ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກໃນເມືອງຫາຍເຫົ້າ, ແຂວງນາມດີ້ງ

ຂົວ​ງ້ອຍ, ວັດ​ເລືອງ, ສາ​ລາ ຟອງ​ຫຼາກ ຕັ້ງ​ຢູ່​ບໍ​ລິເວນຕາ​ແສງ​ຫາຍ​ແອງ, ເມືອງ​ຫາຍ​ເຫົ້າ ແຂວງ​ນາມດີ້ງ, ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເກົ່າ​ແກ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຂີດ​ໝາຍ​ຂອງ​ບັນ​ດາ​ນັກ​ສີ​ລະ​ປະ​ການ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຢູ່​ແຫ່ງນີ້. ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງນີ້ ໄດ້​ຮັບ​ການກໍ່​ສ້າງ​ໂດຍ​ຕິດ​ພັນ​ກັບ​ກິດ​ຈະ​ການ​ບຸກ​ເບີກ​ພື້ນ​ທີ່ ບຽດ​ທະ​ເລ​ກ່ອນນີ້ 500 ປີ​ຂອງ​ບັນ​ດາ​ຜູ້​ໄປ​ບຸກ​ເບີກ​ພື້ນ​ທີ່ ສ້າງ​ເຂດ​ດິນ ກວນ​ແອງ​ເມື່ອ​ກ່ອນນີ້, ປະ​ຈຸ​ບັນ​ແມ່ນ​ເມືອງ​ຫາຍ​ເຫົ້າ. ຜ່ານ​ໄລ​ຍະ​ເວ​ລາ​ນັບ​ຮ້ອຍ​ປີ, ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ ຂົວ​ງ້ອຍ, ວັດ​ເລືອງ, ສາ​ລາ ຟອງ​ຫຼາກ ຍັງ​ຄົງ​ຖືກ​ຮັກ​ສາ​ເກືອບເໝືອນ​ເດີມ. 

ຂົວງ້ອຍ, ວັດເລືອງ, ສາລາ ຟອງຫຼາກໃນເມືອງຫາຍເຫົ້າ, ແຂວງນາມດີ້ງ - ảnh 1
ຂົວ​ງ້ອຍຢູ່​ບໍ​ລິເວນຕາ​ແສງ​ຫາຍ​ແອງ, ເມືອງ​ຫາຍ​ເຫົ້າ ແຂວງ​ນາມດີ້ງ

               ໂດຍ​ຖືກ​ຕັ້ງ​ບົນ​ເສັ້ນ​ທາງ​ໄປ​ວັດ, ຂົວ​ງ້ອຍຫ່າງ​ຈາກວັດ​ເລືອງ, ສາ​ລາ ຟອງ​ຫຼາກປະ​ມານ 100 ແມັດ, ກາຍ​ເປັນກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານທີ່​ລື່​ຊື​ຂອງ​ດິນ​ແດນ​ແຫ່ງນີ້. ທັງ 3 ກິດ​ຈະ​ກຳ​ນີ້ ລ້ວນ​ແຕ່​ມີ​ອາ​ຍຸ​ຊ່ຳ​ກັນ, ດັ່ງ​ນັ້ນ​ຊາວ​ທ້ອງ​ຖິ່ນ​ເຄີຍ​ເອີ້ນວ່າ​ແມ່ນ ຂົວ​ງ້ອຍ, ວັດ​ເລືອງ, ສາ​ລາ ຟອງ​ຫຼາກ. ປ້າ ຫງວຽນ​ທິ​ເຍີມ ຢູ່​ຕາ​ແສງ​ຫາຍ​ແອງ ໃຫ້​ຮູ້​ວ່າ : 

