ຄົ້ນຫາລາຍເຈົາຜ່ານບັນດາລາຍ ການທ່ອງທ່ຽວເຂດຊຸມຊົນ

ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຢູ່ບັນ​ດາ​ໝູ່ບ​້ານ​ໃນ​ເຂດ​ພູ​ດອຍ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ​ມີ​ແຂວງ​ລາຍ​ເຈົາ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ ແລະ ແມ່ນ​ການ​ເລືອກ​ເຟັ້ນ​ແຖວ​ໜ້າ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ດ້ວຍ​ຄວາມຫຼາກຫຼາຍ​ສີ​ສັນ​ທາງ​ດ້ານ​ວັດ​ທະ​ນະ​ທຳ,. ທິດ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດງົດ​ງາມ, ລາຍ​ເຈົາ​ພວມ​ຂະ​ຫຍາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ເພື່ອຊ່ວຍ​ແຂກ​ທ່ອງ​ທ່ຽວ​ໄດ້​ຄົ້ນ​ຫາ​ການ​ດຳ​ລົງ​ຊ​ີ​ວິດ ແລະ ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາ​ະ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້.

 

ຄົ້ນຫາລາຍເຈົາຜ່ານບັນດາລາຍ ການທ່ອງທ່ຽວເຂດຊຸມຊົນ  - ảnh 1
ບ້ານ​ນາຫຼວງ, ຕາ​ແສງນາ​ຕຳ, ເມືອງ​ຕາມ​ເດືອງທີ່​ງົດ​ງາມ

       ບົນ​ເສັ້ນ​ທາງ​ໄປ​ຍັງ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ແວ່​ຢາມ​ບ້ານ​ນາຫຼວງ, ຕາ​ແສງນາ​ຕຳ, ເມືອງ​ຕາມ​ເດືອງ, ຢູ່​ແຫ່ງນີ້ ຖືກ​ຂະ​ໜານ​ນາມ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ແຂວງ​ລາຍ​ເຈົາ. ບ້ານ​ນາຫຼວງນອນ​ຢູ່​ແຄມ​ແມ່​ນ້ຳ​ນ້ຳ​ມູ, ອີງຫຼັງ​ໃສ່​ພູ, ຊຶ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ຍ້ອນ​ຄວາມ​ງາມ​ຂອງ​ມັນ​ ແລະ ຈິດ​ໃຈ​ຮັກ​ແພງແຂກ​ຂອງ​ຊາວ​ທ້ອງ​ຖິ່ນເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ໄປ​ດ້ວຍບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອະ​ລັກ​ສະ​ເພາະອີກ​ດ້ວຍ. ​ອ້າຍ​ຫງວຽນ​ຊວນ​ຮຸຍແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ​ຟູ້​ອຽນ ໃຫ້​ຮູ້​ວ່າ :

   “ ມາ​ຢາມ​ບ້ານ​ນາຫຼວງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ໃນ​ເຮືອນ​ຮ້ານ, ໄດ້​ດຳ​ເນີນ​ຊີ​ວິດ​ພ້ອມ​ກັບ​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ, ໄດ້​ຊິມ​ລົດ​ຊາດ​ບັນ​ດາ​ເຍື່ອງ​ອາ​ຫານ​ທ້ອງ​ຖິ່ນ​ໂດຍ​ຊາວ​ບ້ານ​ປຸງ​ແຕ່ງ​ເອງ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ໄປ​ຕຶກ​ປາ​ຢູ່​ຕາມ​ຫ້ວຍ, ໄດ້​ຮັບ​ການ​ແນະ​ນຳ​ວິ​ທີ​ເຮັດ​ເຂົ້າຫຼາມ, ປີ້ງ​ຊີ້ນ…ຮອດ​ຕອນ​ຄ່ຳ ຄະ​ນະ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ແລກ​ປ່ຽນ ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ, ໄດ້​ຮັບ​ຟັງ​ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ຕ່າງໆ. ບ້ານ​ນາຫຼວງ ເກືອບ​ຄື​ວ່າ ຍັງ​ສາ​ມາດ​ຮັກ​ສາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງດັ້ງ​ເດີມ ຈາກ​ເຮືອນ​ຊານ​ບ້ານ​ຊອງ​ຕະຫຼອດ​ຮອດ​ຊີ​ວິດ​ປະ​ຈຳ​ວັນ. ພວກ​ຂ້າ​ພະ​ເຈົ້າ​ຕ່າງ​ກໍ​ພາກ​ພູມ​ໃຈ​ເພາະ​ໄດ້​ມີ​ການ​ຄົ້ນ​ຫາທີ່​ປະ​ທັບ​ໃຈ​ຢູ່ບ້ານ​ນາຫຼວງ ”

