ຄົ້ນຫາຄວາມງາມແບບຮົກເຮື້ອຂອງໝູ່ເກາະນາມຢູທີ່ຂຶ້ນກັບແຂວງກຽນຢາງ

ນາມ​ຢູ​ແມ່ນ​ໝູ່​ເກາະ​ທີ່​ຫ່າງ​ໄກ​ກວ່າ​ໝູ່​ທີ່​ຂຶ້ນ​ກັບ​ເມືອງ​ກຽນ​ຫາຍ, ແຂວງ​ກຽນ​ຢາງ​ຫ່າງ​ຈາກ​ນະ​ຄອນ​ແຣກ​ຢ້​າ 65 ໄມ​ທະ​ເລ. ເກາະ​ນ້ອຍ​ໃຫ​ຍ່ 21 ແຫ່ງ​ໂດຍ​ທຳ​ມະ​ຊາດ​ຈັດ​ວາງ​ຢ່າງ​ເປັນ​ງາມ​ຕາ, ອັນ​ໄດ້​ສ້າງ​ທັດສະ​ນີ​ຍະ​ພາບທີ່​​ງົດ​ງາມ​ໃຫ້​ແກ່​ບັນ​ດາ​ຫາດ​ຊາຍ​ທະ​ເລທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ. ນາມ​ຢູ ທີ່ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອໃນ​ປະ​ຈຸ​ບັນ ແມ່ນ​ສະ​ຖານ​ທີ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ແຖວ​ໜ້າ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. 

                     

             

ຄົ້ນຫາຄວາມງາມແບບຮົກເຮື້ອຂອງໝູ່ເກາະນາມຢູທີ່ຂຶ້ນກັບແຂວງກຽນຢາງ - ảnh 1
                           ຄວາມ​ງາມ​ຢູ່​ເກາະ​ຮ່ອນ​ເລີ້ນ

    ຈາກ​ນະ​ຄອນ​ແຣກ​ຢ້າ, ກຽນ​ຢາງ, ຍານ​ພາ​ຫະ​ນະ​ພຽງ​ຢ່າງດຽວເພື່ອ​ສົ່ງ​ແຂກ​ທ່ອງ​ທ່ຽວ​ໄປ​ຍັງໝູ່​ເກາະ​ນາມ​ຢູ່​ ນັ້ນ​ແມ່ນ​ເຮືອ​ໄວ​. ພາຍຫຼັງ​ 2 ຊົ່ວ​ໂມງ, ເຮືອ​ໄວສົ່ງ​ແຂກ​ທ່ອງ​ທ່ຽວຈະ​ເຂົ້າ​ທຽບ​ທ່າໃນ​ເກາະ ຮ່ອນ​ເລີ້ນ​ຊຶ່ງ​ແມ່ນ​ເກາະ​ໃຫຍ່ກວ່າ​ໝູ່​ໃນໝູ່​ເກາະ​ນາມ​ຢູ່​ . ບັນ​ຍາ​ກາດ​ຊື້​ຂາຍ​ອາ​ຫານ​ທະ​ເລ​ທີ່ຄຶກ​ຄື້ນໄດ້​ມີ​ຂຶ້ນ​ໃນ​ບໍ​ລິ​ເວນ​ຂົວ​ໃຫ້​ເຮືອ​ເຂົ້າ​ທຽບ​ທ່າ.

                           

    ເມື່ອ​ໄປ​ຮອດເກາະ​ຮ່ອນ​ເລີ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຂີ່​ລົດ​ຈັກ​ເພື່ອ​ຄົ້ນ​ຫາ​ທັດ​ສະ​ນີ​ຍະ​ພາບ ກໍ​ຄື​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເກາະ​ແຫ່ງນີ້. ເສັ້​ນທາງ​ໃຫຍ່​ອ້ອມ​ຮອບ​ເກາະ​ຍາວ​ເກືອບ 12 ກິ​ໂລ​ແມັດ. ຈາກ​ຄວາມ​ສູງ​ເກືອບ 300 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ຄວາມ​ງາມ​ຂອງ​ເກາະ​ນ້ອຍ​ໃຫຍ່​ຕັ້ງ​ສະຫຼັບ​ສັບ​ຊ້ອນບົນ​ພື້ນ​ສີ​ຂຽວ​ຂອງ​ນ້ຳ​ທະ​ເລ ແລະ ທ້ອງ​ຟ້າ. ລຽບ​ຕາມ​ຝັ່ງ​ທະ​ເລແມ່ນ​ບັນ​ດາ​ໝູ່​ບ້ານ​ຊາວ​ປະ​ມົງ, ບັນ​ດາຫຼັງ​ຄ່າ​ເຮືອນ​ນ້ອຍໆ​ທີ່​ສວຍ​ງາມ​ຊ້ອນ​ຕົວ​ໃຕ້​ຮົ່ມ​ເຢັນ​ຂອງ​ແຖວ​ຕົ້ນ​ໝາກ​ພ້າວ​ຂຽວ​ອຸ່ມ​ທຸ່ມ, ເມື່ອ​ມຸ່ງ​ສາຍ​ຕາ​ໄປ​ໄກ​ແມ່ນ​ຝູງເຮືອ​ຫາ​ປານັບ​ຮ້ອຍ​ລຳ​ພວມ​ເລື່ອນ​ລອຍ​ບົນ​ໜ້າ​ນ້້ຳ​ທະ​ເລ. ນາງ ຫງວຽນ​ເຫ້ວ​ລີງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ເປີດ​ເຜີຍ​ວ່າ : 

