ້ພົນທະຫານລາດຕະເວນ”.

       ນອກຈາກລະບົບກຳແພງ ດ້ວຍລະບົບຂຸມຄອງທີ່ໜາແໜ້ນ, ໃນກຳແພງກໍ່ປູກຕົ້ນໄມ້ໄຜ່ຢ່າງຫຼວງຫຼາຍ. ມີປືນໃຫ່ຍ 3 ກະບອກ ຖືກຕັ້ງຢູ່ສາມດ້ານໜ້າເພື່ອຮັບໃຊ້ ແກ່ຈຸດປະສົງເພື່ອບຸກໂຈມຕີ ແລະ ປ້ອງກັນ. ຢູ່ພາຍໃນກຳແພງ ກໍ່ໄດ້ປຸກສ້າງຫໍຄອຍໃຫ່ຍມີຮູບ 8 ລ່ຽມ ສູງ 18 ແມັດ ດ້ວຍປ່ອງຢ້ຽມນ້ອຍຫຼາຍປ່ອງ. ນີ້ທັງແມ່ນຫໍຄອຍ ທັງແມ່ນເສົາທຸງຂອງກຳແພງ. ຢູ່ທາງໃນຫໍຄອຍ ກໍ່ມີຂັ້ນໄດຫີນດ້ວຍກໍ່ແບບກົ້ນຫອຍຊຶ່ງປະກອບດ້ວຍ 50 ຂັ້ນ. ນັບແຕ່ບາງກ່ອນ, ກຳແພງບູຮານ ເຊີນໄຕ ແມ່ນຮູບພາບທີ່ຝັງເລິກ ໃນຄວາມຊົງຈຳຂອງຊາວ ຫວຽດນາມ. ດ້ວຍຂອບເຂດທີ່ກວ້າງໃຫ່ຍ ແລະ ທີ່ຕັ້ງພູມສາດທີ່ດີ, ກຳແພງບູຮານ ເຊີນໄຕ ໄດ້ສໍ່ສະແດງໃຫ້ເຫັນແມ່ນ ກຳແພງທີ່ໝັ້ນແກ່ນ, ແມ່ນສະຖານທີ່ປ້ອງກັນ ທີ່ເປັນເອກະລັກທີ່ສຸດ ໃນປະຫວັດສາດຂອງຊາດຫວຽດນາມ. ໃນວັນນີ້, ກຳແພງບູຮານ ເຊີນໄຕ ໄດ້ກາຍເປັນສະຖານທ່ອງທ່ຽວທີ່ດຶງດູດໃຈແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມຫຼາຍທີ່ສຸດ. ນາງ ເຈິ່ນ ຮວາຍ ງອັກ, ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ເປີດເຜີຍວ່າ: 

     “ກຳແພງບູຮານ ເຊີນໄຕມີສະຖາປັດຕະຍາກຳທີ່ເປັນເອກະລັກ ແລະ ມີຄວາມແຕກຕ່າງກັບກຳແພງອື່ນໆ ທີ່ຂ້າພະເຈົ້າໄດ້ໄປຢ້ຽມຊົມຄື ກຳແພງທັງລອງ ຫຼື ກຳແພງໃນສະໄໝລາດຊະວົງໂຮ່. ຢູ່ພາຍໃນກຳແພງ ເຊີນໄຕ ກໍ່ມີປູຊະນີຍະສະຖານ ຫຼາຍກິດຈະກຳຍັງຄົງຖືກຮັກສາໄວ້ເໝືອນເດີມ, ພິເສດມີຕົ້ນໄມ້ຂຽວຫຼາຍຕົ້ນ ໄດ້ເຮັດໃຫ້ສະພາບແວດລ້ອມຢູ່ທີ່ນີ້ ເຢັນສະບາຍ ແລະ ປອດໂປ່ງ. ເມື່ອມີໂອກາດໄປຢ້ຽມຊົມກຳແພງບູຮານ ເຊີນໄຕ, ເຮົາກໍ່ສາມາດແວ່ຢາມໝູ່ບ້ານເກົ່າແກ່ ເດື່ອງເລິມ, ໝູ່ບ້ານວັດທະນະທຳບັນດາເຜົ່າ  ຫວຽດນາມ ຫຼື ໄປຈູດທູບໄຕ້ທຽນບູຊາຢູ່ວິຫານອານວ່າ”.

      ຜ່ານໄລຍະເກືອບ 200 ປີ, ບັນດາກິດຈະກຳໃນ ກຳແພງບູຮານ ເຊີນໄຕ ກໍ່ໄດ້ຖືກທຳລາຍຍ້ອນສົງຄາມ ຫຼື ຖືກເປ່ເພຕາມການເວລາ. ໃນຊຸມປີທີ່ຜ່ານມາ, ຄະນະຄຸ້ມຄອງປູຊະນີຍະສະຖານກຳແພງບູຮານ ກໍ່ພ້ອມກັບນັກຊ່ຽວຊານທັງຢູ່ພາຍ ແລະ ຕ່າງປະເທດ ກໍ່ໄດ້ດຳເນີນການເຄື່ອນໄຫວ ຄົ້ນຄວ້າບູຮານຄະດີ ແລະ ໄດ້ຟື້ນຟູ ບັນດາກິດຈະກຳໃຫ້ກັບຄືນສູ່ສະພາບເດີມຄື ລະບົບກຳແພງ, ປະຕູໂຂງ, ນ້ຳສ້າງ, ປືນໃຫ່ຍ… ການເຄື່ອນໄຫວເຫຼົ່ານີ້ ໄດ້ປະກອບຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານ, ອັນໄດ້ດຶງດູດແຂກທ່ອງທ່ຽວ ມາຢ້ຽມຊົມກຳແພງບູຮານນັບມື້ນັບຫຼາຍຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