ຄຸ້ມເມືອງເກົ່າ ກໍກົງ


(vovworld)- ບໍ່​ມີ​ແຫ່ງ​ໃດ​ຢູ່​ພາກ​ໃຕ​້​ຫວຽດ​ນາມ ຍັງ​ຮັກ​ສາ​ຮ່ອງ​ຮອຍ​ຂອງ​ຕົວ​ເມືອງ​ເກົ່າ​ທີ່​ສວຍ​ງາມຄື​ຢູ່ ເທດ​ສະ​ບານ ກໍ​ກົງ ແຂວງ ຕຽນ​ຢາງ. ຄວາມ​ດູດ​ດື່ມ​ຂອງ​ເຂດ​ຕົວ​ເມືອ​ງນີ້ ບໍ່​ພຽງ​ແຕ່​ແມ່ນ​ຊື່​ເອີ້ນ​ ໝູ່​ບ້ານ​ຕົວ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ສິ​ລະ​ປະສະ​ຖາ​ປັດ​ຕະ​ຍະ​ກຳຕົວ​ເມືອງ​ເກົ່າ​ຢູ່​ເຂດ​ດິນ ກໍ​ກົງ​ໃນ​ເມື່ອ​ກ່ອນ, ມີ​ສີ​ສັນ​ສະ​ເພາະ ແລະ ແຕກ​ຕ່າງ​ກັບ​ບໍ່​ວ່າ​ຕົວ​ເມືອງ​ໃດ​ຂອງ​ຫວຽດ​ນາມ. ບົດ​ຂຽນ​ຂອງ​ ເຍີດ​ເຈື່ອງ ນັກ​ຂ່າວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມຢູ່ ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ: ຄຸ້ມ​ເມືອງ​ເກົ່າ ກໍ​ກົງ

ຄຸ້ມເມືອງເກົ່າ ກໍກົງ  - ảnh 1
ເຮືອນ​ບູ​ຮານ​ຢູ່​ເທດ​ສະ​ບານ ກໍ​ກົງ
ພາບ:tiengiang.vn

