ຄົ້ນຫາບັນດາມໍລະດົກວັດທະນະທຳຢູ່ນະຄອນດ່າໜັງ

(VOVWORLD) -ນະຄອນດ່າໜັງມີມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ເປັນວັດຖຸຫຼາຍແຫ່ງ. ບັນດາມໍລະດົກວັດທະນະທຳຢູ່ນະຄອນນີ້ພວມກາຍເປັນຊັບພະຍາກອນ ທີ່ສ້າງເປັນພື້ນຖານໃຫ້ແກ່ການພັດທະນາ ການທ່ອງທ່ຽວແບບຍືນຍົງ
ຄົ້ນຫາບັນດາມໍລະດົກວັດທະນະທຳຢູ່ນະຄອນດ່າໜັງ    - ảnh 1 ທິວທັດ ຫງູແຮັງເຊີນ

ນະຄອນດ່າໜັງ ມີປູຊະນີຍະສະຖານລະດັບຊາດພິເສດ 2 ແຫ່ງ, ແລະ ປູຊະນີຍະສະຖານໄດ້ຮັບການຢັ້ງຢືນເປັນລະດັບຊາດ 18 ແຫ່ງ ແລະ ໄດ້ຮັບການຢັ້ງຢືນລະດັບນະຄອນ 51 ແຫ່ງ, ມໍລະດົກບໍ່ເປັນວັດຖຸ 4 ຢ່າງນອນໃນບັນຊີລາຍຊື່ມໍລະດົກແຫ່ງຊາດ. ບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳຄື ຫໍພິພິທະພັນດ່າໜັງ. ຫໍພິພິທະພັນສິລະປະປະຕິມາກຳເຜົ່າຈຳ, ເຂດຖານທີ່ໝັ້ນປະຕິວັດ K 20 ແລະ ເຂດທິວທັດທຳມະຊາດ ຫງູແຮັງເຊີນ. ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸນັ້ນຄື ສິລະປະຂັບບາຍຈອຍ, ຂັບຕວ່ງ, ພິທີພາວະນາໃຫ້ການເດີນເຮືອຫາປາໄດ້ຮັບຜົນດີ, ງານບຸນເຈົ້າແມ່ກວນອິມ,… ອ້າຍ ຄອນເຊິຍ ແຂກທ່ອງທ່ຽວມາຈາກແບນຊິກ ໃຫ້ຮູ້ວ່າ:

      “ຫວຽດນາມແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວຢ່າງແທ້ຈິງ, ມີສະຖານທີ່ຫຼາຍແຫ່ງແມ່ນປູຊະນີຍະສະຖານປະຫວັດສາດທີ່ເປັນໜ້າຈັບໃຈ. ຂ້າພະເຈົ້າມີຄວາມປະທັບໃຈເປັນພິເສດກັບນະຄອນດ່າໜັງ, ຢູ່ນີ້ມີທິວທັດພູຜາໃຫ່ຍໂຕມະໂຫຖານ, ມີສະຖານທີ່ປະຫວັດສາດຫຼາຍແຫ່ງທີ່ດູດດື່ມ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ປະທັບໃຈອີຫຼີີ.”

      ໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ເມື່ອແຂກມາຮອດດ່າໜັງ ແມ່ນປູຊະນີຍະສະຖານທິວທັດ ຫງູແຮັງເຊີນ. ຢູ່ແຫ່ງນີ້ມີລະບົບຖ້ຳດ້ວຍນົມຫີນເຢັນສະບາຍ, ລຶກລັບມະຫັດສະຈັນ, ຖ້າຫາກວ່າເມື່ອກອ່ນນີ້, ທິວທັດ ຫງູແຮັງເຊີນ ພຽງແຕ່ຕ້ອນຮັບແຂກທ່ອງທ່ຽວໃນລະດູຈັດງານບຸນເທົ່ານັ້ນ, ແຕ່ໃນສອງສາມປີມໍ່ໆມານີ້ ແຂກສາລະທິດໄດ້ມານີ້ ຢ້ຽມຊົມທັດສະນະສຶກສາຕະຫຼອດປີ. ທ່ານ ຫງວຽນວັນຮ່ຽນ ຫົວໜ້າຄະນະຄຸ້ມຄອງເຂດທ່ອງທ່ຽວ ຫງູແຮັງເຊີນ ໃຫ້ຮູ້ວ່າ:

     “ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ ຫງູແຮັງເຊີນ ນັບມື້ນັບຫຼາຍຂຶ້ນ. ສ່ວນຫຼາຍແຂກທ່ອງທ່ຽວແມ່ນໄວກາງ, ຜູ້ອາຍຸສູງ, ເຂົາເຈົ້າມີສະຕິຮັກສາປູຊະນີຍະສະຖານປະຫວັດສາດ, ເຂົາເຈົ້າຢາກມາຄົ້ນຫາ, ຊອກຮູ້ ກ່ຽວກັບປູຊະນີຍະສະຖານແຫ່ງນີ້. ເຂົາເຈົ້າມາເພື່ອຢ້ຽມຊົມ ແລະ ມຸ່ງໄປສູ່ຈິດວິນຍານ ແລະ ຄວາມສຸດຈະລິດ.”

