ກຽນຢາງ-ສະຖານທີ່ນັດພົບຂອງປີທ່ອງທ່ຽວແຫ່ງຊາດ 2016

ກຽນ​ຢາງ ຊຶ່ງ​ແມ່ນ​ແຂວງ​ທາງທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ, ເປັນ​ທີ່​ຮູ້​ຈັກ​ດີ ຍ້ອນ​ແມ່ນ​ດິນ​ແດນ​ແຫ່​ງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽ​ດນາມ. ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ແຂວງ​ກຽນ​ຢາງ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ແລະ ດູດ​ດື່ມ​ຕໍ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ​ກຽນ​ຢາງ​ຍັງ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດຫຼາຍ​ແຫ່ງ​ເຊັ່ນ: ຮ່ອນ​ຈົງ, ຮ່ອນ​ແຈ້ມ, ຮ່ອນ​ຟຸ​ຕື, ຫາດ​ຊາຍ ມຸ້ຍ​ນາຍ, ​ປ່າ​ອູ​ມິນ.

 

ກຽນຢາງ-ສະຖານທີ່ນັດພົບຂອງປີທ່ອງທ່ຽວແຫ່ງຊາດ 2016 - ảnh 1
ກຽນ​ຢາງແມ່ນ​ແຂວງ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ທ່ອງ​ທ່ຽວ    (baokiengiang.com)

      ເມື່ອ​ທຽບ​ໃສ່​ແຂວງ​ອື່ນໆ​ໃນເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽ​ດ ນາມນັ້ນ, ກຽນ​ຢາງແມ່ນ​ແຂວງ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ທຳ​ມະ​ຊາດ, ພິ​ເສດ​ແມ່ນ​ທ່ອງ​ທ່ຽວ​ທະ​ເລ. ໂດຍ​ແມ່ນ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ມູນ​ເຊື້ອປະ​ຫວັດ​ສາດ, ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ກຽນ​ຢາງພວມ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດ​ດື່ມສຳ​ລັບແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ປີນີ້, ແຂວງ​ກຽນ​ຢາງ​ໄດ້​ຮັບ​ເລືອກ​ເຟັ້ນ​ເປັນຫົວ​ໜ່ວຍເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເຫດ​ການປີ​ທ່ອງ​ທ່ຽວ​ແຫ່ງ​ຊ​າດ 2016 - ຟູ້​ກ໋ວກ - ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຕອນ​ພາກ​ໃຕ້​ຫວຽ​ດ ນາມດ້ວຍ​ຫົວ​ເລື່ອງ: “ ຄົ້ນ​ຫາ​ດິນ​ແດນພາກ​ໃຕ້ ”. ການ​ຈັດ​ຕັ້ງປີ​ທ່ອງ​ທ່ຽວ​ແຫ່ງ  ​ຊ​າດ 2016 ຢ່າງ​ສຳ​ເລັດ​ຜົນ​ນັ້ນ ຈະ​ປະ​ກອບ​ສ່ວນ​ແນ​ະ​ນຳ, ໂຄ​ສະ​ນາ​ທ່າ​ແຮງ ​ບົ່ມ​ຊ້ອນ, ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ກຽນ​ຢາງ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂົງ​ເຂດ, ຜ່ານນັ້ນ ກໍ​ສືບ​ຕໍ່​ຊຸກ​ຍູ້​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ຢັ້ງ​ຢືນ​ບົດ​ບາດ​ຂອງຂະ​ແໜງ​ທ່ອງ​ທ່ຽວໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ. ທ່ານ ເຈີນ​ຈີ້​ຢຸງ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວແຂວງ​ກຽນ​ຢາງ ໃຫ້​ຮູ້​ວ່າ :

“ປີ​ທ່ອງ​ທ່ຽວ​ແຫ່ງ​ຊ​າດ, ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ແຂກ​ສາ​ກົນໃນ​ພາກ​ພື້ນ, ບັນ​ດາ​ປະ​ເທດ​ທີ່​ມີ​ເກາະ, ທະ​ເລ​ມາທ່ອງ​ທ່ຽວຢູ່ ກຽນ​ຢາງ. ວຽກ​ງານນີ້​ເພື່ອ​ແນ​ໃສ່​ເປີດ​ສາຍທ່ອງ​ທ່ຽວໃຫ້ຫຼາຍກວ່າ​ອີກ​ໃນ​ອະ​ນາ​ຄົດ​ເພື່ອ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ຂະ​ແໜງທ່ອງ​ທ່ຽວຂອງ​ແຂວງ ກຽນ​ຢາງ ”