   ເມື່ອ​ມາ​ຢ້ຽມ​ຢາມ​ເມືອງ​ຕາມ​ເດືອງ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ມີ​ໂອ​ກາດ​ແວ່ຢ​າມ​ຕາ​ແສງ​ບ້ານ​ຮອນ​ຊຶ່ງ​ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ລຶ. ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງນີ້ ຍັງ​ສາ​ມາດ​ຮັກ​ສາ​ເຮືອນ​ຮ້ານ​ບູ​ຮານກວ່າ 100 ຫຼັງ ແລະ ອາ​ຊີບ​ຕຳ​່ແຜ່ນ​ແພ​ພື້ນ​ເມືອງ​ໄວ້​ໄດ້. ບ້ານ​ຮອນ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ດ້ວຍ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ ວາດ​ຟ້ອນ​ໂດຍ​ພວກ​ບາວ​ສາວ​ໃນ​ບ້ານ​ສະ​ແດງ​ພ້ອມ​ກັບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງຫຼາຍ​ປະ​ເພດ​ເຊັ່ນ: ກອງ, ຄ້ອງ, ຂຸ່ຍ…ມາ​ຢາມ​ບ້ານ​ຮອນ, ແຂກ​ທ່ອງ​ທ່ຽ​ວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ຊີ​ວິດ​, ການ​ອອກ​ແຮງ​ງານ​ປະ​ຈຳ​ວັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າພ້ອມ​ກັບ​​ອາ​ກາດ​ປອດ​ໂປ່ງ, ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດງົດ​ງາມດັ່ງ​ໃນ​ຝັນ. ນາງ​ເວີນ​ແອງ, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ​ໃຫ້​ຮູ້​ວ່າ 

     “ ມາ​ຢາມ​ບ້ານ​ຮອນ, ຂ້າ​ພະ​ເຈົ້າ​ໄດ້ຢູ່​ພ້ອມ​ກັບ​​ຄອບ​ຄົວເຈົ້າ​ຂອງ​ເຮືອນ. ນີ້​ແມ່ນ​ເຮືອນ​ຮ້ານ​ແບບ​ບູ​ຮານ​ເຮັດ​ດ້ວຍ​ໄມ້, ເບິ່ງ​ສະ​ອາດ​ງາມ​ຕາ, ເຮືອນຫຼັງ​ນີ້​ສາ​ມາດ​ໃຫ້​​ແຂກ​ທ່ອງ​ທ່ຽວ​ແຕ່ 10 ຫາ 15 ຄົນຢູ່​ໄດ້​ຢ່າງ​ສະ​ດວກ​ສະ​ບາຍ. ລາ​ຄາ​ເຊົ່າພຽງ 1 ແສນ​ດົງ/ຄົນ/ຄືນ. ສະ​ເພາະ​ຂອງ​ກິນ​ຢູ່ນີ້​ກໍ​ຖືກ​ພໍ​ສົມ​ຄວນ. ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ຄອບ​ຄົວ​ຢູ່ນີ້ 4 ວັນ, ໄດ້​ປີນ​ພູ, ໄປ​ເອົາ​ຜັກ ແລະ ໜໍ່​ໄມ້​ເມືອ​ເຮືອນ​ເພື່ອ​ປຸງ​ແຕ່ງ​ເອງ”