      ພ້ອມກັບທິວທັດຫງູແຮັງເຊີນນັ້ນ, ຫໍພິພິທະພັນສິລະປະ ປະຕິມາກຳເຜົ່າຈຳ, ຫໍພິພິທະພັນດ່າໜັງ ກໍ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ຢູ່ຫໍພິພິທະພັນສິລະປະ ປະຕິມາກຳເຜົ່າຈຳ, ແຂກທ່ອງທ່ຽວມີໂອກາດໄດ້ຊອກຮູ້ ແລະ ຄົ້ນຫາສິລະປະ ປະຕິມາກຳ ລາຊາອານາຈັກຈຳປາ. ເມື່ອເຂົ້າຢ້ຽມຊົມຫໍພິພິທະພັນດ່າໜັງ, ແຂກທ່ອງທ່ຽວຈະໄດ້ເຫັນວັດຖຸບູຮານທີ່ກ່ຽວຂ້ອງເຖິງເລື່ອງລາວປະຫວັດສາດ ແລະ ປະຊາຊົນດ່າໜັງ. ສະເລ່ຍໃນແຕ່ລະວັນ ຫໍພິພິທະພັນດ່າໜັງ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 800 ເທື່ອຄົນ ເຂົ້າມາຢ້ຽມຊົມ. ທ່ານ ຮວິ່ງດິ່ງເຟືອກທ້ຽນ ຜູ້ອຳນວຍການຫໍພິພິທະພັນດ່າໜັງ ໄດ້ຢືນຢັນວ່າ:

    “ພວກຂ້າພະເຈົ້າຈະສ້າງໃຫ້ມີບັນດາຜະລິດຕະພັນໃໝ່, ເຊື່ອມຕໍ່ມໍລະດົກລະດັບນະຄອນ, ລະດັບຊາດໃຫ້ກາຍເປັນລາຍການທ່ອງທ່ຽວເພື່ອຮັບໃຊ້ແຂກທ່ອງທ່ຽວ ທີ່ຢາກມາຊອກຮູ້ຄົ້ນຄວ້າ ກ່ຽວກັບມໍລະດົກດ່າໜັງ. ນຳມໍລະດົກເຂົ້າໃກ້ກັບມວນຊົນ, ກັບແຂກທ່ອງທ່ຽວ, ພິເສດກໍ່ຕ້ອງມຸ່ງໄປສູ່ຊຸມຊົນ, ຮ່ວມແຮງຮ່ວມໃຈໃນການຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກເຫຼົ່ານັ້ນ”.

     ທ່ານ ຮວິ່ງວັນຮຸ່ງ ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ນະຄອນດ່າໜັງ ໃຫ້ຮູ້ວ່າ ເພື່ອເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຮັບໃຊ້ການທ່ອງທ່ຽວນັ້ນ, ພ້ອມກັບການລົງທຶນບູລະນະປະຕິສັງຂອນບັນດາປູຊະນີຍະສະຖານເຫຼົ່ານັ້ນ, ນະຄອນດ່າໜັງຍັງໄດ້ເອົາໃຈໃສ່ກໍ່ສ້າງ, ອະນຸລັກຮັກສາບັນດາມໍລະດົກວົດທະນະທຳ ດ້ວຍການໂຄສະນາສະຖານທີ່ທ່ອງທ່ຽວ ເຊິ່ງມີຫຼາຍຮູບການທີ່ອຸດົມສົມບູນ. ທ່ານ ຮວິ່ງວັນຮຸ່ງ ເວົ້າວ່າ:

     “ຂ້າພະເຈົ້າຄິດວ່າ ວິທີທີ່ດີທີ່ສຸດນັ້ນ ແມ່ນມໍລະດົກວັດທະນະທຳຕ້ອງໄດ້ຮັບການອະນຸລັກຮັກສາ ແຕ່ກໍຕ້ອງມຸ່ງໄປສູ່ການຮັບໃຊ້ທ່ອງທ່ຽວ, ເພື່ອປະກອບສ່ວນປະຕິບັດຈຸດປະສົງຮ່ວມ ນັ້ນແມ່ນພັດທະນາແບບຍືນຍົງ. ຢູ່ນະຄອນດ່າໜັງ, ພວກຂ້າພະເຈົ້າພວມບູລະນະປະຕິສັງຂອນປູຊະນີຍະສະຖານໃຫ້ ກາຍເປັນສະຖານທີ່ທ່ອງທ່ຽວ. ການນຳນະຄອນກໍ່ມີແຜນນະໂຍບາຍກໍ່ສ້າງສະໜາມຫຼວງ ອ້ອມແອ້ມປູຊະນີຍະສະຖານ. ຂ້າພະເຈົ້າເຊື່ອວ່າ ດ້ວຍແຜນນະໂຍາຍນີ້, ປູຊະນີຍະສະຖານ ຈະກາຍເປັນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທີ່ມາຈາກສາລະທິດ”.

     ປັດຈຸບັນນະຄອນດ່າໜັງໄດ້ນຳບາງສາຍທ່ອງທ່ຽວມາຮັບໃຊ້ດ້ວຍສະຖານທີ່ທ່ອງທ່ຽວ ແມ່ນບັນດາມໍລະດົກວັດທະນະທຳ ທີ່ດູດດື່ມສຳລັບແຂກທ່ອງທ່ຽວເຊັ່ນ ດ່າໜັງ-ຫງູແຮັງເຊີນ-ໂຮ້ຍອານ; ດ່າໜັງ-ຫງູແຮັງເຊີນ-ແຫຼມເຊີນຈ່າ; ກຸ່ມມໍລະດົກພາກກາງ:  ດ່າໜັງ-ໂຮ້ອານ-ເຫວ້-ກວ໋າງບິ່ງ. ການທ່ອງທ່ຽວຄົ້ນຫາມໍລະດົກວັດທະນະທຳພວມນັບມື້ນັບຂະຫຍາຍຕົວ, ຍາມໃດກໍ່ເປັນສິ່ງທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍ ແລະ ຕ່າງປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