    ກຽນ​ຢາງແມ່​ນ​ໜຶ່ງ​ໃນ​ຈຳ​ນວນ 28 ແຂວງ ແລະ ນະ​ຄອນ​ຕິດ​ກັບ​ທະ​ເລ. ເຂດ​ທະ​ເລ​ຂອງ​ແຂວງ ກຽນ​ຢາງ​ກ້​ວາງກວ່າ 63.000 ຕາ​ລາງ​ກິ​ໂລ​ແມັດ​ດ້ວຍ​ຝັ່ງ​ທະ​ເລ​ມີ​ຄວາມ​ຍາວ​ປະ​ມານ 200 ກິ​ໂລ​ແມັດ ແລະ 143 ເກາະ​ດອນ, ໃນ​ນັ້ນ​ມີ​ເກາະ 43 ແຫ່ງ​ມີ​ປະ​ຊາ​ຊົນມາ​ດຳ​ລົ​ງ​ຊີ​ວິດ. ລະ​ບົບ​ໝູ່​ເກາະ ແລະ ເກາະ​ດອນ​ຂອງ​ແຂວງ​ມີ​ຄວາມບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ພັດ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ. ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ, ລະ​ບົບ​ປະ​ກາ​ລັງ​ທີ່​ມີ​ສີ​ສັນຫຼາກຫຼາຍ, ປ່າ​ດົງ​ດິບ​ທີ່​ອຸ​ດົມ​ສົມ​ບູນ ແລະ ຫຼາຍ​ຮູບ​ຫຼາຍ​ສີ ກໍ​ລ້ວນ​ແຕ່​ແມ່ນ​ທ່າ​ແຮງ​ເພື່ອ​ໃຫ້ ກຽນ​ຢາງ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທະ​ເລ. ພິ​ເສດ​ເກາະ​ຟູ້​ກ໋ວກ ພວມ​ແມ່ນ​ສະ​ຖານ​ທີ​່ທ່ອງທ່ຽວທີ່​ດີ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຜູ້​ຊົມ​ຊອບ​ທະ​ເລ. ຖ້າ​ຫາກ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ຟູ້​ກ໋ວກ​ຂອງ ກຽນ​ຢາງ ຄັ້ງ​ໜຶ່ງ, ແນ່ນອນ​ວ່າ​ຄວາມ​ງາມ​ແບບ​ຮົກ​ເຮື້ອ ແລະ ຈັບ​ໃຈ​​ໃນ​ເກາະຈະ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງຫຼາຍສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ ເປັນ​ຫຍັງ ຟູ້​ກ໋ວກ ຍາມ​ໃດ​ກໍ​ນອນ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມກວ່າ​ໝູ່​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເມື່ອ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ. ນາງ Iris Bijlisma ແຂ​ກ​ທ່ອງ​ທ່ຽວ​ມາ​ຈາກ​ໂຮງ​ລັງ ໃຫ້​ຮູ່​ວ່າ : 

     “ ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມດັ່ງໃນ​ຝັນ. ຂ້າ​ພະ​ເຈົ້້າຄິດ​ວ່າ ຍາກ​ທີ່​ຈະ​ຫາ​ໄດ້​ຢູ່​ແຫ່ງ​ໃດ​ງາມ​ເຊັ່ນ​ນີ້. ຟູ້​ກ໋ວກແມ່ນ​ສະ​ຖານ​ທີ່​ດູ​ດດື່ມອີ່ຫຼີ”

