ຄົ້ນຫາເສັ້ນທາງທຸລະກັນດານຢູ່ຮ່າຢາງ


(vovworld)- ຮ່າ​ຢາງ ແມ່ນ​ແຂວງ​ຫນຶ່ງ​ໃນ​ເຂດ​ພູ​ດອຍ​ທາງ​ພາກ​ເຫນືອ​ຫວຽດ​ນາມ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ທັດ​ສະ​ນີ​ຍະ​ພາບທີ່​ລື​ຊື່​ຫລາຍ​ແຫ່ງ​ເທົ່າ​ນັ້ນ ຫາກ​​ ​ຄວາມ​ສວຍ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ, ເສັ້ນ​ທາງ​ທຸ​ລະ​ກັນ​ດານກໍ​ເປັນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ອີກ​ດ້ວຍ. ບັນ​ດາ​ເສັ້ນ​ທາງ​ໄປ​ເຖິງ​ຮ່າ​ຢາງ ລ້ວນ​ແຕ່​ຕ້ອງ​ຜ່ານ​ຮ່ອມ​ພູ, ​ຕີນ​ພູ, ບາງ​ບ່ອນ​ຂຶ້ນ​ຮອດຈອ​ມ​ພູ, ບາງ​ບ່ອນກໍລຽບ​ແຄມ​ເຫວ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ຄົ້ນຫາເສັ້ນທາງທຸລະກັນດານຢູ່ຮ່າຢາງ - ảnh 1
ບັນ​ດາ​ເສັ້ນ​ທາງ​ທຸ​ລະ​ກັນ​ດານ​ຢູ່ ​ຮ່າ​ຢາງ
ພາບ:internet

        ນັກ​ທ່ອງ​ທ່ຽ​ວ​ຜູ້​ໃດ​ນິ​ຍົມ​ໄປ​ຄົ້​ນ​ຫາ ແນ່ນອນ​ວ່າ ບັນ​ດາ​ເສັ້ນ​ທາງ​ທຸ​ລະ​ກັນ​ດານ​ຢູ່ ​ຮ່າ​ຢາງແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ເຖິງ​ເຂດ​ພູ​ດອຍ​ທາງ​ພາກ​ເຫນືອ​ຫວຽດ​ນາມ. ໄລ​ຍະ​ທາງ​ຈາກ ຮ່າ​ໂນ້ຍ ໄປ​ເຖິງ​ນະ​ຄອນ ຮ່າ​ຢາງ ຍາວກວ່າ 320 ກິ​ໂລ​ແມັດ ແລະ ຂີ່​ລົດ​ໂອ​ໂຕ​ ​ໃຊ້​ເວ​ລາ ພຽງປະ​ມານ 5 ຊົ່ວ​ໂມງ. ສ່ວນ ​​ໄລ​ຍະ​ທາງ​ຈາກ ນະ​ຄອນ ຮ່າ​ຢາງ ໄປ​ເຖິງ​ບັນ​ດາ​ເມືອງ ກວ໋ານ​ບ້າ, ອຽນ​ມີງ, ດົງ​ວັນ, ແມ່ວ​ວາກ ຍາວ​ເກືອບ 200 ກິ​ໂລ​ແມັດ ແຕ່ ຕ້ອງ​ໄປ​ໝົດ​ມື້​ຈຶ່ງ​ມາ​ຮອດ. ຕອນ​ທຳ​ອິດ​ເສັ້ນ​ທາງ ​​ພຽງ ແລະໄປ​​ມາສະ​ດວກ​. ລຽບ​ຕາມ​ເສັ້ນ​ທາງນີ້ ທ່ານ​ຈະ​ເຫັນ​ເຮືອນ​ຊານ​ບ້າ​ນ​ຊ່ອງ​ຂອງ​ຊາວ​ເຜົ່າ​ຢູ່ ຮ່າ​ຢາງ ພ້ອມ​ກັບສວນ​ສາ​ລີ​ທີ່ກວ້າງ​ໃຫຍ່, ຫ້ວຍ​ນ້ຳ​ໄຫລ​ຕະ​ຫລອດປີ, ສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ​. ແຕ່​ເມື່ອໄປ​ຮອດ​ເສັ້ນ​ທາງ ແຫ້ງ​ຟຸກ, ແມ່ນ​ຄ່ອຍໆ​ສູງ​ຂຶ້ນ. ນັກ​ທ່ອງ​ທ່ຽວ​ຕ້ອງ​ຜ່ານ​ກີ່ວ ບັກ​ຊຸມ ຈຶ່ງ​ຮອດ​ເມືອງ ກວ໋ານ​ບ້າ ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ທັດ​ສະ​ນີ​ຍະ​ພາບ​ມີ​ຊື່​ສຽງ​ຄື ນູຍ​ໂດຍ ໂກ​ຕຽນ. ຕໍ່​ມາ​ແມ່ນ​ຮອດ​ເມືອງ ອຽນ​ມີງ ແລະ ​ເລີ່ມ​ຈາກນີ້ ເສັ້ນ​ທາງ​ໄປ​ເຖິງ​ເຂດ​ພູ​ພ​ຽງ​ຫີນ ດົງ​ວັນ ​ຍິ່ງ​ທຸ​ລະ​ກັນ​ດານ​ເທົ່າ​ນັ້ນ ແລະ ໄປ​ຍາກ​ທີ່​ສຸດ.  ເອື້ອຍ ເຕື່ອງວີ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ATA ຫວຽດ​ນາມ ຈຳ​ກັດ ໃຫ້​ຮູ້​ວ່າ: ເສັ້ນ​ທາງ​ຢູ່​ນີ້​ແມ່ນ​ແຄບ, ທົບ​ສອບ, ຟາກ​ທາງເບື້ອງ​ຫນຶ່ງ​ແມ່ນ​ຜາ​ຫ​ີນ ສ່ວນອ​ີກ​ເບື້ອງ​ຫນຶ່ງ​ແມ່ນ​ເຫວ​ເລິກ, ນີ້​ແມ່ນ​ການ​ທົດ​ສອບ​ຄວາມ​ກ້າ​ຫານ​ຂອງ​ນັກ​ທ່ອງ​ທ່ຽວ. ແຕ​່​ພວກ​ທ່ານ​ຈະ​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ເຂດ​ພູ​ຫີນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານເມື່ອ​ຢືນ​ຢູ່​ບ່ອນ​ສູງ.

