ຂະແຫນງທ່ອງທ່ຽວຫວຽດນາມປີ 2014:ການເຄື່ອນໄຫວໂຄສະນາໄດ້ຮັບການຜັນຂະຫຍາຍຢ່າງແຮງ


(vovworld)- ໃນ​ປີ​ຜ​່ານ​ມາ, ເຖິງວ່າ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ການ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ຈາກພື້ນ​ຖານ​ເສດ​ຖະ​ກິດ​ໂລກ ​ ​ກໍ​ຄື​ພາຍ​ໃນ​ປະ​ເທດ ກໍ​ຕາມ, ພິ​ເສດ​ແມ່ນ​ການ​ກະ​ທົບ​ຈາກເຫດ​ກາ​ນ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ ໄຮ່​ຢາງ 981 ຢ່າງ​ຜິດ​ກົດ​ໝາຍຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫລ່​ທະ​ວີບ​ຂອງ​ຫວຽດ​ນາມ, ເຮັດ​ໃຫ້​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຫລຸດ​ລົງ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ຍ້ອນ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຮີບ​ດ່ວນ, ເປີດກວ້າງ​ຕະ​ຫລາດ​ທ່ອງ​ທ່ຽວ​ຈຸດ​ສຸມ, ກະ​ຕຸກ​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ຂະ​ແຫນ​ງ​ທ່ອງ​ທ່ຽວ ຫວຽດ​ນາມ ຍັງ​ຄົງ​ຮັກ​ສາ​ລະ​ດັບ​​ເຕີບ​ໂຕເປັນ​ປົກ​ກະ​ຕິ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ປີ​​ທີ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມໂຄ​ສະ​ນາການ​ທ່ອ​ງ​ທ່ຽວປະ​ສົບ​ຜົນ​ສຳ​ເລັດ.

        ໃນ​ປີ 2014, ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 4% ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 38,5 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 10%. ຍອດ​ລາຍ​ຮັບ​ຈາກ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ບັນ​ລຸ​ປະ​ມານ 230.000 ຕື້​ດົງ, ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ປີ 2013. ຜົນ​ງານ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ປີ​ຜ່ານ​ມາ ນັ້ນ​ແມ່ນ​ການ​ທ່ອ​ງ​ທ່ຽວ​ແຫ່ງ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ເພື່ອນ​ມິດ​ສາ​ກົນ. ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ອົງ​ການ​​ທີ່ມີ​ຊື່​ສຽງ​ໃນ​ໂລກ​ວ່າ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​ໄດ້​ຮັບ​ຄວາມ​ນິ​ຍົມ​ກວ່າ​ໝູ່ຈາກນັກ​ທ່ອງ​ທ່ຽວ. ພົ້ນ​ເດັ່ນ ແມ່ນ ອ່າວ​ຮ້າ​ລອງ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ ຫ​ນ້າ​ເວັບ BuzzFeed ຂອງ​ອາ​ເມ​ລິ​ກາ​ວ່າ ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ​ທັດ​ສະ​ນີ​ຍະ​ພາບ 25 ແຫ່ງທີ່​ມີ​ຄວາມ​ງາມ​ມະ​ຫັດ​ສະ​ຈັນ​ກວ່າ​ໝູ່​ໃນ​ໂລກ; ນ​ະ​ຄອນ ຮ່າ​ໂນ້ຍ ໄດ​້​ຮັບ​ການ​ຄັດ​ເລືອກ​ຈາກ ວາ​ລະ​ສານ TripAdvisor ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ​ 10 ຕົວ​ເມືອງ ທີ່​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ​ຂອງ​ໂລກ. ສ່ວນ​ວາ​ລ​ະ​ສານ​ທ່ອງ​ທ່ຽວ Travel&Leisure ຂອງ​ອາ​ເມ​ລິ​ກາ ຄັດ​ເລືອກ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢືນ​ອັນ​ດັບທີ 6 ໃນ​ຈຳ​ນວນ​ສະ​ຖານ​ທີ່​ທ່ອງ​ທ່ຽວ 20 ແຫ່ງດີ​ທີ່​ສຸດ, ດ້ວຍ​ຄວາມ​ປອດ​ໄພ ແລະ ຄວາ​ມ​ຮັກ​ແພງ, ສະ​ຫ​ນິດ​ສະ​ຫ​ນົມ​ຂອງ​ປະ​ຊາ​ຊົນ. ຖ​້ຳ ເຊີນດອງ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກວາ​ລະ​ສານ​ທ່ອງ​ທ່ຽວ Business Insider ຂອງ​ອາ​ເມ​ລິ​ກາ ວ່າ ແມ່ນ​ຫ​ນຶ່ງ​ໃນ​ຈຳ​ນວນ​ຖ້ຳ 12 ແຫ່ງ​ທີ່​ສ້າງ​ຄວາມປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ ແລະ ວາ​ລະ​ສານ National Geographic ພາ​ສາ​ລັດ​ເຊຍ ຄັດ​ເລືອກ​ວ່າ​ແມ່ນລາຍ​ການ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ໂລກ​ໃນ​ປີ…ນອກນັ້ນ ມີ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ ແລະ ໂຮງ​ແຮມ ຫລາຍ​ແຫ່ງ​ ຂອງ​ຫວຽດ​ນາມ ກໍ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​​ອົງ​ການຕ່າງໆ ​ແລະ ເວັບ​ໄຊ ວ່າ ​ມີ​ຄຸນ​ນະ​ພາບ​ບໍ​ລິ​ການ​ດີ​ເດັ່ນ. ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວ​ຫ​ນ້າ​ກົມ​ໃຫ​ຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

