ຄົ້ນຫາເຮືອນເກົ່າ ຮວິ່ງຖຸຍເລ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດ

(VOVWORLD) -ເຮືອນເກົ່າ ຮວິ່ງຖຸຍເລ ແມ່ນເຮືອນເລກທີ 255 A ຢູ່ຖະໜົນ ຫງວຽນເຫວ້,  ນະຄອນຊາແດັກ ແຂວງ ດົ່ງທາບ ໄດ້ຮັບການຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດ ເມື່ອປີ 2009. ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເຮືອນເກົ່າຫຼັງນີ້ຍັງມີຊື່ສຽງ ຍ້ອນກ່ຽວຂ້ອງເຖິງຄວາມຮັກບໍ່ມີພົມແດນ ລະຫວ່າງເຈົ້າຂອງເຮືອນ ນັ້ນແມ່ນອ້າຍຊາວຫວຽດເຊື້ອຊາດຈີນ ຮວິ່ງຖຸຍເລ ກັບນັກປະພັນຍິງຊາວ ຝະລັ່ງ ມາກຸຍຣິດດູຣັດ ໃນຊຸມປີຕົ້ນສະຕະວັດທີ 20
ຄົ້ນຫາເຮືອນເກົ່າ ຮວິ່ງຖຸຍເລ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດ - ảnh 1 ເຮືອນເກົ່າ ຮວິ່ງຖຸຍເລ 

ເຮືອນເກົ່າຫຼັງນີ້ໂດຍທ່ານ ຮວິ່ງກ໊ຳຖ້ວນ ເຊິ່ງແມ່ນພໍ່ຂອງ ຮວິ່ງຖຸຍເລ ແລະ ແມ່ນນັກທຸລະກິດຊາວຈີນທີ່ຮັ່ງມີຢູ່ ຊາແດັກ, ກໍ່ສ້າງເມື່ອປີ 1895 ຢູ່ເຂດຄ້າຂາຍທີ່ໜາແໜ້ນແຄມແມ່ນ້ຳ ຊາແດັກ. ມາເຖິງປີ 1917, ເຈົ້າຂອງເຮືອນກໍ່ໄດ້ບູລະນະສ້ອມແປງເຮືອນຫຼັງນີ້ຄືນ. ເຈົ້າຂອງເຮືອນຫຼັງນີ້ແມ່ນທ່ານ ຮວິ່ງຖຸຍເລ ໄດ້ເຖິງແກ່ມໍລະນະກຳເມື່ອ 1972, ພາຍຫຼັງທີ່ທ່ານໄດ້ເຖິງແກ່ມໍລະນະກຳ, ເມຍ ແລະ ລູກຂອງທ່ານໄດ້ໄປຕັ້ງຖິ່ນຖານຢູ່ຕ່າງປະເທດ, ເຮືອນກໍ່ຖືກປະຫວ່າງ. ປີ 1975 ເຮືອນຫຼັງນີ້ກໍ່ໄດ້ກາຍເປັນສຳນັກງານຂອງອຳນາດການປົກຄອງ ແລະ ມາເຖິງ 2007  ເຮືອນຫຼັງນີ້ໄດ້ກາຍເປັນປູຊະນີຍະສະຖານ ເພື່ອຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ. ເຮືອນເກົ່າ ຮວິ່ງຖຸຍເລ ແມ່ນເຮືອນທີ່ປະກອບດ້ວຍ 3 ຫ້ອງຕາມປະເພນີຂອງເຂດທາງທິດຕາເວັນຕົກພາກໃຕ້, ຖ້າເບິ່ງຢູ່ທາງນອກປຽບເໝືອນເຮືອນວິລາ ອອກແບບຕາມສະຖາປັດຕະຍາກຳຂອງຝະລັ່ງ, ແຕ່ເມື່ອເຂົ້າໄປໃນກໍ່ເຫັນມີສະຖາປັດຕະຍາກຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນຈີນ. ຫຼັງຄາເຮືອນຖືກມຸງດ້ວຍດິນຂໍ ທັງສອງເບື້ອງມີຮູບໂຄ້ງຄືດັ່ງຫຼັງຄາຂອງວັດວາອາຮາມ ເຂດພາກເໜືອ. ເນື້ອທີ່ຂອງເຮືອນກໍ່ບໍ່ກວ້າງປານໃດ, ເຄື່ອງໃຊ້ພາຍໃນເຮືອນກໍ່ແມ່ນເຄື່ອງແບບຫຼູຫຼາ, ຫ້ອງໃຫຍ່ຢູ່ທາງໜ້າແມ່ນໃຊ້ເພື່ອບູຊາ ບັນພະບູລຸດ ແລະ ຮັບແຂກ, ສ່ວນຫ້ອງຢູ່ໃນ ກໍ່ແມ່ນບັນດາຫ້ອງນອນ. ນາງ ເລິມທິຮົ່ງຢ໊ຽມ ຜູ້ນຳທ່ຽວພາແຂກໄປຢຽມຊົມເຮືອນເກົ່າ ຮວິ່ງຖຸຍເລ ໃຫ້ຮູ້ວ່າ:

