ຄົ້ນຫາຕະຫລາດນັດເຂດພູສູງຮ່າຢາງ


(vovworld)- ເມື່ອ​ໄປ​ຢ​້ຽມ​ຢາມ ແຂວງ ຮ່າ​ຢາງ, ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ຕະ​ຫລາດ​ນັດ​ທີ່ຟົດ​ຟື້ນ​ມ່ວນ​ຊື່ນ ແລະ ເຕັມ​ໄປ​ດ້ວຍ​ສີ​ສັນ​​ວັດ​ທະ​ນະ​ທຳຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ​ທາງ​ພາກ​ເຫ​ນືອ​ຫວຽດ​ນາມ. ເມື່ອ​ເຂົ້າ​ຕະ​ຫລາດ, ທ່າ​ນ​ຈະ​ພົບ​ເຫັນ​ບັນ​ດາ​ນາງ​ສາວ​ຊົນ​ເຜົ່າ​ນຸ່ງ​ຊຸດ​ພື້ນ​ເມືອງ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ ພ້ອມ​ດ້ວຍ​ສຽງ​ເວົ້າ​ສຽງ​ຫົວ​ມ່ວນ​ຊື່ນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ກໍ​ຄື​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ສະ​ເພາະ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ຢູ່​ທີ່ນີ້. ຕະ​ຫລາດ​ນັດ​ເຂດ​ພູ​ສູງ​ຮ່າ​ຢາງ ບໍ່​ພຽງ​ແຕ່​​ມີການ​ເຄື່ອນ​ໄຫ​ວ​ຄ້າ​ຂາຍ​ສິນ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ພົບ​ປະ​ກັນ, ໂອ້​ລົມ​ສົນ​ທະ​ນາ​ນຳ​ກັນ​ຂອງ​ບັນ​ດາ​ຄູ່​ບ່າວ​ສາວ.

       

ຄົ້ນຫາຕະຫລາດນັດເຂດພູສູງຮ່າຢາງ - ảnh 1
ຕະ​ຫລາດ​ນັດ ຢູ່ ຮ່າ​ຢາງ

        ເມື່ອ​ຮອດ​ຍາມ​ຮຸ່ງ​ເຊົ້າ, ທົ່ວ​ບໍ​ລິ​ເວນ​ເມືອງ ແມ່ວ​ວາກ ຖືກ​ປົກ​ຄຸມ​ດ້ວຍ​ນ້ຳ​ມອກ. ເຈືອ​ຈານ​ເຂົ້າ​ກັບ​ບັນ​​ຍາ​ກາດນັ້ນ ແມ່ນ ສຽງ​ໂຮ່​ຮ້ອງເອີ້ນ​ກັນ​ໄປ​ຕະ​ຫລາດ, ສຽງ​ຮ້ອງ​ຂອງ​ສັດ​ລ້ຽງ, ສັດ​ປີກ​ຫລາຍ​ປະ​ເພດ ໂດຍ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ນຳ​ເອົາ​ໄປ​ຂາຍ​ຢູ່​ຕະ​ຫລາດ. ຈາກ​​ສີ່​ແຍກ ເສັ້ນ​ທາງ ແຫ້ງ​ຟຸກ ຂອງ​ເທດ​ສະ​ບານ ​ເມືອງແມ່ວ​ວາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ​ຄື: ຊົນ​ເຜົ່າ​ນຸ່ງ, ເຜົ່າ​ຢ້າວ, ເຜົ່າ​ມົ້ງ, ໄຢ ພາ​ກັນ​ຫລັ່ງ​ໄຫລ​ລົງ​ຕະ​ຫລາດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຕະ​ຫລາດ​ນັດ ແມ່ວ​ວາກ ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ພຽງ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ຂອງ​ທຸກ​ສັບ​ປະ​ດາ. ຕະ​ຫລາດ​ນັດ ໄດ​້​ກາຍ​ເປັນ​ສູນ​​ ຄ​້າ​ຂາຍ,  ​ແລກ​ປ່ຽນ​ສິນ​ຄ້າ ທີ່​ຄັບ​ຄາ​ຫ​ນາ​ແຫ​ນ້ນ​ທີ່​ສຸດ​ຢູ່​ເທດ​ສະ​ບານ ແມ່ວ​ວາກ ແລະ ມີ​ຄຸນ​ຄ່າ​ດ້ານ​ເສດ​ຖ​ະ​ກິດ, ວັດ​ທະ​ນະ​ທຳ​ທີ່​ເປ​ັນ​ເອ​ກະ​ລັກ​ສະ​ເພາະ ແລະ ແຕກ​ຕ່າງ​ກັບ​ຕະ​ຫລາດ​ນັດ​ແຫ່​ງ​ອື່ນ​ຢູ່​ເຂດ​ພູ​ສູງໄຕ​ບັກ.