    “ຂົວ​ງ້ອຍ, ວັດ​ເລືອງ, ສາ​ລາ ຟອງ​ຫຼາກແມ່ນ ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຂອງ​ຕາ​ແສງ​ຫາຍ​ແອງ. ​ປູ​ຊະ​ນີ​ຍະ​ສະ​ຖານທັງ​ໝົດ​ເຫຼົ່າ​ນີ້ ລ້ວນ​ແຕ່​ຖືກ​ຮັກ​ສາ​ໄວ້​ເໝືອນ​ເດີມ. ຂົວ​ງ້ອຍນີ້​ມີ​ຮູບ​ໂຄ້ງ​ງາມ​ອີ່ຫຼີ. ຮອດ​ບຸນ​ວັນ​ເພັງ​ເດືອນ 3, ແມ່ນ​ວັນ​ບຸນ​ປະ​ເພ​ນີ​ຂອງ​ໝູ່​ບ້ານ”

    ຂົວ​ງ້ອຍຖືກ​ຕັ້ງ​ຂ້າມ​ແມ່​ນ້ຳ ຈຸ​ງຢາງ ຊຶ່ງ​ແມ່ນ​ແມ່​ນ້ຳ​ສາຍ​ນ້ອຍ​ໄຫຼ​ລຽບ​ຕາມ​ຕາ​ແສງ​ຫາຍ​ແອງ. ຂົວ​ງ້ອຍ​ມີ 9 ຫ້ອງ​ຖືກ​ຕັ້ງ​ບົນ 18 ເສົາ​ເຫີນ​ສີ່​ລຽມ. ຫຼັງ​ຄາ​ຂອງ​ຂົວ​ຖືກ​ມຸງ​ດ້ວຍ​ດິນ​ຂໍ, ມີ​ຮູບ​ຄ້າຍ​ຄື​ກັບ​ມັງ​ກອນ​ພວມ​ບິນ​ເລື່ອນ​ລອຍ. ຂົວ​ງ້ອຍບໍ່​ພຽງ​ແຕ່​ແມ່ນ​ກິດ​ຈະ​ກຳ​ທາງ​ຄົມ​ມະ​ນາ​ຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ຢູ່​ຕາ​ແສງຫາຍ​ແອງ​ອີກ​ດ້ວຍ. ປ້າ ເຈີນ​ທິຢິ້ວ ຢູ່​ຕາ​ແສງ​ຫາຍ​ແອງ ​ເວົ້າ​ວ່າ :

    “ ເມື່ອ​ກ່ອນນີ້ ບໍ່​ມີ​ລົດ​ໂອ​ໂຕຫຼາຍ​ຄື​ປະ​ຈຸ​ບັນ, ສ່ວນຫຼາຍ​ແມ່ນ​ຍ່າງ​ຜ່ານນີ້. ກ່ອນ​ໜ້ານີ້ ພື້ນ​ທາງ​ແມ່ນ​ຕ່ຳ​ກ່​ວານີ້ຫຼາຍ, ຕ້ອງ​ຂຶ້ນ​ຂັ້ນ​ໄດ​ຫີນ 3 ຂັ້ນ​ຈຶ່ງ​ຂຶ້ນ​ຂົວ​ໄດ້. ປະ​ຈຸ​ບັນ, ພື້ນ​ທາງ​ຖືກ​ປູສູງ​ກວ່າ​ຂົ​ວ. ຂົວ​ງ້ອຍນີ້​ໄດ້​ມີ​ມາ​ກ່ອນນີ້ 2-3 ຮ້ອຍ​ປີ​ແລ້ວ ”

