ຄົ້ນຫາຊີວິດການເປັນຢູ່ຂອງຊາວເຜົ່າຢ້າວແດງຢູ່ ບ້ານຕາຝິ່ນ


(vovworld)- ໂດຍ​ຫ່າງ​ຈາກ​ໃຈ​ກາງ​ເທດ​ສະ​ບານ ຊາ​ປາ ກວ່າ 10 ກິ​ໂລ​ແມັດ, ບ້ານ ຕາ​ຝິ່ນ ຊື່ງ​ແມ່ນ​ແຫ່ງດຳ​ລົງ​ຊີ​ວິດຂອງຊາວ​ເຜົ່າ​ຢ້າວ​ແດງ ນີ້ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຄົ້ນ​ຫາ​ເປັນ​ຈຳ​ນວນ​ຫລວງ​ຫລາຍກ່ອນ​ທີ່​ໄປ​ຢ້ຽມ​ຢາມ​ແຫ່ງ​ອື່ນ​ໃນ​ນະ​ຄອນ​ນ້ຳ​ໝອກ​ນີ້. ຢູ່ ຕາ​ຝີ່ນ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນ​ປະ​ຈັກ​ຕາ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ ພິ​ເສດ​ແມ່ນ​​ການ​ຜະ​ລິດ​ຢາ​ສະ​ໝູນ​ໄພ​ຈາກ​ໃບ​ໄມ້​ຫລາຍ​ຊະ​ນິດ.

ຄົ້ນຫາຊີວິດການເປັນຢູ່ຂອງຊາວເຜົ່າຢ້າວແດງຢູ່ ບ້ານຕາຝິ່ນ - ảnh 1
ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ບ້ານ​ ຕາ​ຝີ່ນ​ໃນ​ລະ​ດູ​ບານ​ໃຫມ່
ພາບ:baomoi.com

        ເມື່ອ​ມາ​ຢ້ຽມ​ຢາມ ຊາ​ປາ, ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫ​ນຶ່ງ​ເຄີຍ​ເລືອກ​ວິ​ທີ​ເຊົ່າ​ລົດ​ຈັກ​ຄັ​ນ​ຫ​ນຶ່ງ​ເພື່ອ​ໄປ​ເຖິງ ​ບ້ານຕາ​ຝີ່ນ. ຢູ່​ສອງ​ຟາກ​ທາງ​ໄປ​ຍັງ​ໝູ່ບ້ານ​ນີ້ ແມ່ນ​ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ທີ່​ສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ. ບ່ອນ​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ແວ່​ຢາມແມ່ນ​​ຫໍ​ທຳ​ມະບູ​ຮານ ຕາ​ຝີ່ນ. ເຖິງວ່າ ປະ​ຈຸ​ບັນ ພຽງ​ແຕ່​ມີ​ບັນ​ດາ​ຮ່ອງ​ຮອຍ​ຝາ​ຜະ​ຫນັງ​ຫີນກໍ​ຕາມ ແຕ່​​ຫໍ​ທຳ​ມະ​ແຫ່ງນີ້​ຍັງ​ຄົງ​ຮັກ​ສາ​ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄວ້​ຢູ່.

        ຢູ່​ ບ້ານ​ ຕາ​ຝີ່ນ, ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍມັກ​ຢູ່​ໃນ​ເຮືອນ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ ເພື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ. ໃນ​ຫລັງ​ຄາ​ເຮືອນ​ປຸກ​ສ້າງ​ດ້ວຍ​ໄມ້​ຂອງ​ຊາວ​ເຜົ່າ​ຢ້າວ, ນັກ​ທ່ອງ​ທ່ຽວ​ຈະ​​ພ້ອມ​ກັບ​ຊາວ​ບ້ານ ປຸງ​ແຕ່ງ​ອາ​ຫາ​ນ​. ກາງ​ເວັນ, ນັກ​ທ່ອງ​ທ່ຽວ​ພ້ອມ​ກັບ​ຊາວ​ບ້ານ​ໄປ​ຊອກ​ຫາ​ໃບ​ໄມ້,ຕົ້ນໄມ້​ຜະ​ລິດ​ຢາ​ສະ​ໝູນ​ໄພ ແລະ ຢ້ຽມ​ຢາມ​​ບໍ​ລິ​ເວນບ້ານ. ເມື່ອ​ຮອດຕອນ​ຄ່ຳ​, ນັກ​ທ່ອງ​ທ່ຽວ​ນັ່ງ​ໂອ້​ລົມ​ກັບ​ຊາວ​ບ້ານ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ​ຢູ່​ອ້ອມ​​ເຕົາ​ໄຟ​ຕັ້ງ​ຢູ່​ໃຈ​ກາງ​ເຮືອນ.

        ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ກໍ​ຄື​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຜູ້​ໃດ​ກໍ​ຢາກ​​ຊອກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ກໍ​ຄື​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ຢາວ​ແດງຫລາຍກວ່າ. ອ້າຍ Max, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອົດ​ສະ​ຕາ​ລີ, ​ຊື່ງ​ແມ່ນ​ຜູ້​ທີ່ໄດ້​ຢູ່ໃນ​ຄອບ​ຄົວຂອງ ປ້າ ຟານ​ມານ​ໄມ ມາ​ເປັນ​ເວ​ລາ 2 ມື້​ໃຫ້​ຮູ້​ວ່າ:

        “ປະ​ຊາ​ຊົນ​ຢູ່​ທີ່ນີ້​ສ​ະ​ຫ​ນິດ​ສະ​ຫ​ນົມ ແລະ ຮັກ​ແພງ​ແຂກ​ທີ່​ສຸດ. ສະ​ນັ້ນ, ຢູໃນ​​ເຮືອນເຂົາ​ເຈົ້າ​, ຂ້າພະ​ເຈົ້າຮູ້​ສຶກ​ສະ​ບາຍ​ໃຈ​ທີ່​ສຸດ. ສິ່ງ​ທີ່​ແຕກ​ຕ່າງ​ກັບ​ຢູ່ ອົດ​ສະ​ຕາ​ລີ, ນັ້ນ​ແມ່ນ ຢູ່​ທີ່ນີ້ທຸກ​ຄົນ​ພ້ອມ​ກັນ​ປຸງ​ແຕ່ງ​ອາ​ຫານ ອັນ​ໄດ້​ສ້າງ​ຄວາມອົບ​ອຸ່ມ​ທີ່ສຸດ, ສ່ວນ​ຢູ່ ອົ​ດ​ສະ​ຕາ​ລີ ພຽງ​ແຕ່​ແມ່​ເປັນ​ຜູ້​ປຸງ​ແຕ່ງ​ອາ​ຫານ​​ເທົ່າ​ນັ້ນ.”

        ທ່ານ ດັ້ງ​ທາຍ​ອານ ພ້ອມ​ກັບ​ລູ​ກ​ຫລານ​ມາ​ຈາກ ຮ່າ​ໂນ້ຍ ໄດ້​ສະ​ຫງວນ​ເວ​ລາ 3 ວັນ ​ເພື່ອກິນນອນໃນຄອບ​ຄົວ ປ້າ ຟານ​ມານ​ໄມ. ທ່ານ ອານ​ໃຫ​້​ຮູ້​ວ່າ ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ໄປ​ທ່ອງ​ທ່ຽວ​​​ແຕ່​ບໍ່ນອນ​​​ໃນ​ໂຮງ​ແຮມທີ່​ທັນ​ສະ​ໄຫມ, ບໍ່​ຮັບ​ປະ​ທານ​ອາຫານຢູ່​ຮ້ານ​ກິນ​ດື່ມ ແທນ​ທີ່​ນັ້ນ ແມ່ນ​​​ໄດ້​ຢູ່​ຮ່ວມ​ກັບ​ຄອບ​ຄົວ​ຊາວ​ຊົນ​ເຜົ່າ.

ຄົ້ນຫາຊີວິດການເປັນຢູ່ຂອງຊາວເຜົ່າຢ້າວແດງຢູ່ ບ້ານຕາຝິ່ນ - ảnh 2
ຫໍ​ທຳ​ມະບູ​ຮານ ຕາ​ຝີ່ນ
ພາບ:sotaydulich.com

        “ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມ​​ລາຍ​ການ​ທ່ອງ​ທ່ຽວ​ແບບນີ້. ​ໄດ້ຢູ່​ຮ່ວມ​ກັບຄອບ​ຄົວ​ຊາວ​ຊົນ​ເຜົ່າ​, ໄດ້​ເຈືອ​ຈານ​ເຂົ້າ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ຂ້າພະ​ເຈົ້າຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ​ເມື່ອໄດ້​ໄປ​ໄຮ່​ເຮັດ​ນາ, ​ໄດ້ແຕ່ງ​ກິນ ກໍ​ຄື​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ພ້ອມ​ກັບ​ເຂົາ​ເຈົ້າ, ນັກ​ທ່ອງ​ທ່ຽວ​ຄື​ພວກ​ຂ້າ​ພ​ະ​ເຈົ້າ​ຈະມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ການ​ດຳລົງ​ຊີວິດ ກໍ່​ຄືຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ.”

        ອ້າຍ ດັ້ງ​ທາຍ​ວີງ, ລູກ​ຊາຍ ຂອງ​ທ່ານ ທ່າຍ​ອານ ໄດ້​ມີ​ໂອ​ກາດ​​ໄປຢ້ຽມ​ຢາມ ຊາ​ປາ ເປັນ​ຫລາຍ​ຄັ້ງ​ແລ້ວ, ສະ​ນັ້ນ ອ້າຍ​ຢາກ​ໃຫ້​ທຸກ​ຄົນ​​ໃນ​ຄອບ​ຄົວ​ຂອງ​ຕົນ​ຮູ​້​ຈັກ​ເຖິງ ຊາ​ປາ ບໍ່​ພຽງ​ແຕ່ມີ​ພູ ຮ່າມ​ຣົ່ງ,      ຖະ​ຫ​ນົນ ເກົ່າ​ໄມ, ນ້ຳ​ຕົກ​ຕາດ ທາກ​ບາກ​ເທົ່າ​ນັ້ນ. ອ້າຍ​ໃຫ້​ຮູ້​ວ່າ:

        “ສາຍ​ເຫດ​ທີ່​ຂ້າ​ພະ​ເຈົ້າ​ມາ​ແຫ່ງ​ນີ້​, ຫາກບໍ່​ແມ່ນ​ຢູ່​ໃຈ​ກາງ​ເທດ​ສະ​ບານ ຊາ​ປາ ເພາະ​ວ່າ ຢູ່​ໃຈ​ກາງ​ພຽງ​ແຕ່​ໄປ​ຢ້ຽມ​ຢາມ​ທັດ​ສະ​ນີ​ຍະ​ພາບ​ອ້ອມ​ແອ້ມ​ເທົ່າ​ນັ້ນ ສ່ວນ​ຢູ່​ທີ່ນີ້ ທຸກ​ຄົນ​ໄດ້​ສູບ​ອາ​ກາດ​ປອດ​ໂປ່ງ, ໄດ້​ເຈືອ​ຈານ​ເຂົ້າ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຊົນ​ເຜົ່າ​ຢ້າວ​ແດງ, ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ​ກໍ​ຄື​​ໄດ້ຮຽນ​ພາ​ສາ​ເຜົ່າ​ຢ້າວ​ອີກ.”

        ກ່ອນນີ້, ຊາວ​ເຜົ່າ​ຢ້າວ ເຄີຍ​ນຳ​ໃຊ້​ໃບ​ໄມ້ທີ່​ເປັນຢາ​ສະ​ໝູນ​ໄພ​ໃນ​ປ່າ​  ມາ​ຕົ້ມ​ນ​້ຳ​ເພື່ອ​ອາບ​​ໃນ​ມື້​ທ້າຍ​ປີ​ເພື່ອ​ຕ້ອນ​ຮັບ​ປີ​ໃຫມ່. ເມື່ອ​ເຫັນ​ວ່າ ເລື່ອງ​ອາບ​ນ້ຳ​ດ້ວຍ​​ໃບ​ໄມ້​ເປັນຢາ​ສະ​ໝູນ​ໄພ​ແມ່ນ​ດີ​ທີ່​ສຸດ​ຕໍ່​ສຸ​ຂະ​ພາບ, ສະ​ນັ້ນ ຊາວ ຕາ​ຝີ່ນຈຶ່ງ​ຫັນມັນ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ພິ​ເສດສະ​ເພາະ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ເພື່ອ​ອາບ​ນ້ຳ​ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ຢ້າວ​ແດງ, ນ້ຳອາບ​ແຕ່​ລະ​ຖັງ​ຕ້ອງ​ມີໃບ​ໄມ້​ເປັນຢາ​ສະ​ໝູນ​ໄພ​ກວ່າ 10 ປ​ະ​ເພດ, ຊ້ຳ​ບໍ່​ໜຳ​ບາງ​ເທື່ອ​ມີ​ເຖິງ 120 ປະ​ເພດ​. ປ້າ ຟານ​ມານ​ໄມ ໃຫ້​ຮູ້​ວ່າ:

        “ ​ຢາກ​ມີໃບ​ໄມ້​ເປັນຢາ​ສະ​ໝູນ​ໄພ​ ແມ່ນຕ້ອງ​ເຂົ້າ​ປາ​ຫາເອງ, ມີບາງ​ປະ​ເພດ​ບໍ່​ມີ​ຢູ່​ທີ່​ນີ້, ກໍ່ຕ້ອງ​ໄປ​ຊື້​ຕື່ມ​ອີກ​. ເມື່ອ​​ອິດ​ເມື່ອຍ, ອາບ​ນ້ຳ​ດ້ວຍ​ໃບ​ໄມ້​ເປັນຢາ​ສະ​ໝູນ​ໄພ​​ນັກ​ທ່ອງ​ທ່ຽວ​ຈະຮູ້​ສຶກບະ​ບາຍ, ນອນ​ລັບ​ດີ ​ແລະ ຈິດ​ໃຈ​ກໍ່ສະ​ຫວາດ​ສະ​ເຫວີຍກວ່າ.”

        ດ້ວຍ​ຄວາມຮັກ​ແພງ​ສະ​ຫ​ນິດ​ສະ​ຫ​ນົມ​ຂອງຊາວ​​ເຜົ່​າ​ຢ້າວ​ແດງ ພ້ອມກັບທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ, ​ ອາ​ກາດ​ປອດ​ໂປ່ງ, ຮີດ​ຄອງ​ປະ​ເພ​ນີ​ເປັນ​ເອ​ກະ​ລັກ​ສະ​ເພາະນັ້ນ ໄດ້​ເຮັດ​ໃຫ້​ບ້ານຕາ​ຝີ່ນ​​ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຜູ້​ມັກ​ຄົ້ນ​ຫາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