   “ ນ້ອງ​ໄດ້​ຍິນ​ຊື່​ສຽງ​ຂອງໝູ່​ເກາະ​ນາມ​​ຢູ່​ແຕ່​ດົນ​ນານ​ມາ​ແລ້ວ, ນ້ອງ​ມີ​ຄວາມ​ຫວັງ​ຢາ​ກ​ໄປ​ຄົ້ນ​ຫາ​ທີ່​ສຸດ. ເມື່ອ​ໄປ​ຮອດ​ເກາະ​ນາມ​ຢູ່, ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ທີ່​ສຸດ, ນ້ຳ​ທະ​ເລ​ຂຽວ, ໃສ​ເຢັນ ແລະ ຢູ່​ຫາດ​ຊາຍ​ທະ​ເລ​ມີ ແຖວ​ຕົ້ນ​ໝາກ​ພ້າວ​ຂຽວ​ອຸ່ມ​ທຸ່ມຍາວ​ຢຽດ​ສຸດ​ສາຍ​ຕາ. ນັ້​ນັ​ແມ່ນ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ເມື່ອ​ທຽບ​ໃສ່​ເກາະ​ແຫ່ງ​ອື່ນໆ ”

      ໃນ​ວິ​ວັດ​ການ​ຄົ້ນ​ຫາ​ເກາະ​ຮ່ອນ​ເລີ້ນ, ແນ່ນອນ​ວ່າ ແຂກ​ທ່ອງ​ທ່ຽວ​ຈະ​ບໍ່​ພາດ​ໂອ​ກາດ​ແວ່​ຢາມ​ຫາດ​ຊາຍ​ເມັ້ນ ຊຶ່ງ​ແມ່ນ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມກວ່າ​ໝູ່​ຢູ່​ເກາະ. ນາງບີ້ງ​ຕີ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ​ຖືກວ່າ ຈະ​ບໍ່​ມີ​ຫຍັງ​ຈັບ​ໃຈ​ກວ່າເມື່ອ​ໄດ້​ອາບ​ນ້ຳ​ທະ​ເລ​ຢູ່​ແຫ່ງນີ້. ນາງບີ້ງ​ຕີ ເວົ້າວ່າ :

    “ ເມື່ອ​ໄປ​ຮອດໝູ່​ເກາະ​ນາມ​ຢູ່, ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ແມ່ນ​ນ້ຳ​ທະ​ເລ​ຂຽວ​ທີ່​ສຸດ, ອາ​ກາດ​ປອດ​ໂປ່ງ​ດີ. ພິ​ເສດຢູ່​ບັນ​ດາ​ຫາດ​ຊາຍ​ຂາວ​, ໄດ້​ອາບ​ນ້ຳ​ທະ​ເລ​ທີ່​ຂຽວ ແລະ ໃສ​ເຢັນ​ກໍ​ພາ​ໃຫ້​ແຂ​ກ​ຄົນທັງຫຼາຍ​ເພີ່ມ​ຄວາມ​ສົດ​ຊື່ນຫຼາຍ​ຂຶ້ນ.  ”

    ເຂົ້າມາ​ທ່ອງ​ທ່ຽວ​ຢູ່ ໝູ່​ເກາະ​ນາມ​ຢູ່​, ແຂກ​ທ່ອງທ່ຽວຈະ​ມີ​ໂອ​ກາດເກາະ​ຕ່າງໆ​ທີ່​ງົດ​ງາມ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ​ເຊັ່ນ: ເກາະ​ຮ່ອນ​ນົ່ມ​ງ່​ວາຍ, ຮ່ອນ​ນົ່ມ​ຈອງ, ຮ່ອນ​ເຢີມ, ຮ່ອນ​ຮ່າງ, ຮ່ອນ​ມົກ, ຮ່ອນ​ແຈ, ຮ່ອນ​ຍ່ານ… ຮ່ອນ​ງາງ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ໃນໝູ່​ເກາະ​ນາມ​ຢູ່​. ຢູ່​ນີ້, ແຂກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຄົ້ນ​ຫາໝູ່​ບ້ານ​ຊາວ​ປະ​ມົງ, ໄດ້ເຫັນ​ການ​ລ້ຽງ​ປາ​ໃນ​ກະ​ຊັງ, ໄດ້​ຕືກ​ປາ ແລະ ດຳ​ນ້ຳ​ຊົມ​ປະກາ​ລັງ. ນອກ​ຈາກນັ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ນາງ ເຢືອງ​ທິ​ເຝື້ອງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້ວ​່າ :

