ຄົ້ນຫາຄວາມງາມສະຖາປັດຕະຍະກຳຂອງໂບດດືກບາຢູ່ນະຄອນໂຮ່ຈິມີນ


(vovworld)- ໂບດ​ດືກ​ບາ(ພະ​ແມ່) ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ຫນາ ຊື່ງ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ​ລັ່ງ. ນີ້​ກໍ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ, ພົ້ນ​ເດັ່ນ​ຢູ່​ ນະ​ຄອນ​ໂຮ່​ຈິ​ມີນ ແລະ ມີ​ຂອ​ບ​ຂະ​ຫນາດ​ໃຫຍ່​ຢູ່ ຫວຽດ​ນາມ. ໂບດ ດືກ​ບາ ນະ​ຄອນ​ໂຮ່​ຈິ​ມີນ ປະ​ຈຸ​ບັນ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ ທີ່​ພາດ​ຫົວ​ຂໍ້​ວ່າ: “ຄົ້ນ​ຫາ​ຄວາມ​ງາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ໂບດ​ດືກ​ບາ​ຢູ່​ນະ​ຄອນ​ໂຮ່​ຈິ​ມີນ”.

ຄົ້ນຫາຄວາມງາມສະຖາປັດຕະຍະກຳຂອງໂບດດືກບາຢູ່ນະຄອນໂຮ່ຈິມີນ - ảnh 1
​ໂບດດືກ​ບາ ຢູ່ ນະ​ຄອນ ໂຮ່​ຈິ​ມີນ
ພາບ:baomoi.com

        ​ໂບດດືກ​ບາ ​ຕັ້ງ​ຢູ່​ເລກ 1 ສະ​ຫນາມ​ຫລວງ ກົງ​ສາ ປາ​ຣີ ເມືອງ 1 ນະ​ຄອນ ໂຮ່​ຈິ​ມີນ ແລະ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ຫນາ​ຊື່ງໄດ້​ຮັບ​ການກໍ່​ສ້າງ​ມາ​ແຕ່​ດົນ​ນານ ຖັດ​ຈາກ ໂບດ​ໃຫຍ່ ຮ່າ​ໂນ້ຍ. ພາ​ຍ​ຫລັງ​ຢືດ​ຄອງ ໄຊ​ງ່ອນ (ຊື່​ຂອງ​ນະ​ຄອນ​ໂຮ່​ຈິ​ມີນ​ໃນ​ເມື່ອ​ກ່ອນ), ຝ​ລັ່ງ ໄດ້​ກໍ່​ສ້າງ​ໂບດ​ແຫ່ງນີ້​ເພື່ອ​​ເປັນ​ບ່ອນ​ທຳ​ພິ​ທີ​ສວດ​ມົນ​ໃຫ້​ຊາວ ຝ​ລັ່ງ ທີ່​ຖື​ສາ​ສະ​ຫນາ​ກາ​ໂຕ​ລິກ. ໂບດ ດືກ​ບາ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ປີ 1877. ສະ​ນັ້ນ ໂບດ​ດືກ​ບາ ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ບູ​ຮານ ຂອງ​ເອີ​ລົບ ​ໃນໄລ​ຍະ​ນັ້ນ. ນັກ​ສະ​ຖາ​ປາ​ນິກ ຫງວຽນ​ຫືວ​ທາຍ, ຜູ້​​ທີ່​ຄົ້ນ​ຄ​້​ວາ​ປະ​ຫວັດ​ຄວາມ​ເປັນ​ມາ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ​ລັ່ງ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ມາ​ເປັນ​ເວ​ລາ​ຫລາຍ​ປີໃຫ້​ຮູ້​ວ່າ: ຂີດ​ໝາຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ຝ​ລັ່ງ ຢູ່ ​ໄຊ​ງ່ອນ ໃນ​ເມື່ອກ​ອ່ນ ແລະ ນະ​ຄອນ ໂຮ່​ຈິ​ມີນ ປະ​ຈຸ​ບັນ ໄດ້​ຮັບ​ການກໍ່​ສ້າງ​ຜ່ານ​ຫລາຍ​ໄລ​ຍະ ແລະ ກິດ​ຈະ​ກຳ ໂບດ​ດືກ​ບາ​ ໄດ້​ຮັບ​ການກໍ່​ສ້າງ​ໃນ​ໄລ​ຍະ​ທຳ​ອິດ.