ຄົ້ນຫາຕະຫລາດນັດເຂດພູສູງຮ່າຢາງ - ảnh 2
ອາ​ຫານ​ຫລາຍ​ເຍື່ອງ​ຖື​ກວາງ​ຂາຍ​ຢູ່​ຕະ​ຫລາດ​ຮ່າ​ຢາງ

        ສິນ​ຄ້າ​ທີ່​ວາງ​ຂາຍ​ຢູ່​ຕະ​ຫລາດນີ້​ແມ່ນ​ອຸ​ດົມ​ສົມ​ບູນ​ຫລາຍ​ຮູບ​ຫລາຍ​ແບບ. ພໍ່​ແມ່​ຊາວ​ຊົນ​ເຜົ່າ​ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸ​ປະ​ກອນ​ການ​ຜະ​ລິດ​ໂດຍ​ຕົນ​ເອງ​ເຮັດ​ດ້ວຍ​ມື, ບັນ​ດາ​ປະ​ເພດ​ສິນ​ຄ້າ​ຫັດ​ຖະ​ກຳ. ກົງ​ກັນ​ຂ້າມ ເຂົາ​ເຈົ້າ​ພັດ​ຊື້​ບັນ​ດາ​ປະ​ເພດ​ສິນ​ຄ້າ​ໃຫ້​ຕົນ​ເອງ ແລະ ຄອບ​ຄົວ​ຄື: ເສື້ອ​ກັນ​ຫ​ນາວ, ເກີບ​ ຫລື​ໂທ​ລະ​ສັບ​ມື​ຖື… ນອກ​ຈາກ​ຄວາມ​ຕ້ອງ​ການ​ໄປ​ຕະ​ຫລາດ​ເພື່ອ​ຊື້​ເຄື່ອງ​ຂອງ​ຫລື​ຂາຍ​ສິ​ນ​ຄ້າ​ແລ້ວ, ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕ​ະ​ຫລາດ​ນັດ ແມ່ວ​ວາກ ​ຍັງ​ແມ່ນ​ບ່ອນ​ລະ​ຫລິ້ນ, ພົບ​ປະ​ກັນ ແລະ ຮັບ​ປະ​ທານ​ບັນ​ດ​າ​ເຍື່ອງ​ອາ​ຫານ​ທີ່​ຕົນ​ເອງ​ມັກອີກ​ດ້ວຍ. ນາງ ຟານ​ທິ​ມູ່ຍ, ຊາວ​ເຜົ່າ​ຢ້າວ​ແດງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າບໍ່​ມີ​ເງິນ​ຫລາຍ ສະ​ນັ້ນ​ ຕົນ​ເອງ​ພຽງ​​ແຕ່ຊື້​ສິນ​ຄ້າ​ບາງ​ປ​ະ​ເພດ​ເທົ່າ​ນັ້ນ. ມື້ນີ້ ຂ​້າ​ພະ​ເຈົ້າ​ເອົາ​ເຂົ້າ​ສານ​ໄປ​ຂາຍ ລາຍ​ຮັບ​ເກັບ​ມາ​ໄດ້​ກວ່າ 1 ລ້ານ​ດົ່ງ. ນອກ​ຈາກ​ຊື້​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ແລ້ວ ຂ້າ​ພະ​ເຈົ້າ​ຍັງ​ຍາດ​ເວ​ລາ​ພົບ​ປະ​​ກັບໝູ່​ເພື່ອນ​ອີກ.”