     ສຳ​ລັບ​ສ່ວນ​ໄມ້​ຂອງ ຂົວ​ງ້ອຍຖືກ​ແກະ​ຄວັດ​ສະຫຼັກ​ບໍ່​ລະ​ອຽດ​ລະ​ອໍ​ປານ​ໃດ, ແຕ່​ມັນ​ສະ​ແດງ​ໃຫ້​ເຫັນ​ແຈ້ງທີ່ສຸດ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຊາວ​ຫວຽດ​ນາມ. ສຳ​ລັບ​ປະ​ຕູໂຂງ​ຂອງ​ຂົວຖືກ​ເຮັດ​ຕາມ​ຮູບ​ໂຄ້ງ, ທັງ 2 ຟາກ​ແມ່ນ​ມ​ີເສົາ 2 ແຖວ. ໃນ​ທຸກວັນ​ນີ້, ພ້ອມ​ກັບ​ຂົວ​ງ້ອຍ, ກໍ​ມີ​ຂົວ​ຫີນຫຼາຍ​ຂົວ​ຖືກກໍ່​ສ້າງ, ແຕ່​ຊາວ​ບ້ານ​ຍັງ​ຄົງ​ຖື​ຂົວ​ງ້ອຍ​ເປັນ​ຈຸດ​ນັດ​ພົບ. ນ້ອງ​ຫງວ​ຽນ​ແທງ​ເຟືອງ ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ຂອງ​ຕາ​ແສງ ຫາຍ​ມິນ ຕິດ​ກັບ​ຕາ​ແສງ​ຫາຍ​ແອງ ໃຫ້​ຮູ້​ວ່າ : 

   “ ຢູ່​ຂົວ​ແຫ່ງນີ້ ເຢັນ​ສະ​ບາຍ ແລະ ນີ້​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ, ດັ່ງ​ນັ້ນ​ພວກ​ນ້ອງ​ມັກ​ມານີ້. ເມື່ອ​ເລີກ​ຮຽນ, ນ້ອງ​ເຄີຍ​ໄປ​ນັ່ງ​ຢູ່​ຂົວ ແລະ ພ້ອມ​ກັບ​ໝູ່​ເພື່ອນ​ເຄີຍ​ນັດ​ກັນ​ຢູ່ນີ້​ເພາະ​ສະ​ຖານ​ທີ່​ແຫ່ງນີ້ມີ​ຊື່​ສຽງ​ດົງ​ດັງ. ຂົວ​ເກົ່າ​ແກ່ ແລະ ງາມຫຼາຍ"

     ກ່ອນ​ທີ່​ຈະ​ເຂົ້າ​ຢ້ຽມ​ຊົ​ມ​ສາ​ລາ ຟອງ​ຫຼາກ, ວັດ​ເລືອງແມ່ນ​ເຂດ​ຕະຫຼາດ​ບ້ານ​ນາ​ຊຶ່ງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຊາວ​ຕາ​ແສງ​ຫາຍ​ແອງ​ຢ່າງ​ໜາ​ແໜ້ນ. ສາ​ລາ ຟອງ​ຫຼາກໄດ້​ຮັບ​ການ​ປຸກ​ສ້າງ​ນັບ​ຕັ້ງ​ແຕ່​ບຸກ​ເບີກ​ພື້ນ​ທີ່ເພື່ອ​ສ້າງ​ບ້ານ​ແປງ​ເມືອງ ແລະ ເປັນບ່ອນ​ໂຮມ​ປະ​ຊຸມ​ປຶກ​ສາ​ວຽກງານ​ບ້ານ​ເມືອງ.