ຂະແຫນງທ່ອງທ່ຽວຫວຽດນາມປີ 2014:ການເຄື່ອນໄຫວໂຄສະນາໄດ້ຮັບການຜັນຂະຫຍາຍຢ່າງແຮງ - ảnh 1
ປີ 2014, ຈຳ​ນວນນັກ​ທ່ອງ​ທ່ຽວ​ສາ​ກົນມາ​ຢ້ຽມ​ຢາມ​
ຫວຽດ​ນາມ 8 ລ້ານ​ເທື່ອ​ຄົນ
ພາບ:internet

        “ປີ 2014, ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດ​ນາມ ຍັງ​ຄົງ​ຮັກ​ສາ​ບັນ​ດ​າ​ມາດ​ຖານ​ເຕີບ​ໂຕ​ຢ່າງ​ລຽນ​ຕິດນັບແຕ່​ປີ 2009 ມາ​ຮອດ​ປ​ະ​ຈຸ​ບັນ ແລະ ຍາມ​ໃດລະດັບ​ເຕີບ​ໂຕ​ຂອງ​ປີ​ນີ້ກໍ​ສູງກວ່າໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ເປັນ​ຫ​ນ້າ​ຊື່ນ​ຊົມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອງ​ທົ່ວ​ຂະ​ແຫນງ, ພິ​ເສດ​ແມ່ນ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ໄດ້​ພະ​ຍາ​ຍາມ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເພື່ອຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ ແລະ ກາ​ນ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.”

ຂະແຫນງທ່ອງທ່ຽວຫວຽດນາມປີ 2014:ການເຄື່ອນໄຫວໂຄສະນາໄດ້ຮັບການຜັນຂະຫຍາຍຢ່າງແຮງ - ảnh 2
ອ່າວ​ຮ້າ​ລອງ
ພາບ:anhdepdulich

        ​​ທິດທາງສຳ​ຄັນ​ຂອງ​ການ​ພັດ​ທະ​ນາການ​ທ່ອງ​ທ່ຽວ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ນັ້ນແມ່ນ​ວຽກ​ງານ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຜັນ​ຂະ​ຫ​ຍາຍ​​​​ເປັນ​ຢ່າງ​ດີ, ມີຄຸນ​ນະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ໃນ​ປີ​ຜ່ານ​ມາ, ການ​ສ້າງ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ຫວຽດ​ນາມຕິດ​ພັນ​ກັບ logo&slogan “ຫວຽດ​ນາມ-ຄວາມ​ງາມ​ມະ​ຫັດ​ສະ​ຈັນ” ໄດ້​ຮັບ​ຖື​ວ່າ​ແມ່ນ​ຫ​ນ້າ​ທີ່​ຈຸ​ດ​ສຸມ​ຂອງ​ຂະ​ແຫນງ. ຂະ​ແຫນງ​ທ່ອງ​ທ່ຽວ ໄດ້​ເຂົ້າ​ຮ່ວມ​​ງານ​ຕະ​ຫລາດ​ນັດ​ທ່ອງ​ທ່ຽວ​ສາ​ກົນໂດຍ​ກົງ ແລະ ​ສົມ​ທົບ​ກັນ​ປະ​ຕິ​ບັດ​ຫ​ນ້າ​ທີ່​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ໃນ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທຳ, ການ​ທູດ ຢູ່​ປະ​ເທດ ເອີ​ລົບ, ອາ​ຊີ ຈຳ​ນວນ​ຫ​ນຶ່ງ​ຄື: ອັງ​ກິດ, ເຢຍ​ລະ​ມັນ, ລັດ​ເຊຍ, ຍີ່​ປຸ່ນ, ສິງ​ກະ​ໂປ, ຈີນ, ມາ​ເລ​ເຊຍ.. ຢູ່​ພາຍ​ໃນ​ປະ​ເທດ, ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ສົ່ງ​ເສີມ​ການທ່ອງ​ທ່ຽວ​ສະ​ແດງ​ອອກ​ຜ່ານ​ການ​ຕ້ອ​ນ​ຮັບ​ບັນ​ດາ​ຄະ​ນະ​​ແຂກສາ​ກົນ, ການເຂົ້າ​ຮ່ວມງານ​ຕະ​ຫລາດ​ນັດ ​ແລະ ເຫດ​ການ​ທ່ອງ​ທ່ຽວ​ຕ່າງໆ, ອັນ​ໄດ້​ປະ​ກອບ​ສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ. ທ່ານ ຈີ້ງ​ດັງ​ແທງ, ຮອງ​ຫົວ​ຫ​ນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ກວ໋າງ​ນີງ ຖື​ວ່າ:

        “ຢາກ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ ຄວນ​ອີງ​ໃສ່ 3  ເສົາ​ຄ້ຳ: ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ. ເລື່ອງ​ເລືອ​ກ​ເຟັ້ນ​ຜູ້​ໃຫ້​ຄຳ​ປຶກ​ສາ​​ສາ​ກົນ​ທີ່​ມີ​ຊື່​ສຽງ ພ​້ອມ​ກັບ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ວຽກ​ງານ​ວາງ​ແຜນ​ກຳ​ນົດ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແມ່​ນ​ຈຳ​ເປັນ​ທີ່​ສຸດ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ທ່ອງ​ທ່ຽວ, ລາ​ຄາ​ບໍ​ລິ​ການ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຢູ່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ.”

        ຜົນ​ສຳ​ເລັດ​ຂອງ​ປີ 2014 ​ເປັນ​ພື້ນ​ຖານ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດ​ນາມ ວາງ​ຄາດ​ໝາຍ​ໃນ​ປີ 2015 ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃຫ້​ໄດ້ 8,5 ລ້ານ​ເທື່ອ​ຄົນ, ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໃຫ້​ໄດ້ 41 ເທື່ອ​ຄົນ. ເພື່ອ​ບັນ​ລຸ​ຄາດ​ໝາຍ​ດັ່ງ​ກ່າວ, ຂະ​ແຫນງ​ທ່ອງ​ທ່ຽວ​ວາງ​ຫ​ນ້າ​ທີ່​ຈຸດ​ສຸມ, ນັ້ນ​ແມ່ນ ກໍ່​ສ້າງ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ຈຸດ​ສ​ຸ​ມ​ແຫ່ງ​ຊາດ ເພື່ອ​ສ້າງ​ກຳ​ລັງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ພັດ​ທະ​ນາ​ລະ​ບົບ​ທ່ອງ​ທ່ຽວ​ຄຸນ​ນະ​ພາບ, ເປັນ​ເອ​ກະ​ລັກ​ສະ​ເພາະ, ຫລາຍ​ຮູບ​ຫລາຍ​ແບບ ແລະ ຄົບ​ຊຸດ,ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ສູງ, ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ສາ​ກົນ. ຂະ​ແຫ​ນງ​ທ່ອງ​ທ່ຽວ ຈະ​ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ລາຍ​ການ​ກະ​ຕຸ​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ດ້ວຍ​ຫົວ​ຂໍ້: “ຊາວ​ຫວຽດ​ນາມບ​ຸ​ລິ​ມະ​ສິດ​ທ່ອງ​ທ່ຽວ​ຫວຽດ​ນາມ”, ຍູ້​ແຮງ​ວຽກ​ງານ​ສົ່ງ​ເສີມການ​ທ່ອ​ງ​ທ່ຽວ ຕາມ​ທິດ​​ເປັນ​ອາ​ຊີບ, ຖື​ຜະ​ລິດ​ຕະພັນ​ທ່ອງ​ທ່ຽວ ແລະ ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ເປັນ​ຈຸດ​ສຸມ, ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ພາບ​ພົບ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