ຄົ້ນຫາຕະຫລາດນັດເຂດພູສູງຮ່າຢາງ - ảnh 3
                 

        ໄປ​ຕະ​ຫລາດ​ແມ່ວ​ວາກ, ຄວາມ​ປ​ະ​ທັບ​ໃຈ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວບໍ່​ອາດ​ຫລົງ​ລືມ​ໄດ້ ນັ້ນ​ແມ່ນ​ຮູບ​ພາບ​ຂາຍ​ເຫລົ້າ​ຂອງ​ເອື້ອຍ​ນ້ອງ​ແມ່​ຍິງ. ເຂົາ​ເຈົ້າ​ຢືນ​ເປັນ​ແຖວ​ໃນ​ຕະ​ຫລາດ, ເບື້ອງ​ຫ​ນ້າ​ແມ່ນ​ກ່ານ​ບັນ​ຈຸ​ເຫລົ້າ​ສາ​ລີ​ລຽນ​ກັນ​ເປັນ​ແຖວ​ຍາວ  ລູກ​ຄ້າ​ຜູ້​ໃດ​ຢາກ​ຊື້ ກໍຕ້ອງ​ໃຫ້​ຊີມ​ເຫລົ້າ​ເສຍ​ກ່ອນ. ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ ພຽງ​​ແຕ່ຊີມ​ເຫລົ້າ​ຂອງ​ບັນ​ດາ​ນາງ​ສາວ​ເຜົ່າ​ມົ້ງ​ 2-3 ຄົນ ກໍ​ຖືກ​ເມົາ​ເຫລົ້າ​ແລ້ວ. ອ້າຍ Malcro Cusani, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອີ​ຕາ​ລີ ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຊື້​ ​ອາ​ຫານ​ໄດ້ບາງ​ເຍື່ອງ ​ແລ້ວ ເພາະ​ຢູ່ ອີ​ຕາ​ລີ ບໍ່​ມີ​ເຍື່ອງ​ອາ​ຫານ​ແບບນີ້ ແລະ ຂ້າ​ພະ​ເຈົ້າ​ຢາກ​ຊີມ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້. ນອກນັ້ນ ຢູ່​ຕະ​ຫລາດແຫ່ງນີ້ ຍັງມີ​ຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ​ກໍ​ຄື​ເຄື່ອງ​ທີ່​ເປັນ​ລະ​ນຶກ​ຫລາຍ​ຢ່າງ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຈະ​ເລືອກ​ຊື້​ໄດ້​ຫລາຍ​ຢ່າງ.”