    ລາຍ​ເຈົາ​ຍັງ​ມີ​ສະ​ຖານ​ທີ່​ທ່ອ​ງທ່ຽວຫຼາຍ​ແຫ່ງ​ທີ່​ດຶງ​ດູດໃຈ​ແຂກ​ທ່ອງທ່ຽວເຊັ່ນ: ເທດ​ສະ​ບານ​ເມືອງ ຊີ່ນ​ໂຮ່, ຖ້ຳ​ຕຽນ​ເຊີນ, ຕາ​ແສງ​ບີງ​ລື, ເມືອງ​ຕາມ​ເດືອງ, , ຕາ​ແສງ​ນ້ຳ​ລອງ….ໃນ​ນັ້ນ, ຕ້ອງ​ເຕ​ື້ອງ​ເຖິງ​ບ້ານ​ວ່າງ​ແຟວ ຊຶ່ງແມ່ນ​ໜຶ່ງ​ໃນ​ບັນ​ດາ​ໝູ່​ບ້ານ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງ​ຊາວ​ເຜົ່າ​ໄທ​ຂາວ​ໃນ​ແຂວງ​ລາຍ​ເຈົ​າ. ມາ​ຢ້ຽມ​ຢາມ ບ້ານ​ວ່າງ​ແຟວ ແຂກ​ທ່ອງ​ທ່ຽວ​ຈະ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​ທ້ອງ​ຖິ່ນ. ສິ່ງ​ທີ່​ດູດ​ດື່ມ​ສ​ຳ​ລັບ​ແຂກ​ທ່ອງ​ທ່ຽວ, ນັ້ນ​ແມ່ນ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ເຜົ່າ​ໄທ​ຂາວ ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ເໝືອນ​ເດີມ, ຈາກ​ບັນ​ດາ​ເຮືອນ​ຮ້ານຕະຫຼອດ​ຮອດ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ແລະ ບັນ​ດາ​ງານ​ບຸນ​ປະ​ເພ​ນີ. ອ້າຍ ຫງວຽນ​ວັນ​ແທ່ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ແຂ​ວງ ຫາຍ​ຟ່ອງ ໃຫ້​ຮູ້​ວ່າ : 

    “ບ້ານ​ວ່າງ​ແຟວນອນ​ຢູ່​ຫ່າງ​ໄກ​ຈາກ​ນະ​ຄອນ​ລາຍ​ເຈົ​າ, ແລະ ​ມີ​ຄວາມ​ສະ​ຫງົບ​ສຸກ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ໄປ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ວັນ​ທ​້າຍອາ​ທິດ, ດັ່ງ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປຫຼາຍ​ແຫ່ງ​ຢູ່​ລາຍ​ເຈົາ ແລະ ໄດ້​ເຫັນ​ວ່າ ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ, ທ້ອງ​ຖິ່ນ​ມີ​ອາ​ຫານ​ພິ​ເສດຫຼາຍ​ເຍື່ອງ.   ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້​ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບຫຼາຍ​ກ່​ວາ​ເກົ່າ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ດັ່ງ​ນັ້ນ ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວຍ​າມ​ໃດ​ກໍ​ໄດ້​ຮັກ​ສາຫຼັກ​ອະ​ນາ​ໄມ​ຢ່າງ​ສະ​ອາ​ດ​ງາມ​ຕາ, ລາ​ຄາ​ໃຊ້​ຈ່າຍ​ກໍ​ເໝາະ​ສົມ ”

     ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ ໄດ້ ແລະ ພວມ​ແມ່ນ​ວິ​ທີ​ຊຶ່ງ​ແຂວງ​ລາຍ​ເຈົາ​ພວມ​ລົງ​ທຶນ​ພັດ​ທະ​ນາ, ຈາກນັ້ນ​ມຸ່ງ​ໄປ​ສູ່​ການ​ເຮັດ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ, ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ທ້ອງ​ຖິ່ນ ກໍ​ຄື​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