        ປະ​ຈຸ​ບັນ ທົ່ວ​ແຂວງ ຕຽນ​ຢາງ ມີ ເຮືອນ​ບູ​ຮານ​ທັງ​ໝົດ 350 ຫລັງ, ໃນ​ນັ້ນ 2/3 ແມ່​ນ​ຕັ້ງ​ຢູ່ ເທດ​ສະ​ບານ ກໍ​ກົງ. ບັນ​ດາ​ວີ​ລາ, ເຮືອນ​ບູ​ຮານ ຢູ່ ກໍ​ກົງ ລ້ວນ​ແຕ່​ໄດ້​ຮັບ​ການກໍ່​ສ້າງດ​້ວຍ​ດິນ​ຈີ່ ຫາກບໍ່​ນຳ​ໃຊ້​ເບ​ຕົງ, ເຫລັກ​ກ້າ​ຄື​ປະ​ຈຸ​ບັນ. ກ່ຽວ​ກັບ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ, ເຮືອນ​ບູ​ຮານ ຢູ່​ທີ່ນີ້ ມີ​ຈຸດ​ຄ້າຍ​ຄື​ກັນ​ກັບ​ເຮືອນ​ບູ​ຮານ​ຢູ່ ພາກ​ກາງ​ຫວຽດ​ນາມ ແລະ ປະ​ສົມ​ປະ​ສານ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ່າຍ​ຕາ​ເວັນ​ຕົກ. ສ່ວນ​ຫລາຍ ເຮືອນ​ບູ​ຮານ​ຢູ່ ກໍ​ກົງ ຖືກ​ອອກ​ແບບ​ດ້ວຍ 3 ຫ້ອງ​ໃຫ​ຍ່ ແລະ 2 ຫ້ອງ​ນ້ອຍ. ຢູ່ ກໍ​ກົງ, ເຮືອນ​ບູ​ຮານ ມີ​ຊື່​ສຽງ​ກວ່າ​ໝູ່ ນັ້ນ​ແມ່ນ ເຮືອນ​ບູ​ຮານ ດົງ​ຟູ​ຫາຍ ຊື່ງ​ແມ່ນ​ຫລັງ​ຄາ​ເຮືອນ​ຂອງ ເຈົ້າ​ນາຍ​ສັກ​ດີ​ນາ​ຂອງ​ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ. ຈຸດ​ທີ່​ດູດ​ດື່ມ​ຂອງ​ເຮືອນ​ຫລັງ​ນີ້ ແມ່ນ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ ໂຣ​ມານ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຝ​ລັ່ງ ແຕ່​ການ​ປະ​ດັບ​ປະ​ດາ​ເຄື່ອງ​ເຟ​ນີ​ເຈີ​ແມ່ນ​ຕາມ​ຮູບ​ແບບ​ຂອງ​ຊາວ​ພາກ​ໃຕ້​ຫວຽດ​ນາມ. ເຮືອນ​ບູ​ຮານ ຫລັງ​ນີ້ ໄດ້​ຮ​ັບ​ການກໍ່​ສ້າງ​ເມື່ອ​ປີ 1890. ປະ​ຈຸ​ບັນ ເຮືອນ​ຫລັງ​ນີ້ ຍັງ​ຮັກ​ສາ​ເຄື່ອງ​ຂອງ​ບູ​ຮານ​ທີ່​ມີ​ຄ່າ​ຫລາຍ​ຢ່າງ​ຄື: ບັນ​ດາ​ພາບ​ແກະ​ຄວັດ​ສະ​ຫລັກ​ດ້ວຍ​ລວດ​ລາຍ​ທີ່​ລະ​ອຽດ​ລະ​ອໍ​ສວຍ​ງາມ, ເຄື່ອງ​ດົນ​ຕີ​ບູ​ຮານ, ຕັ່ງ​,ຕຽງ .. ນອກ​ຈາກ ເຮືອນ​ບູ​ຮານ ດົກ​ຟູ​ຫາຍ ຍັງ​ມີ​ເຮືອນ​ບູ​ຮານ​ອີກ​ຫລັງ​ຫ​ນຶ່ງ​ຢູ່ ເທດ​ສະ​ບານ ກໍ​ກົງ ຂອງ​ລ​ຸງ ຫງວຽນ​ແອງ​ຕວນ. ເຮືອນ​ຫລັງ​ນີ້​ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1885 ແລະ ສຳ​ເລັດ​ຫລັງ​ຈາກນັ້ນ 3 ປີ, ​ການອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອ​ງ​ຝ່າຍ​ຕາ​ເວັນ​ຕົກ ຕາ​ເວັນ​ອອກ ໂດຍ​ບັນ​ດາ​ຊ່າງ​ໄມ້ ຢູ່ ພາກ​ເຫ​ນືອ ແລະ ພາກ​ກາງ​ຫວຽດ​ນາມ ກໍ່​ສ້າງ.