        “ນັ້ນ​ແມ່ນ​ໄລ​ຍະ​ຂອງ​ບັນ​ດາພົນ​ເຮືອ​ເອກ ຝ​ລັ່ງ. ສະ​ຖາ​ປັດ​ຕະ​ຍະ​ກຳຂອງ ນະ​ຄອນໃນ​ໄລ​ຍະ​ນັ້ນ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ຮູບ​ແບບ​ທະ​ຫານ. ​ບ່ອນສີ່​ແຍກ, ຫົກ​ແຍກ ເຄີຍ​ມີບັນ​ດາ​ກິດ​ຈະ​ກຳ​​ທີ່ໄດ​້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ​ລັ່ງ. ບັນ​ດາກິ​ດ​ຈະ​ກຳ​ທຳ​ອິດ​ແມ່ນ ທຳ​ນຽບ ໂນ​ໂຣ​ດົມ ປະ​ຈຸ​ບັນ ແມ່ນ​ທຳ​ນຽບ​ທົງ​ເຍີດ ແລະ ໂບດ​ດືກ​ບາ.”

        ໂບດ ດືກ​ບາ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ການ​ອອກ​ແບບ​ຂອງ​ນັກ​ສະ​ຖາ​ປາ​ນິກ Bourard, ຜ​ູ້​ຊ່ຽວ​ຊານ​ກ່ຽວ​ກັບ​ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ຫນາ. ໂບດ ດືກ​ບາ ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ຄ່ອງ​ແຄ້ວ​ລະ​ຫວ່າງ​ສະ​ຖາ​ປັດ​ຕະ​ຍະ​ກຳ Roman ແລະ Gotich, ຕາມ​ຮູບ​ແບບ ໂບດ​ດືກ​ບາ ປາ​ຣີ ຂອງ​ຝ​ລັ່ງ. ສະ​ຖາ​ປັດ​ຕະ​ຍະ​ກຳ​ແຫ່ງນີ້ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ກິດ​ຈະ​ກຳ​ສວຍ​ງາມກວ່າ​ໝູ່​ໃນ​ບັນ​ດາ​ໂບດ​ຢູ່ ບັນ​ດາ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ຂອງ​ຝ​ລັ່ງ​ໃນ​ສັດ​ຕະ​ວັດ​ທີ 19. ​ຈຸດພົ້ນ​ເດັ່ນຂອງກິດ​ຈະ​ກຳແຫ່ງນີ້ ແມ່ນ​​​ສີ​ແດງຂອງ   ດິນ​ຈີ່ ​ອັນ​ໄດ້​ເຮັດ​ໃຫ້​ໂບດ​ດືກ​ບາ​ສວຍ​ງາມ ແລະ ພົ້ນ​ເດັ່ນ​ຂຶ້ນ​ ຢູ່​ໃຈ​ກາງ​ນະ​ຄອນທີ່​ທັນ​ສະ​ໄຫມ. ນັກ​ສະ​ຖາ​ປາ​ນິກ ຫງວຽນ​ຫືວ​ທາຍ ໃຫ້​ຮູ້​ວ່າ:

        “ໃນ​ໄລ​ຍະ​ນັ້ນ ຊາວ​ຝ​ລັ່ງ ລ້ວນ​ແຕ່​ນຳ​ເຂົ້າ​ວັດ​ສະ​ດຸກໍ່​ສ້າງ​ຈາກ ຝ​ລັ່ງ, ​ເປັ​ນ​ຕົ້​ນ ​ແມ່ນດິນ​ຈີ່​ທີ່​ເອົາມາກໍ່​ສ້າງໂບດ​ດືກ​ບາ ແມ່ນ​ນຳ​ເຂົ້າ​ຈາກ​ເຂດ Marseille ຂອງ​ຝ​ລັ່ງ. ສິ່ງ​ພິ​ເສດ ບັນ​ດາ​ກ້ອນ​ດິນ​ຈີ່​ສີ​ແດງນີ້ ບໍ່​​ເປັນ​ໄຄ.ສະ​ນັ້ນ ໃນ​ກວ່າ​ຫນຶ່ງ​ສັດ​ຕະ​ວັດ​ຜ່ານ​ມາ ມັນ​ຍັງ​ຄົງ​ຮັກ​ສາ​ສ​ີ​ແດງ​ດັ້ງ​ເດີມໄວ້.”

        ກ​ວ່າ​ຫນຶ່ງ​ສັດ​ຕະ​ວັດ​ທີ່​ລ່ວງ​ເລີຍ​ໄປ, ມາ​ຮອດ​ປະ​ຈຸ​ບັນ ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນີ້ ຍັງ​ຄົງ​ຮັກ​ສາ​ຈຸດດັ້ງ​ເດີມ​ໄວ້. ອາ​ຄານ​ຕົ້ນ​ຕໍ​ຂອງ​ໂບດ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ໄດ້​ຮັບ​ການກໍ່​ສ້າງຕາມ​​ແບບ Roman ມີ​ລວງ​ຍາວ 91 ແມັດ, ລວງກວ້າງ 35 ແມັດ, ຫລັງ​ຄາ​ສູງ 21 ແມັດ. ມີ 2 ທາດ​ລະ​ຄັງ ​ສູງ 60,5 ແມັດ ແລະ ບັນ​ຈຸລະ​ຄັງ 6 ຫນ່ວຍ , ຢູ່​ຍອດ​ທາດ​ຕິດໄມ້​ກາງ​ເຂັນ. ​ີ​.