    “ ເປັນ​ຄັ້ງ​ທຳ​ອິດ​ທີ່​ນ້ອງ​ໄປ​ທ່ອງ​ທ່ຽວ​ຢູ່ ໝູ່​ເກາະ​ນາມ​ຢູ່​. ນ້ອງ​ຮູ້​ສຶກວ່າ ນີ້ບໍ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຄື ຍາ​ຈາງ. ມາ​ທ່ອງ​ທ່ຽວ​ຢູ່​ນາມ​ຢູ, ບັນ​ດາ​ເພື່ອນ​ອາດ​ຈະ​ໄດ້ດຳ​ເນີນ​ຊີ​ວິດ​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ. ນີ້​ກໍ​ແມ່ນ​ຮູບ​ແບບ​ທ່ອງ​ທ່ຽວ​ຊຸມ​ຊົນ​ເພື່ອ​ໃຫ້​ແຂກ​ຄົນ​ທັງຫຼາຍ ເຂົ້າ​ມາ​​ຢ້ຽມ​ຊ​ົມທັດ​ສະ​ນະ​ສຶກ​ສາ”

    ມີ​ເກາະອີກ​ແຫ່ງ​ໜຶ່ງທີ່​ແຂກ​ທ່ອງ​ທ່ຽວມັກ​ເຂົ້​າມາ​ທ່ອງ​ທ່ຽວ, ນັ້ນ​ແມ່ນ​ຮ່ອນ​ເມົ້າ. ຢູ່​ນີ້​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມກວ່າ​ໝູ່​ໃນ ໝູ່​ເກາະ​ນາມ​ຢູ່​. ຫຼີ​ເທື່ອ​ເລີ້ຍ, ຜູ້​ນຳ​ທ່ຽວ​ສັງ​ກັດ​ບໍ​ລິ​ສັດ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ : 

    “ ໃນໝູ່​ເກາະ​ນາມ​ຢູ່​, ເກາະ​ຮ່ອນ​ເມົ້າ ແມ່ນ​ສະ​ຖານ​ທີ່ໂດຍ​ທຳ​ມະ​ຊາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກຫຼາຍກວ່າ​ຫມູ່. ພຽງ​ແຕ່​ຫ່າງ​ຈາກກັນ 10 ກິ​ໂລ​ແມັດເທົ່າ​ນັ້ນ, ເບື້ອງ​ໜຶ່ງແມ່ນ​ຫາດ​ດອນ​ຫີນ​ດຳ, ແລະ ອີກເບື້ອງໜຶ່ງ​ແມ່ນ​ຫາດ​ຊາຍ​ຂາວ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ດາ​ຫາດ​ຊາຍ​ງາມກວ່າ​ໝູ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ   ”

      ຄວາມ​ງາມ​ແບບ​ຮົກ​ເຮື້ອ​ພ້ອມ​ກັບ​ຫາດ​ຊາຍ​ທະ​ເລ, ດ້ວຍ​ນ້ຳ​ຂຽວ ແລະ ໃສ​ເຢັນ ພ້ອມ​ກັບ​ອາ​ຫານ​ທະ​ເລ​ທີ່​ແຊບ​ນົວ, ຊາວ​ທ້ອງ​ຖິ່ນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ​ຄົນ​ນັ້ນ, ໝູ່​ເກາະ​ນາມ​ຢູໃນ​ປະຈຸ​ບັນ, ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ໄວ​ໜຸ່ມ. ໃນ​ໂອ​ກາດ​ລະ​ດູ​ຮ້ອນປີນີ້, ບັນ​ດາ​ເພື່ອ​ນ​ຢາ​ພາດ​ໂອ​ກາດ​ແວ່​ຢາມ ໝູ່​ເກາະ​ນາມ​ຢູ່​, ໄດ້​ອາບ​ນ້ຳ​ທະ​ເລ​ຂຽວ ແລະ ໃສ​ເຢັນ, ເຊື່ອ​ແນ່​ວ່າ ພວກ​ເພື່ອນ​ອາດ​ຈະ​ບໍ່ຫຼົງ​ລືມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