        ບໍ່​ພຽງ​ແຕ່​ມີ​ເຮືອນ​ບູ​ຮານ ໂດຍ​ປະ​ຊ​າ​ຊົນ​ກໍ່​ສ້າງເທົ່າ​ນັ້ນ​, ຫາກ​ຢູ່ເທດ​ສະ​ບານ ກໍ​ກົງ ແຂວງ ຕ​ຽນ​ຢາງ​ ຍັງ​ມີສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ​ ອື່ນ ຫລາຍ​ແຫ່ງ​ຄື: ວີ​ລາ​ຂອງ​ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ລະ​ບອບ​ເກົ່າ, ບັນ​ດາ​ວັດ​ວາ​ອາ​ຮາມ, ສາ​ລາ​ບ້ານ.. ມີ​ອາ​ຍຸ​ນັບ​ຮ້ອຍ​ປີ. ຕົວ​ຢ່າ​ງ​ຄື​: ວີ​ລາ​ຂອງ​ເຈົ້າ​ແຂວງ​ຄົນທຳ​ອິດ​ຂອງ ກໍ​ກົງ​ ທາຍ​ເລີບ​ແທ່ງ ມີ​ອາ​ຍຸ​ເກືອບ 130 ປີ, ສາ​ລາ​ບ້ານ​ຈູງ​ໄດ​້​ຮັບ​ການກໍ່​ສ້າງ​ທ້າຍ​ສັດ​ຕະ​ວັດ​ທີ 19 ດ້ວຍ​ບັນ​ດາ​ຕົ້ນ​ໄມ້​ຫາ​ຍາກ ໃນ​ເນື້ອ​ທີ່ກວ່າ 1000 ຕາ​ລາງ​ແມັດ. ນອກນັ້ນ ຢູ່ ເທດ​ສະ​ບານ ກໍ​ກົງ ຍັງ​ມີ​ສຸ​ສານ ທາຍ​ເຫົ້າ​ຕື​ຢູ ໃນສະ​ໄຫມ​ລາ​ຊະ​ວົງ ຫງວຽນ, ສຸ​ສານ​ວິ​ຊະ​ຊົນ​ແຫ່ງ​ຊາດ ເຈືອງດີ້ງ. ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານນີ້​ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພິ​ເສດ ເຕັມ​ໄປ​ດ້ວຍ​ຄວາມ​ງາມ​ແບບ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຂອງ​ຜູ້​ມີ​ຖາ​ນະບົດ​ບາດສູງ​ໃນ​ສັງ​ຄົມ. ທ່ານ ຟານ​ວັນ​ມີງ, ຊາວ ເທດ​ສະ​ບານ ກໍ​ກົງ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ແມ່ນ ຊາວ ກໍ​ກົງ. ຂ້າ​ພະ​ເຈົ້າ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ກໍ​ກົງ​ແມ່ນ​ເຂ​ດ​ດິນ ມີ​ເຮືອນ​ບູ​ຮານ​ຫລາຍ​ຫລັງ ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເປັນ​ເອ​ກະ​ລັກ​ສະ​ເພາະ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ແຂວງ ຄວນ​ມີ​​ແຜນ​ການລົງ​ທຶນຕື່ມ​ອີກ ເພື່ອ​ຮັກ​ສາບ​ັນ​ດາ​ມໍ​ລະ​ດົກ​ບູ​ຮ​ານນີ້ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນ ກໍ​ກົງ​.”

ຄຸ້ມເມືອງເກົ່າ ກໍກົງ  - ảnh 2
ທົ່ວ​ແຂວງ ຕຽນ​ຢາງ ມີ ເຮືອນ​ບູ​ຮານ​ທັງ​ໝົດ 350 ຫລັງ
ພາບ:dulich.go

        ຈຸ​ດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ເທດ​ສະ​ບານ ກໍ​ກົງ ນັ້ນ​ແມ່ນ ​ບັນ​ດາ​ເຮືອນ​ບູ​ຮານ ສ່ວນ​ຫລາຍ ຂອງ ປະ​ຊາ​ຊົນ ລ້ວນ​ແຕ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ບັນ​ດາ​ລຸ້ນ​ຄົນ​ໃນ​ຄອບ​ຄົວ, ວົງ​ຕະ​ກຸນ​ແມ່ນສືບ​ທອດ​ກັນ​ຮັກ​ສາ, ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ຄື​ດັ່ງ​ຊັບ​ສົມ​ບັດ​ອັນ​ສັກ​ກະ​ລະ​ບູ​ຊາ. ທ່ານ ຟ້​າ​ມ​ວັນ​ຈີງ, ຫົວ​ຫ​ນ້​າ​ພະ​ແນກວັດ​ທະ​ນະ​ທຳ​ຖະ​ແຫລງ​ຂ່າວ ເທດ​ສະ​ບານ ກໍ​ກົງ ແບ່​ງ​ປັນ​ວ່າ:

        “ພວກ​ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ ຖ້າ​ຫາກ​ອະ​ນຸ​ລັກ​ຮັກ​ສາ​ຄຸ້​ມ​ເມືອງ​ເກົ່າ ກໍ​ກົງ ໃຫ້​ໄດ້​ແມ່ນ​ສິ່ງ​ດີ​ທີ່​ສຸດ. ການ​ບູ​ລະ​ນ​ະ​ປະ​ຕິ​ສັງ​ຂອນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ຢູ່ ບໍ​ລິ​ເວນ​ກໍ​ກົງ ແມ່ນ​ວຽກ​ງານ​ຈຸດ​ສຸມ, ໃນ​ນັ້ນ ສຳ​ຄັນ​ແມ່ນ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເຮືອນ​ບູ​ຮານ. ແຕ່​ລະ​ປີ ​ອຳ​ນາດ​ການ​ປົກ​ຄອງທ້ອງ​ຖິ່ນ ລົງ​ທຶນ​ປະ​ມານ 1-2 ຕື້​ດົ່ງ​ເພື່ອ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ.  ພວກ​ຂ້າ​ພະ​ເຈົ້າ​ກໍ​ສ້າງ​ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ເຮືອນ​ບູ​ຮານ.”

                ຕາມ​ທ່ານ ເລ​ອາຍ​ຊຽມ, ອະ​ດີດ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ ຕຽນ​ຢາງ ແລ້ວ, ການ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ ແມ່ນ​ຈຳ​ເປັນ ແລະ ຕ້ອງ​ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ເພື່ອ​ພາຍ​ຫລັງ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ແລ້ວ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານນັ້ນ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບດັ້ງ​ເດີມ​ຂອງ​ມັນ.

        “ຕາມ​ຂ້າ​ພ​ະ​ເຈົ້າ​ແລ້​ວ, ຕ້ອງ​ມີ​ການ​ສຳ​ຫລວດກວດ​ກາ​ທັງ​ໝົດ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ. ຈາກນັ້ນ ຈື່ງ​ກຳ​ນົດ​ໄດ້​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ໃດ​​ຮັບບຸ​ລິ​ມະ​ສິດ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ. ທີ​ສອງ ຕ້ອງ​ມີ​ນະ​ໂຍ​ບາຍ​ກ່ຽວ​ກັບ​ວຽກ​ງານ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ, ກ່ອນ​ອື່ນ​ໝົດ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ວຽກ​ງານ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ລາຍ​ຈ່າຍ, ການ​ປະ​ຕິ​ບັດ​ວຽກ​ງານນັ້ນ​ຄື​ແນວ​ໃດ.”

        ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ ຢູ່​ເທດ​ສະ​ບານ ກໍ​ກົງ ແຂວ​ງ ຕຽນ​ຢາງ ແມ່ນ ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ ຊື່ງ​ ​ຄົນ​ ລຸ້ນກ່ອນ​ປະ​ໄວ້​ໃຫ້​ຄົນລຸ້ນປະ​ຈຸ​ບັນ ຊອກ​ຫາ​ວິ​ທີ​ເພື່ອ​ຮັກ​ສາ, ​ອະ​ນຸ​ລັກ​ຮັກ​ສາ, ບູ​ລະ​ນະ​ປະ​ຕິ​ສັງ​ຂອ​ນບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນັ້ນ ເພື່ອ​ຮັກ​ສາ ເຄື່ອງ​ໝາຍ “ຄ​ຸ້ມ​ເມືອງ​ເກົ່າ ກໍ​ກົງ” ຊື່ງບໍ່​​ມີ​ຢູ່ແຫ່ງ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