ຄົ້ນຫາປ່າສະຫງວນແຫ່ງຊາດ Yokdon ແຂວງ ດັກລັກ


(vovworld)- ປ່າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຢູ່ ເມືອງບວນ​ໂດນ ແຂວງ ດັກ​ລັກ ແມ່ນ​ສະ​ຖານ​ທີ​່​ທ່ອງ​ທ່ຽວ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ເຂດ ໄຕ​ງວຽນ. ແຕ່​ລະ​ປີ ແຫ່ງນີ້ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຍ້ອນ​ທິວ​ທ​ັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ, ພູ​ຜາ​ປ່າ​ໄມ້​ໃຫຍ່​ໂຕ​ມະ​ໂຫ​ຖານ ພ້ອມ​ດ້ວຍລະ​ບົບ​ສັດ​ສາ​ວາ​ສິ່ງ​ອຸ​ດົມ​ສົມ​ບູນ​ທີ່​ສຸດ, ພິ​ເສດ​ແມ່ນ​ຊ້າງ​ປ່າ​ຂອງ​ຫວຽດ​ນາມ.

ຄົ້ນຫາປ່າສະຫງວນແຫ່ງຊາດ Yokdon ແຂວງ ດັກລັກ - ảnh 1
ຂີ່​ຊ້າງ​ຢ້ຽມ​ຊົມ ​ປ່າ​ສະ​ຫງວນ​ແຫ່ງ​ຊາດ Yokdon
ພາບ:dulichvn.org.vn

        ໂດຍ​ຫ່າງ​ຈາກ​ນະ​ຄອນ ບວນ​ມາ​ທວດ ​ໄປທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອປະ​ມານ 40 ກິ​ໂລ​ແມັດ, ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຢູ່​ແຄມ​ແມ່​ນ້ຳ Serepok, ແມ່ນ​ສາ​ຂາ​ຫນຶ່ງ​ຂອງ​​ລະ​ບົບແມ່​ນ້ຳ​ຂອງ​ທີ​່​ໃຫຍ່​ໂຕ. ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງ​ພູ​ຜາ​ປ່າ​ໄມ້ ແລະ ແມ່​ນ້ຳ​ລຳ​ເຊ ຍິ່ງເຮັດ​ໃຫ້​ທ​ັດ​ສະ​ນ​ີ​ຍະ​ພາບຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ Yokdon ​ ​ມີ​ຄວາມງາມ​ແບບ​ທຳ​ມະ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ໄຕ​ງວຽນ. ດ້ວຍ​ເນື້ອ​ທີ່ກວ່າ 115.000 ເຮັກ​ຕາ, ໃນ​ນັ້ນ ກວ່າ 97 ເຮັກ​ຕາ​ປ່າໂຄບ, ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ພິ​ເສດ, ມີ​ລະ​ບົບ​ຊີ​ວະ​ພາບ​ອຸ​ດົມ​ສົມ​ບູນ ນີ້ກໍ​​ເປັນແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ສັດ​ຫາ​ຍາກ​ຫລາຍ​ຊະ​ນິດ​ຢູ່​ຫວຽດ​ນາມ. ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ມີ​ສັດ​, ສັດ​ເລືອ​ຄານ ແລະ ປາ 89 ຊະ​ນິດ, ໃນ​ນັ້​ນ ມີ 39 ຊະ​ນິດ​ຖືກ​ຈັດ​ເຂົ້າ​ປື້ມ​ປົກແດງ​ຂອງ​ຫວຽດ​ນາມ ແລະ ໂລກ ຄວນ​ໄດ້​ຮັບ​ການປົກ​ປັກ​ຮັກ​ສາ​ກ່ອນຈະ​ຖືກ​ສູນ​ພັນ. ນອກ​ຈາກ​ຊ້າງ​ປ່າ​ກວມ​ອັດ​ຕາ​ສ່ວນ​ຫລາຍ​ແລ້ວ, ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຍັງ​ມີ​ສັດ​ປ່າ​ຫາ​ຍາກຄື: ເສືອ, ​ລີງ, ເມີຍ, ກະ​ທິງ, ກວາງ …. ນອກນັ້ນ ຍັງ​ມີ​ນົກ​, ສັດ​ເລືອ​ຄານອື່ນໆ​ຫລາຍ​ຊະ​ນິດກໍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັດ​ປ່າ​ຫາ​ຍາກ​ຢູ່​ຫວຽດ​ນາມ. ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຍັງ​ແມ່ນ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ zen ພືກທີ່​ຫາກ​ຍາກ​ຫຼາຍ​ປະ​ເພດອີກ. ດ້ວຍ​​ທ່າ​ໄດ້​ປຽບ​ດັ່ງ​ກ່າວ, ປະ​ຈຸ​ບັນ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ດ້ວຍ​ຫລາຍ​ຮູບ​ການ​ທ່ອງ​ທ່ຽວທີ່​ດູດ​ດື່ມ. ດ​ຣ ເຈີນ​ເທ​ລຽນ, ພະ​ນັກ​ງານ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ໃຫ້​ຮູ້​ວ່າ:

        “ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ໄດ້​ຮັບ​ການ​ສ້າງ​ຕັ້ງ ດ້ວຍ​ຈຸດ​ໝາຍ​ຕົ້ນ​ຕໍ​ແມ່ນ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ, ຊີ​ວະ​ນາໆ​ພັນ ແລະ ພັດ​ທະ​ນາ​ທ່ອງ​ທ່ຽວ​ຊີວ​ະ​ພາບ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ. ປ​ະ​ຈຸ​ບັນ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໄດ້​ອະ​ນຸ​ມັດ​ແຜນ​ຮ່າງວາງ​ແຜນ​ສັງ​ລວມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ສິ່ງ​ແວດ​ລ້ອມ​ໄລ​ຍະ 2010-2020ໃຫ້​ແກ່ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon. ນີ້​ແມ່ນ​ແຜນ​ຮ່າງ​ສຳ​ຄັນ​ເພື່ອ​ໃຫ້ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ.”

        ດ້ວຍ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ບັນ​ດາ​ຮູບ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ພັກ​ຜ່ອນບຳລຸງ​ສຸຂະພາບ, ທ່ອງ​ທ່ຽວ​ພະ​ຈົນ​ໄພ​, ຄົ້ນ​ຫາ ແລະ ຄົ້ນ​ຄ້​ວາ​ລະ​ບົບ​ພຶກ​ສາ​ສາດ, ເມື່ອ​ມາຢ້ຽມ​ຢາມ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon, ນັກ​ທ່ອງ​ທ່ຽວ​ຈະ​​ເລືອກ​ເຟັ້ນ​​ຮູບ​ການ​ທ່ອງ​ທ່ຽວຢ່າງ​ເໝາະ​ສົມຫລາຍ​ຢ່າງ​ໃຫ້​ແກ່​ຕົນ​ເອງ​. ສຳລັບ​ທ່ອງ​ທ່ຽວ​ຊີ​ວະ​ພາບ​, ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ໄດ້​ມີ​ຫລາຍ​ລາຍ​ການ​ຄື: ລາຍ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ ປ່າ​ເທື່ອງ​ແຊງ, ເຍືອງ​ໄຟ​ຊົມ​ສັດ​​ປ່າໃນ​ຕອນ​ຄ່ຳ, ທ່ອງ​ທ່ຽວ​ບົນ​ແມ່​ນ້ຳ Serepok.

ຄົ້ນຫາປ່າສະຫງວນແຫ່ງຊາດ Yokdon ແຂວງ ດັກລັກ - ảnh 2
ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຢູ່ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon
ພາບ:caonguyen.com

        ​ເມື່ອຂີ່​ເຮືອ​ລ່ອງແມ່​ນ້ຳ, ຊົມ​ທິດ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຍາມ​ໃດ​ກໍ​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຍາກ​ທີ່ຈະຫລົງ​ລືມ​ໄດ້. ສຳ​ລັບ​ຜູ້​ນິ​ຍົມ​ທ່ອງ​ທ່ຽວ​ພະ​ຈົນ​ໄພ ​ແມ່ນສາ​ມາດ​ຂີ່​ເຮືອ Kayak ​ເພື່ອຂ້າມ​ນ້ຳ​​ແກ່ງ​ກະຕຸກ​ກະຕາດ. ແມ່​ນ້ຳ Serepok, ຕອນ​ໄຫລ​ຜ່ານ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຍາວ ປະ​ມານ 60 ກິ​ໂລ​ແມັດ ແລະ ລວມມີ​ນຳ້​ແກ້ງ, ນ້ຳ​ຕົກ​ຕາດ​ທີ່ສວຍ​ງາມ​ຄື: ນ້ຳ​ຕົກ​ຕາດ​ໄບ໋​ແຍງ. ດ້ວຍລະ​ບົບ​ປ່າ​ໄມ້, ນ້ຳ​ຕົກ​ຕາດ​ເຫຼົ່າ​ນັ້ນໄດ້​ເຮັດ​ໃຫ້ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ມີ​ຄວາມ​ງາມເລິກ​ລັບ​ສຳ​ລັບ​ນັກ​ທ່ອງ​ທ່ຽວ.