        “ ບັນ​ດ​າ​ເສັ້ນ​ທາງ​ຢູ່ ຮ່າ​ຢາງ​ແມ່ນ​ທຸ​ລະ​ກັນ​ດານ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​​ຢ້ານ​ຄວາມ​ສູງທີ່​ສຸດ ແຕ່ເມື່ອ​ໄປ​ຜ່ານເສັ້ນ​ທາງ​​ແຄບ​, ແຄມ​ເຫວ​ຊັນ​ຮູ້​ສຶກວ່າ ຕົນ​ເອງ​ແມ່ນ​ຄົນ​ກ້າ​ຫານ​ແລ້ວ ແລະ ເມື່ອ​ຢືນ​ຢູ່​ບ່ອນ​ສູງ​ຫລຽວ​ລົງ​ມາ​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊ​າດ​ສວຍ​ງາມ​ດັ່ງ​ໃນ​ຝັນ, ພິ​ເສດ ແມ່ນ​ຮູບ​ພາບນາ​ຂັ້ນ​ໄດ.”

ຄົ້ນຫາເສັ້ນທາງທຸລະກັນດານຢູ່ຮ່າຢາງ - ảnh 2
ພາບ:internet

        ສະ​ຖານ​ທີ່​ສຸດ​ທ້າຍ​ແມ່ນ ກີ່ວ ໝາ​ປີ​ແລ່ງ, ຊື່ງ​ແມ່ນ​ທາງ​ກີ່ວ​ທຸ​ລະ​ກັນ​ດານ ຂຶ້ນ​ກັບ ເມືອງ​ແມ່ວ​ວາກ. ກີ່ວ ໝາ​ປີ​ແລ່ງ ນອນ​ໃນ​ເສັ້​ນ​ທາງ ແຫ້ງ​ຟຸກ ເຊື່ອມ​ຕໍ່​ນະ​ຄອນ ຮ່າ​ຢາງ ຜ່ານ​ບັນ​ດາ​ເມືອງ ກວ໋ານ​ບ້າ, ອຽນ​ມີງ, ດົງ​ວັນ ແລະ ສິ້ນ​ສຸດ​ແມ່ນ​ເທດ​ສະ​ບານ ແມ່ວ​ວາກ. ເສັ້ນ​ທາງນີ້ ມີ​ລວງ​ຍາວ​ປະ​ມານ 200 ກິ​ໂລ​ແມັດ ແລະ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ປີ 1959 -1965 ໂດຍ​ຊາວ​ຫນຸ່ມ​ຕະ​ລຸມ​ບອນ​ນັບ​ໝື​່ນໆ​ຄົນ​ທີ່​ຂຶ້ນ​ກັບ 16 ຊົນ​ເຜົ່າ​ຂອງ 8 ແຂວງ ທາງ​ພາກ​ເຫນືອ​ຫວຽດ​ນາມ. ດ້ວຍ​ອຸ​ປະ​ກອນ​ຫລ້າ​ຫລັງ ແຕ່​ບັນ​ດາ​ຊາວ​ຫນຸ່ມ​ຕະ​ລຸມ​ບອນ​ໃນ​ໄລ​ຍະ​ນັ້ນ ໄດ້​ຕັດ​ສິນ​ໃຈ​ກໍ່​ສ້າງ​ເສັ້ນ​ທາງ​ໃຫ້​ສຳ​ເລັດ​ເພື່ອ​ຮັບ​ໃຊ້​ຊາວ​ຊົນ​ເຜົ່າ​ມົ້ງ 8 ໝື່​ນ​ຄົນ ຢູ່ 4 ເມືອງ​ເຂດ​ພູ​ສູງ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂອງ ຮ່າ​ຢາງ, ຊ່ວຍ​​ໃຫ້ປະ​ຊາ​ຊົນ​ເຂດ​ພູ​ດອຍ​​ມີ​ຄວາມໃກ້​ຊິດ​ກັບ​ປະ​ຊາ​ຊົນ​ເຂດ​ທົ່ງ​ພຽງ​ກວ່າ.