ເບື້ອງ​ໃນຂອງ​ຫໍ​ທຳ​ມະມີ​ເສົາ 2 ແຖວ, ແຕ່​ລະ​ແຖ​ວ ມີ 6 ເສົາ ຊື່ງແມ່ນ​ຕົວ​ແທນ​ຂອງ ພະ​​ອໍ​ລະ​ຫັນ 12 ອົງ. ເບື້ອງ​ຫລັງ​ແຖວ​ເສົາ​ ແມ່ນ ລະບ​ຽງ ແລະ ຕໍ່​ມ​າແມ່ນ​ຫໍ​ແຈກ​ນ້ອຍ ດ້ວຍ​ແທ່ນ​ບູ​ຊາ​ນ້ອຍ ແລະ ​ຮູບ​ປັ້ນພະ​ອໍ​ລະ​ຫັນນ້ອຍ​ເຮັດ​ດ້ວຍ​ຫີນ​ຂາວ​ທີ່​ລະ​ອຽດ​ລະ​ອໍ. ແທ່ນ​ບູ​ຊາ ແມ່ນ​ຜະ​ລິ​ດ​ຕະ​ພັນ​ປະ​ຕິ​ມາ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ການ​ປະ​ດັບ​ປະ​ດາ, ລວດ​ລາຍ ຢູ່​ໂບດ​ແຫ່ງນີ້ ລ້ວນ​ແຕ່​ເຮັດ​ຕາມ​​ແບບ Roman ແລະ Gotich.  ເບື້ອງ​ຫນ້າ​ຂອງ​ໂບດ ແມ່ນ​ສວນ​ສາ​ທາ​ລະ​ນະ ດ້ວຍ​ເສັ້ນ​ທາງ 4 ສາຍ​ໄຄ່​ວ​ກັນ​ສ້າງ​ເປັນ​ຮູບ​ໄມ້​ກາງ​ເຂັນ. ຢູ່​ໃຈ​ກາງ​ສວນ​ສາ​ທາ​ລະ​ນະ ແມ່ນ​ຮູບ​ປັ້ນ​ພະ​ແມ່​ຮ່​ວາ​ບີງ ສູງ 4,6 ແມັດ ເຮັດ​ດ້ວຍ​ຫີນ​ຂາວ ໂດ​ຍ​ນັກ​ປະ​ຕິ​ມາ​ກຳ G.Ciocchetti  ຊາວ​ອີ​ຕາ​ລີ ປະ​ຕິ​ບັດ​ເມື່ອ​ປີ 1959. ຮູບ​ປັ້ນ​ພະ​ແມ່​ ໃນ​ທ່າ​ຢືນ​ຊື່, ມື​ຈັບ​ຮູບ​ຈຳ​ລອງ​ຫ​ນ່ວຍ​ໂລກ​ຕິດ​ໄມ້​ກາງ​ເຂັນ, ສາຍ​ຕາ​ຂອງ​ພະ​ແມ່​ແມ່ນມຸ່ງ​ໄປ​ສູ່ນ​ທ້ອງຟ້າ​ຄື​ພວມ​ພາ​ວະ​ນາ​ໃຫ້​ຫວຽດ​ນາມ ແລະ ໂລກ​ມີ​ສັນ​ຕິ​ພາບ.

        ປະ​ຈຸ​ບັນ ໂບດ​ດືກ​ບາ ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ​່​ເປັນ​ເອ​ກະ​ລັກ​ສະ​ເພາະທີ່​ພົ້ນ​ເດັ່ນ​ຂອງ​ເຂດ​ດິນ ໄຊ​ງ່ອນ ກວ່າ 300 ປີ​ແຫ່ງ​ການ​ພັດ​ທະ​ນາ ແລະ ສ້າງ​ສາ. ດ້ວຍ​ຄວາມ​ງາມ​ດ້ານ​ສະ​ຖ​າ​ປັດ​ຕະ​ຍະ​ກຳ​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ມີ​ອາ​ຍຸ​ຫລາຍ​ປີ, ໂບດ ດືກ​ບາ ນະ​ຄອນ​ໂຮ່​ຈິ​ມີນ ປະ​ຈຸ​ບັນ ຍາມ​ໃດ​ກໍ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