        ມີ​ຮູບ​ການ​ທ່ອງ​ທ່ຽວ​ພິ​ເສດ​ຫນຶ່ງ​ອີກ​ຢູ່ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon, ນັ້ນ​ແມ່ນ ຂີ່​ຊ້າງ​ ໄປ​ຢ້ຽມ​ຊົມ​ສັດ​ປ່າ ແລະ ທັດ​ສະ​ນີ​ຍະ​ພາບຂອງປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon. ເມື່ອ​ຂີ່​ຊ​້າງ​​​ໄປ​ທ່ຽວໃຕ້​ຮົ່ມ​ໄມ້​ທີ່​ໃຫຍ່​ໂຕ​ຂອງ​ປ່າ​ໂຄບ, ​ແລະ​ໄດ້ຮັບ​ຟັງ​ບັນ​ດາ​ເລື່ອງ​ລາວ​ຂອງ​ຜູ້ກວານ​ຊ້າງນັ້ນ ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ປຕື້ນ​ເຕັ້ນ​ໃຈ ແລະ​ ນຶກຄິດ​ເຖິງ​ການ​ລ່າ​ຊ້າງ​ປ່າ​​ທີ່​ອົງ​ອາດ​ກ້າ​ຫານຄືໃນ​ເທບ​ນິ​ຍາຍ​​ເມື່ອ​ກ່ອນນີ້. ນາງ ຫງວຽ​ນ​ທູ​ຮ່າ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ນ້ອງ​ຮູ້​ສຶກ​ຢ້ານ​ກົວ​ເລັກ​ນ້ອຍ, ແຕ່​ຈັບ​ອົບ​ຈັບ​ໃຈ​ທີ່​ສຸດ. ລາຍ​ການ​ທ່ອງ​ທ່ຽວ​ແບບນີ້ ຄື​ດັ່ງ​ໃນ​​ເທບນິ​ທ​ານ, ໄດ້​ຂີ່​ຊ້າງເຂົ້າ​​ປ່າ​ເລິກ, ໄດ້​ຮັບ​ຊົມ​ຕົ້ນ​ໄມ້​ປ່າ, ໄດ້​ຮັບ​ຟັງ​ສຽງ​​ຕີນ​ຊ້າງ​ຢ​ຽບໃບ​ໄມ້, ສຽງ​ນ້ຳ​ຫ້ວຍ​ໄຫລ, ສຽງນົກຮ້ອງ.. ໄດ້​ຮັບ​ຟັງ​​ເລື່ອງ​ລາວກ່ຽວ​ກັບ​ຊີ​ວິດ​ຂອງ​ຊ້າງ, ສັດ​ປ່າ. ສຳ​ລັ​ບ​ນ້ອງ​ເອງ, ການ​ທ່ອງ​ທ່ຽວ​ຄື​ແນວນີ້​ທັງ​​ເປັນ​ການ​ຄົ້ນ​ຫາ, ທັງ​ໄດ້​ເຫັນ​ປະ​ຈັກ​ຕາ​ສິ່ງ​ທີ່​ດູດ​ດື່ມ​ຢູ່​ເຂດ​ໄຕ​ງວຽນ.”

        ພ້ອມ​ກັບ​​ຮູບ​ການ​ທ່ອງ​ທ່ຽວ​ຂີ່​ຊ້າງ​ຢ້ຽມ​ຊົມ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon, ນັກ​ທ່ອງ​ທ່ຽວ​ສາ​ມາດ​ເຂົ້າ​ຮ່ວມ​ລາຍ​ການ​​ທັດ​ສະ​ນະ​ສຶກ​ສາ, ຕັ້ງ​ຄ້າຍ ຫລື​ພັກ​ເຊົາ​ຢູ່​ເຮືອນ​ຮ້ານ, ຮັບ​ປະ​ທານ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ຊົນ​ເຜົ່າ​ຄື: ດື່ມ​ເຫລົ້າ​ໄຫ, ກິນ​ເຂົ້າ​ຫລາມ, ປີ້ງ​ໄກ່. ເມື່ອ​ຍາມ​​ຄ່ຳຄືນ, ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊົມ​ລາຍ​ການ​ສິ​ລະ​ປະ ​ຕີ​ຄ້ອງ, ຮ້ອງ​ລຳ​ທຳ​ເພງ, ໂດຍ​​ບ່າວ​ສາວຊາວ​ຊົນ​ເຜົ່າ ເມີ​ນົງ, ເອ​ເດ ​ສະ​ແດງ.

        ຄຽງ​ຄູ່​ກັບ​ຈຸດ​ໝາຍ​ພັດ​ທະ​ນາການ​ທ່ອງ​ທ່ຽວ, ຊອກ​ຮູ້​ລະ​ບົບ​ສັດ​ສາ​ວາ​ສິ່ງ​ອຸ​ດົມ​ສົມ​ບູນນັນ, ປະ​ຈຸ​ບັນ, ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ຍັງ​ມີ​ບັນ​ດາ​ໂຄງ​ການ, ແຜນ​ຮ່າງ​ສຶກ​ສາ​, ໂຄ​ສະ​ນາ​ການ​ປົກ​ປັກ​ຮັກ​ສາ​ປ່າ, ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃນ​ວົງ​ຄະ​ນາ​ຍາດ. ພິ​ເສດ ແມ່ນ​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ໄຕ​ງວຽນ ​ເຮັດ​ການບໍ​ລິ​ການ​ທ່ອງ​ທ່ຽວ, ສ້າງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ນີ້​ແມ່ນ​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ ເພື່ອ​ໃຫ້ ປ່​າ​ສະ​ຫງວນ​ແຫ່ງ​ຊາດ Yokdon ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ໄຕ​ງວຽນ ແລະ ຂອງ​ຫວຽດ​ນາມຕະຫຼອດ​ໄປ.

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