        ຢືນຢູ່​ບ່ອນ​ສູງ​ສຸດ​ຂອງກີ່ວ ໝ໋າ​ປີ​ແລ່ງ ດ້ວຍ​ຄວາມ​ສູງ​ເກືອບ 2000 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ, ນັກ​ທ່ອງ​ທ່ຽວ​ຈະ​ຮູ​້​ສຶກ​ແປກ​ປະ​ຫລາດ​ຕໍ່​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຫວຽດ​ນາມ. ນາງ ມາຍ​ທິ​ເຮືອງ, ພະ​ນັກ​ງານ​ບໍ​ລິ​ສັດ​ທ່ອງ​ທ່ຽວ vietSense Travel ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ ເມື່ອ​ຢືນ​ຢູ່ບ່ອນ​ສູ​ງ​ສຸດ​ຂອງ​ກີ່ວ ​ ໝ໋າ​ປີ​ແລ່ງ ນັ້ນ​ ແມ່ນ​ຄວາມ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​​ພູ​ຜາ​ປ່າ​ໄມ້​ຢູ່​ທີ່ນີ້ ພິ​ເສດ ແມ່ນ​ແມ່​ນ້ຳ ຍໍ​ເກວໄຫລ​ຜ່ານ​ບັນ​ດາ​ສາຍ​ພູ​ຫີນ​ສ້າງ​ຄວາມ​ງາມ​ທີ່​ແຕກ​ຕ່າງ​ຊື່ງ​ແຫ່ງ​ອື່ນບໍ່​ມີ.”

        ໄປ​ຢ້ຽມ​ຢາມ ແຂວງ ຮ່າ​ຢາງ​ເທື່ອ​ຫນຶ່ງ, ໄດ້​ຜ່ານ​ບັນ​ດາ​ເສັ້ນ​ທາງ​ທຸ​ລະ​ກັນ​ດານ ແລະ ຜ່ານ​ກີ່ວ ໝ໋າ​ປີ​ແລ່ງ ເພື່ອ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ເຂດ​ພູ​ຜາ​ປ່າ​ໄມ້​ໃຫຍ່​ໂຕ​ມະ​ໂຫ​ຖານ​ກໍ​ຄື​ຈຸດ​ທີ່​ເ​ປັ​ນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພູ​ຫີນ ດົ່ງ​ວັນ, ຊົມ​ແມ່​ນ້ຳ ຍໍ​ເກວ ໄຫລ​ຜ່ານ​ສາຍ​ພູ​ຕ່າງໆ… ທຸກ​ສິ່ງ​ທຸກ​ຢ່າງນັ້ນ​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມັກ​ໄປ​ຄົ້​ນ​ຫາ.

ຕອບກັບ

ຂ່າວ/ບົດ​ອື່ນ