        ບໍ່​ຄື​ຢູ່​ຕະ​ຫລາດ​ນັດ ແມ່ວ​ວາກ, ປະ​ຊາ​ຊົນ​ໄປ​ຕະ​ຫລາດ ເຄົາ​ວາຍ ຢູ່​ຕາ​ແສງ ເຄົາ​ວາຍ ດ້ວຍ​ຈຸດ​ປະ​ສົງ​ຕົ້ນ​ຕໍ ແມ່ນ​ຢາກ​ໄດ້​ພົບ​ປະ​ກັບ​ຄົນ​ຮັກ ເພື່ອ​ແບ່ງ​ປັນ​ອາ​ລົມ​ຈິດ, ໂອ້​ລົມ​ນຳ​ກັນ ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ເມື່ອ​ດຳ​ລົງ​ຊີ​ວິດ​ທີ່​ຫ່າງ​ໄກ​ກັນ. ກວ່າ 100 ປີ​ມານີ້, ປະ​ຊາ​ຊົນ​ເຄີຍ​ເອີ້ນ​ຕະ​ຫລາດ ເຄົາ​ວາຍ ແມ່ນ​ຕະ​ຫລາດ​ແຫ່ງ​ຄວາມ​ຮັກ. ຕາມ​ການ​ເລົ່າ​ຂານ​ສືບ​ກັນ​ມາ, ຕະ​ຫລາດ​ແຫ່ງ​ຄວາມ​ຮັກ ເຄົາ​ວາຍ​ແມ່ນ​ເລີ່ມ​ຕົ້ນ​ເລື່ອງ​ຄວາມ​ຮັກ​ຂອງອ​້າຍ​ບ່າວ​ຊາວ​ເຜົ່າ​ນຸ່ງ ແລະ ​ນາງ​ສາວຊາວ​ເຜົ່າ​ໄຢ. ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຖືກ​ຄອບ​ຄົວ​​ກີດກັ້ນ, ​ສະ​ນັ້ນ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ພັດ​ພາກ​ຈາກ​ກັນ, ແລະ​ໄດ້ນັດ​ກັນ​ໄວ​້​ວ່າ ວັນ​ທີ 27/3 ​ປະ​ຈຳ​ປີ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິ​ນຈະມາ​ພົບ​ ກັນ. ແລະ ຕາມ​ການ​ເວ​ລາ, ຢູ່​ຈອມ​ພູນີ້​ໄດ້​ກາຍ​ເປັນ​ຈຸດນັດ​ພົບ​ກັນ. ແຕ່​ລະ​ປ​ີ ຕະ​ຫລາດ​ພຽງ​ຈັດ​ຂຶ້ນ​ໃນ​ເທື່ອ​ດຽວ​ເທົ່າ​ນັ້ນ, ກາຍ​ເປັນ​ບ່ອນ​ພົບ​ປະ​ກັນ​ຂອງ​ບັນ​ດາ​ຄູ່​ບ່າວ​ສາວ​ຮັກ​ກັນ ແຕ່ບໍ່​ໄດ້​ເປັນ​ຜົວ​ເມຍ. ອ້າຍ ທໍ່​ມີ​ທ່າ, ຢູ່ ຕາ​ແສງ ການ​ຈູ​ມີ່ ເມືອງ ແມ່ວ​ວາກ ເວົ້າ​ດ້ວຍ​ຄວາມ​ໃນ​ໃຈ​ວ່າ ຕະ​ຫລອດ​ປີ ອ້າຍ​ພຽງ​ລໍ​ຖ​້າ​ຕະ​ຫລາດ​ນັດ​ ເຄົາ​ວາຍ ເພື່ອ​ພົບ​ປະ​ກັບ​ນາງ​ສາວ​ທີ່​ຕົນ​ເອງ​ຮັກ​.

        “ຕະ​ຫລາດ​ນັດ​ແຫ່ງ​ຄວາມ​ຮັກ​ນີ້ ບໍ່​ອາດ​ລົ​ບ​ລ້າງ​ໄດ້. ກ່ອນ​ນີ້ ເອົາ​ຜົວ​ເອົາ​ເມຍ ສ່ວນ​ຫລາຍ​ແມ່ນ​ປະ​ຕິ​ບັດ​ຕາມ​ ພໍ່​ແມ່, ປະ​ຈຸ​ບັນ ນ້ອງ​ກໍ​ມີ​ແຟ່ນ​ຜູ້​ຫ​ນຶ່ງ ອາ​ຍຸ​ນ້ອຍກວ່າ​ນ້ອງ 5 ປີ. ສະ​ນັ້ນ ມື້​ລົງ​ຕະ​ຫລາດ​​ນັດ ນ້ອງຕ້ອງ​ໄປຕະ​ຫລາດ​ເພື່ອ​ພົບ​ປະ​ກັບຄົນ​ຮັກ​ຂອງ​ຕົນ, ຖ້າ​ບໍ່​​ໄດ້ພົບ​​ຄົນ​ຮັກຈະ​ບໍ່​ກັບ​ເມືອ.”