      ຢູ່​ຂ້າງສາ​ລາ ຟອງ​ຫຼາກແມ່ນວັດ​ເລືອງຫຼືເອີ້ນ​ວ່າ ວັດ​ຮ້ອຍ​ຫ້ອງ ຊຶ່ງ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ທ້າຍ​ສະ​ຕະ​ວັ​ດ​ທີ 15 ຫາ​ຕົ້ນ​ສະ​ຕະ​ວັດ 16. ວັດ​ເລືອງໃນ​ເບື້ອງ​ຕົ້ນແມ່ນ​ມີ​ຂອບ​ຂະ​ໜາດ​ນ້ອຍ, ແຕ່​ຜ່ານ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ  ເປີດ​ກ້​ວາງ, ພິ​ເສດແມ່ນ​ໃນ ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນເມື່ອ​ທ້າຍສະ​ຕະ​ວັ​ດ​ທີ 19 ຫາ​ຕົ້ນ​ສະ​ຕະ​ວັດ 20, ວັດ​ເລືອງໃນ​ປະ​ຈຸ​ບັນ​ແມ່ນ​ມີ​ຂອບ​ຂະ​ໜາດ​ໃຫຍ່​ປະ​ກອບ​ດ້ວຍ 100 ຫ້ອງ ຖືກອອກ​ແບບກໍ່​ສ້າງດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງຫຼາຍ​ຍຸກ​ສະ​ໄໝ, ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່ ຍັງ​​ຄົງແມ່ນການ​ອອກ​ແບບກໍ່​ສ້າງ​ໃນໄລ​ຍະສະ​ຕະ​ວັ​ດ​ທີ 17 ແລະ 18. ປະ​ຈຸ​ບັນ, ວັດ​ເລືອງຍັງ​ເກັບ​ຮັກ​ສາ​ຈຳ​ນວນ​ແຜ່ນ​ສີ​ລາ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ໃນ​ການກໍ່​ສ້າງວັດ ແລະ ຂະ​ບວນ​ວິ​ວັດ​ແຫ່ງ​ການ​ບຸກ​ເບີກ​ພື້ນ​ທີ່ ບຽດ​ທະ​ເລ ພ້ອມ​ທັງ​ສ່ອງ​ແສງ​ເຖິງ​ຊີ​ວິດ​ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ພໍ່​ຕູ້ ດັ້ງ​ວັນ​ຟູ້​ໃຫ້​ຮູ້​ວ່າ ພ້ອມ​ກັບ​ວັດ​ເລືອງ, ຂົວ​ງ້ອຍ, ສາ​ລາ ຟອງ​ຫຼາກ ໄດ້​ສ້າງ​ເປັນ​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານຈິດ​ວິນ​ຍານ ຊຶ່ງ​ໄດ້​ລົງ​ເລິກ​ເຂົ້າ​ສູ່​ຄຳ​ຜະ​ຫຍາ ສຸ​ພະ​ສິດ. ພໍ່​ຕູ້ ດັ້ງ​ວັນ​ຟູ້​ ເວົ້າ​ວ່າ :

    “​ທຳ​ອິດ​ແມ່ນຮູບ​ພາບທ່າ​ນ້ຳ ແລະ ເຮືອ. ສຳ​ລັບ​ທັດ​ສະ​ນີ​ຍະ​ພາບນີ້ ມີ​ຄຳ​ຜະ​ຫຍາ​ທີ່​ວ່າ :                              “ກວນ​ແອງ​ລື່​ຊື່​ແຕ່​ດຶກ​ດຳ​ບັນ

                             ສາ​ລາ ຟອງ​ຫຼາກ ດົງ​ດັງ​ວັດ​ຟຸກ​ເລີມ

                             ແຂກ​ມາ​ກໍ​ເລີຍ​ມັກ​ຖາມ​ຂ່າວ

                              ນ້ຳ​ຊາ​ຂົວ​ງ້ອຍ ແພ​ໄໝ​ຕະຫຼາດ​ເລືອງ”

       ໂດຍ​ໄດ້​ຄົງ​ຕົວ ແລະ ເຕົົ້າ​ໂຮມ​ສິ່ງຍອດ​ຍິ່ງດ້ານ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ນັບ​ຮ້ອຍ​ປີ, ວັດ​ເລືອງ, ຂົວ​ງ້ອຍ, ສາ​ລາ ຟອງ​ຫຼາກ ກໍ​ແມ່ນ​ບັນ​ດາມໍ​ລະ​ດົກທີ່ຍອດ​ຍິ່ງ​ຂອງ​ດິນ​ແດນ​ນາມດີ້ງ​ແຫ່ງ​ອະ​ລິ​ຍະ​ທຳ. ​ບໍ່ຈັກ​ວ່າ​ເທົ່າ​ໃດ​ລຸ່ນ​ຄົນຢູ່ແຫ່ງນີ້ ໄດ້​ຖະ​ໜຸ​ຖະ​ໜອມ, ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ທະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ນີ້ ໃຫ້​ແກ່​ຄົນ​ລຸ່ນຫຼັງ ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ສະ​ຖາ​ປັດ​ຕະ​ຍະ​ກຳ, ວິ​ຈິດ​ຕະ​ກຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