    “ດິນຈີ່ທັງໝົດເພື່ອກໍ່ເຮືອນຫຼັງນີ້ ກໍ່ລ້ວນແຕ່ນຳເຂົ້າຈາກຝະລັ່ງ. ຢູ່ທາງໃນຂອງເຮືອນແມ່ນອອກແບບຕາມສີສັນຂອງຈີນ ຖືກເຮັດດ້ວຍໄມ້. ໄມ້ທັງໝົດຢູ່ໃນເຮືອນກໍ່ລ້ວນແຕ່ແມ່ນໄມ້ປະເສີດ ນຳເຂົ້າຈາກ ກຳປູເຈຍ. ຍ້ອນເຈົ້າຂອງເຮືອນແມ່ນຊາວຈີນ, ດັ່ງນັ້ນຢູ່ຫ້ອງບູຊາ ກໍ່ມີຮູບປັ້ນ ກວນກົງ. ຮູບພາບ ກວນກົງ ຖືກພໍ່ຂອງທ່ານ ຮວິ່ງຖຸຍເລ ຈ້າງນັກແຕ້ມມາຈາກຈີນມາແຕ້ມ. ຮູບພາບນີ້ກໍ່ແມ່ນໜຶ່ງໃນບັນດາຮູບພາບ ທີ່ງາມທີ່ສຸດຢູ່ເຂດທົ່ງເຂດພຽງແມ່ນ້ຳຂອງ ທາງພາກໃຕ້ພາກໃຕ້ ຫວຽດນາມ”.

    ກ່ອນນີ້ເຮືອນຫຼັງນີ້ມີເນື້ອທີ່ກວ່າ 2.000 ຕາແມັດ ເຊິ່ງປະກອບດ້ວນເຮືອນ, ບ່ອນມ້ຽນລົດໂອໂຕ, ເຮືອນຄົວ, ເດີ່ນສວນ, ສອງໜ້າຂອງເຮືອນ ແມ່ນມຸ່ງໄປສູ່ຖະໜົນ ຫງວຽນເຫວ້ ແລະ ຖະໜົນ ເຈິ່ນຮຶງດ້າວ, ແຕ່ເນື່ອງຈາກຂະບວນວິວັດ ຫັນເປັນຕົວເມືອງ ດັ່ງນັ້ນໃນປັດຈຸບັນພຽງແຕ່ຮັກສາເຮືອນຢູ່ເທົ່ານັ້ນດ້ວຍເນື້ອທີ່ 258 ຕາແມັດ. ທ່ານ ຊາວີເອລັນຊີ ນັກທ່ອງທ່ຽວມາຈາກ ບາເຊໂລນາ ແອັດສະປາຍ ເວົ້າຄວາມໃນໃຈສູ່ຟັງວ່າ:

    “ເຮືອນຫຼັງນີ້ແມ່ນງາມທີ່ສຸດ ຍ້ອນມີການປະສົມປະສານ ລະຫວ່າງສະຖາປັດຕະຍາກຳຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກຢ່າງກົມກຽວ. ສຳລັບແຂກທ່ອງທ່ຽວພວກຂ້າພະເຈົ້າແລ້ວ, ນີ້ແມ່ນເຮືອນທີ່ມີຄວາມແຕກຕ່າງກັນຫຼາຍ ເມື່ອທຽບໃສ່ເຮືອນຫຼັງຕ່າງໆ ທີ່ຂ້າພະເຈົ້າກໍ່ໄດ້ເຄີຍໄປຢ້ຽມຊົມກ່ອນນັ້ນ. ພວກຂ້າພະເຈົ້າຊົມຊອບເຮືອນຫຼັງນີ້ທີ່ສຸດ. ຂ້າພະເຈົ້າໄດ້ຮູ້ວ່າເຮືອນຫຼັງນີ້ແມ່ນຂອງນັກທຸລະກິດທີ່ຮັ່ງມີ ດັ່ງນັ້ນເຮືອນຫຼັງນີ້ຖືກອອກແບບກໍ່ສ້າງແບບພິເສດ.”