        ໃນ​ເຂດ​ດິນ​ທີ່ກວ້າງ​ໃຫຍ່​ຢູ່​ໂນນ​ພູ, ບັນ​ດາ​ຜູ້ທີ່​ໄປ​ຕະ​ຫລາດ​ເພື່ອ​ຊອກ​ຄົ​ນ​ຮັກ​ຂອງ​ຕົນ ແລະ ບັນ​ດາ​ເລື່ອງ​ລາວ​ແຫ່ງ​ຄວາມ​ຮັກ​ຂອງ​ຄູ​ບ່າ​ວ​ສາວ​ໄດ້​ຢ້ຳ​ຄືນ​ຄື​ດັ່ງ​ບັນ​ດາ​ອະ​ນຸ​ສອນ​ທີ່​ບໍ່​ອາດ​ຫລົງ​ລືມ​ໄດ້ ແລະ​ກໍ​ແມ່ນ​ຄວາມ​ເສຍ​ດາຍ​ຂອງ​ແຕ່​ລະ​ຄົນ. ເຖິງວ່າ ຜູ້​ບ່າວ​ຜູ້​ສາວນັ້ນ ໄດ້​ສ້າງ​ຄອບ​ຄົວ​ແລ້ວ​ກໍ​ຕາມ ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ມາ​ຫາ​ກັນ​ເພື່ອ​ສະ​ແດງ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກັນ. ເຂົາ​ເຈົ້າ​ໂອ້​ລົມ​ກັນ​ແຕ່​ຍາມ​ຮຸ່ງ​ເຊົ້າ​​ຈົນຮອດ​​ເດິກ​ຈຶ່ງ​ກັບ​​ເມືອ​ບ້ານ. ອ້າຍ​ຖາ ໃຫ້​ຮູ້​ວ່າ:

        “ໂດຍຫ່າງ​ໄກ​ຈາກ​ນີ້ 10 ກິ​ໂລ​ແມັດ, ຂ້າ​ພະ​ເຈົ້າ​ຂີ່​ລົດ​ຈັກ​ມາ​​ຮອດຕະ​ຫລາດ​ແຫ່ງ​ນີ້​ແມ່ນ​ຮອດ 6 ໂມງ​ເຊົ້າ. ນັດ​ກັນ​ເຂົ້າ​ໃນ​ຕະ​ຫລາດ ສະ​ນັ້ນ​​ແນ່ນອນ​ຕ້ອງ​ໄດ້ພົບ​ ​ກັນ. ເຂົາ​ເຈົ້າ ກໍ​ມີ​ຜົ​ວເມຍແລ້ວ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ໄປ​ໃສ​ໄດ້ ພຽງ​ແຕ່ໄດ້​ລົມ​ກັນ ແບ່ງ​ປັນ​ຄວາມ​ ​ມ່ວນຊື່ນ, ຄວາມ​ຫຍຸ້ງ​ຍາກ ນຳ​ກັນ ແລະ ກໍ່​ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ “

ຄົ້ນຫາຕະຫລາດນັດເຂດພູສູງຮ່າຢາງ - ảnh 4
​ຄູ່ບ່າວ​ສາວພາ​ກັນ​ໄປ​ຕະ​ຫລາດ​ເຄົາ​ວາຍ

        ​ປະ​ຈຸ​ບັນ ​ຕະຫຼາດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ ບໍ່​ພຽງ​ແຕ່​ເປັນ​ຈຸດ​ນັດ​​ພົບ​ກັນຂອງຄູ່​ບ່າວ​-ສາວທີ່​ໄດ້​ພັດ​ພາກ​ຈາກ​ກັນເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ພົບ​ປະ, ສ້າງ​ຄວາມ​ລື້ງ​ເຄີຍ​ຂອງ​ຊາວ​ໜຸ່ມ​ຍິງ-ຊາຍ​ອີກ​ດ້ວຍ. ໂດຍ​ຜ່ານ​ຕະຫຼາດ​ນັດ​ແຫ່ງ​ຄວາມ​ຮັກ​ເຄົາ​ວາຍ​ແຫ່ງນີ້ ໄດ້​ມີ​ຄູ່​ບ່າວ-ສາວຫຼາຍ​ຄູ່​ ໄດ້​ກາຍ​ເປັນ​ຄູ່​ຜົວ​-ເມຍ​ກັນ.

         

ຕອບກັບ

ຂ່າວ/ບົດ​ອື່ນ