    ຟູ້​ກ໋ວກມີ​ພູ​ມິ​ສັນ​ຖານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ລວມ​ມີ​ສາຍ​ພູ​ຍາວ​ຢຽດ​ຈາກ​ເໜືອ​ຮອດ​ໃຕ້ຂອງ​ເກາະ, ມີ​ປ່າ​ດົງ​ດິບ​ດ້ວຍ​ລະ​ບົບສັດ, ​ພຶກ​ສາ​ຊາດທີ່​ອຸ​ດົມ​ສົມ​ບູນ, ມີ​ຫາດ​ຊາຍ​ທະ​ເລຫຼາຍ​ແຫ່ງ​ທີ່​ສວຍ​ງາມ​ຄື ຫາດ​ຊາຍ​ເຈື່ອງ​ດ້ວຍ​ລວງ​ຍາວ 20 ກິ​ໂລ​ແມັດ, ຫາດ​ຊາຍ​ຊາວ, ຫາ​ດ​ຊາຍ​ດ້າຍ, ຫາດ​ຊາຍ​ຮ່ອນ​ເທີມ ພ້ອມ​ກັບ 26 ເກາະ​ນ້ອຍ​ໃຫຍ່​ຢູ່​ອ້ອມ​ແອ້ມ​. ຟູ້​ກ໋ວກຖືກ​ອ້ອມ​ຮອບ​ດ້ວຍ​ທະ​ເລ, ແຕ່​ຍ້ອນ​ມີ​ປ່າ ດັ່ງ​ນັ້ນ​ໃນ​ເກາະ​ກໍ​ມີ​ຫ້ວຍ​ນ້ຳ​ລຳ​ເຊ ແລະ ມີ​ແຫຼ່ງ​ນ້ຳ​ຈືດ​ເຢັນ​ສະ​ບາຍ. ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ແກ່​ແຫ່ງນີ້​ມີ​ທິດ​ທັດ​ທຳ​ມະ​ຊາດ​ແບບ​ຮົກ​ເຮື້ອ​ຂອງປ່າ​ໄມ້, ຄວາມ​ງາມ​ທີ່​ຈັບ​ໃຈ​ຂອງ​ທະ​ເລ ແລະ ລັກ​ສະ​ນະ​ເພິນ​ຈິດ​ຂອງຫ້ວຍ​ນ້ຳ​ລຳ​ເຊ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ປະ​ສານກົມ​ກືນ​ເຂົ້າ​ກັນ​ກາຍ​ເປັນ​ຮູບ​ພາບສວຍ​ງາມ​ດັ່ງ​ໃນ​ຝັນ. ທ່ານ​ຮີ່ງກວາງ​ຮຶງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງຟູ້​ກ໋ວກ ໃຫ້​ຮູ້​ວ່າ ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ໂຄງ​ສ້າງ​ໂຄງ​ລ່າງ​ນັບ​ມື້​ນັບ​ກໍ່​ສ້າງ​ໃຫ້​ສົມ​ບູນ​ແບບ, ອັນ​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ສູງ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ໃຫຍ່​ເຊັ່ນ​: ລະ​ບົບ​ສາຍ​ກາບ​ແຂວນ ອານ​ເທີ່ຍ-ຮ່ອນ​ເທີມ, ສວນ​ສາ​ທາ​ລະ​ນະ​ສັດ​ປ່າ, ໂຮງ​ແຮມ 5 ດາວ…ເມື່ອ​ບັນ​ດາ​ກິດ​ຈະ​ກຳ, ໂຄງ​ການນີ້​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ ຈະ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ແຂກ​ທ່ອງ​ທ່ຽວ​ດີກວ່າ​ອີກ, ພ້ອ​ມ​ກັນ​ນັ້ນ ກໍ​ມຸ່ງ​ໄປ​ສູ່ບັນ​ດາ​ເຫດ​ການ​ໃຫຍ່​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ແຫ່ງນີ້. ທ່ານ​ຮີ່ງກວາງ​ຮຶງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງຟູ້​ກ໋ວກ ໃຫ້​ຮູ້​ຕື່ມ​ອີກວ່າ: 

    “ ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ວ່າ ປີ 2016, ຈຳ​ນວນ ແຂກ​ທ່ອງ​ທ່ຽວ​ມາ​ທ່ອງ​ທ່ຽວຢູ່ ຟູ້​ກ໋ວກ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ ເພາະ​ໃນ​ປີ 2016 ຈະ​ຈັດ​ຕັ້ງຫຼາຍເຫດ​ການ, ພິ​ເສດ​ແມ່ນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່ຟູ້​ກ໋ວກ. ມີຫຼາຍໂຄງ​ການກໍ່​ສ້າງ​ເຂດ ຣີ​ສອດ ລະ​ດັບ​ສູງຈະ​ສ​ຳ​ເລັດ​ການ​ລົງ​ທຶນກໍ່​ສ້າງ ແລະ ນຳເຂົ້າ​ສູ່ໃຊ້​ການ”

   ກ່ຽນ​ຢາງ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ, ທິດ​ທັດ​ທຳ​ມະ​ຊາດ ທີ່​ລື​ຊື່ຫຼາຍ​ແຫ່ງເຊັ່ນ: ວັດ​ຮາງ, ສາ​ລາ​ບູ​ຊາ​ນັກ​ວິ​ລະຊົນ ຫງວຽນ​ຈຸງ​ຈຶກ​ຢູ່ທີ່​ນະ​ຄອນ ແຣກ​ຣ້າ, ປູ​ຊະ​ນີ​ຍະ​ສະ​ຖານ ມຸ້ຍ​ນາຍ, ແຖກດົ້ງ ແລະ ປູ​ຊະ​ນີ​ຍະ​ສະ​ຖານໂບດ ຟູ້​ກ໋ວກ. ພິ​ເສດ​ໃນ​ປີ 2016, ແຂວງ​ກຽນ​ຢາງມີ​ຄວາມ​ເປັນ​ກຽດ​ຕ້ອນ​ຮັບ​ໃບ​ຢັ້ງ​ຢືນ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ອຸ​ມິນ​ເທື້ອງ ກາຍ​ເປັນເຂດ Ramsar ແຫ່ງ​ທີ 2.228 ຂອງ​ໂລກ ແລະ ເປັນເຂດ Ramsar ແຫ່ງ​ທີ 8 ຂອງ​ຫວຽດ​ນາມ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