      ເຮືອນເກົ່າ ຮວິ່ງຖຸຍເລ ມີຊື່ສຽງຍ້ອນປຶ້ມເລື່ອງນະວະນິຍາຍ “ຄົນຮັກ” ແລະ  ຮູບເງົາ “ຄົນຮັກ”, ເຊິ່ງໄດ້ເລົ່າເຖິງຄວາມຮັກທີ່ມີຈິງ ລະຫວ່າງທ່ານ ຮວິ່ງຖຸຍເລ ນັກປະພັນຊາວຝະລັ່ງ ມາກຸຍຣິດດູຣັດ. ແຕ່ກໍ່ຍ້ອນຄວາມແຕກຕ່າງກັນລະຫວ່າງ ຝ່າຍຕາເວັນອອກ ແລະ ຕາເວັນຕົກ ແລະ ກໍ່ບໍ່ສົມຄູ່ລະຫວ່າງສອງຄອບຄົວ, ພໍ່ຂອງ ຮວິ່ງຖຸຍເລ ກໍ່ບໍ່ອະນຸຍາດໃຫ້ສອງຄົນແຕ່ງງານ. ຄວາມຮັກແກ່ຍາວພຽງແຕ່ໄດ້ 18 ເດືອນ. ເມື່ອກັບຄືນສູ່ຝະລັ່ງ, ນັກປະພັນຊາວຝະລັ່ງໄດ້ແຕ່ງປຶ້ມນະວະນິຍາຍ “ຄົນຮັກ” ເຊິ່ງໄດ້ເລົ່າເຖິງເລື່ອງລາວແຫ່ງຄວາມຮັກກ່ອນນີ້ 50 ປີ ປຶ້ມນະວະນິຍານຫົວນີ້ກໍ່ໄດ້ຮັບລາງວັນ ວັນນະຄະດີທີ່ປະເສີດທີ່ສຸດຂອງຊາວຝະລັ່ງ. ນາງ ເລິມທິຮົ່ງຢ໊ຽມ ຜູ້ນຳທ່ຽວເລົ່າຄືນສູ່ຟັງວ່າ:

      “ປຶ້ມນະວະນິຍາຍ ໄດ້ຖືກແປເປັນ 43 ພາສາ ແລະ ໄດ້ຖືກຜະລິດເປັນຮູບເງົາ ທີ່ມີຊື່ສຽງໃນໂລກ. ຮູບເງົາເລື່ອງນີ້ໄດ້ຖືກຖ່າຍທຳເປັນເວລາ 2 ປີ ຄືປີ 1990 ແລະ 1991 ແລະ ນຳມາສາຍຮັບໃຊ້ຜູ້ເມື່ອປີ 1992 ໂດຍຜູ້ກຳກັບການສະແດງຊາວຝະລັ່ງ ຢີນຢັກເກີອັນໂນດ ປະຕິບັດ. ຮູບເງົາເລື່ອງນີ້ໄດ້ຖ່າຍທຳບາງຮູບພາບຢູ່ ຫວຽດນາມຄືຢູ່ ໄຊງ່ອນ, ເກິ່ນເທີ ແລະ ຊາແດັກ ແຕ່ບໍ່ຖ່າຍທຳຢູ່ເຮືອນຫຼັງນີ້. ເມືອລາຈາກກັບນາງ ມາກຸຍຣິດດູຣັດ ທ່ານ ຮວິ່ງຖຸຍເລ ໄດ້ແຕ່ງງານກັບຊາວຫວຽດນາມຄົນໜຶ່ງ ນັ້ນແມ່ນນາງ ຫງວຽນທິໝີ ບ້ານຢູ່ ກໍ່ກົ່ງ ແຂວງ ຕ່ຽນຢາງ ຕາມການຈັດວາງຂອງພໍ່. ທ່ານ ເລ ດຳລົງຊີວິດຢູ່ ຫວຽດນາມ ດ້ວຍຄວາມສຸກທີ່ສຸດ, ສອງຜົວເມຍທ່ານມີລູກນຳກັນ 5 ຄົນ ແລະ ລູກທັງໝົດກໍ່ລ້ວນແຕ່ໄປສຶກສາຮ່ຳຮຽນຢູ່ຝະລັ່ງ”.

       ຜ່ານບັນດາໄລຍະປະຫວັດສາດ ມາຮອດປັດຈຸບັນເຮືອນເກົ່າ ຮວິ່ງຖຸຍເລ ຍັງຄົງໄດ້ຮັບການຮັກສາເກືອບເໝືອນເດີມ. ເຮືອນຫຼັງນີ້ໃນປັດຈຸບັນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ທີ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມແຂວງ ດົ່ງທາບ ກໍ່ບໍ່ພາດໂອກາດແວ່ຍາມ. ແຂກທ່ອງທ່ຽວຕ່າງປະເທດສ່ວນຫຼາຍເມື່ອມີໂອກາດມານີ້  ກໍ່ລ້ວນແຕ່ຮູ້ຈັກເຮືອນຫຼັງນີ້ ຜ່ານນະວະນິຍາຍ “ຄົນຮັກ” ຫຼື ຮູບເງົາທີ່ມີຊື່ດຽວກັນ. ເຂົາເຈົ້າໄດ້ມານີ້ ບໍ່ພຽງແຕ່ເພື່ອຮັບຊົມຄວາມງາມ ດ້ວຍສີສັນເປັນເອກະລັກຂອງເຮືອນຫຼັງນີ້ເທົ່ານັ້ນ ຫາກຍັງເພື່ອຮູ້ສຶກເຖິງພະລັງຊີວິດອັນແຮງກ້າຈາກ ເລື່ອງລາວແຫ່ງຄວາມຮັກ ເຖິງວ່າອັນສັ້ນໆກໍ່ຕາມ ແຕ່ກໍ່ເປັນຄວາມຮັກອະມາຕະ.

ຕອບກັບ

ຂ່າວ/ບົດ​ອື່ນ