ຄວາມປະທັບໃຈຕໍ່ເຂດປູຊະນີຍະສະຖານ ແບກດັງຢາງ ຢູ່ຫາຍຟ່ອງ

(VOVWORLD) -ໂດຍຖືກຕັ້ງຢູ່ໃກ້ກັບປາກແມ່ນ້ຳແບກດັງ, ຫ່າງຈາກໃຈກາງນະຄອນຫາຍຟ່ອງປະມານ 20 ກມ, ເຂດປູຊະນີຍະສະຖານ ແບກດັງຢາງ ກໍແມ່ນກຸ່ມ ປູຊະນີຍະສະຖານທີ່ເຕົ້າໂຮມບັນດາຫຼັກໝາຍປະຫວັດສາດ, ວັດທະນະທຳ, ການເຫຼື້ອມໃສອັນດັບໜຶ່ງຢູ່ຫາຍຟ່ອງ ຊຶ່ງແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວມາຈາກສາລະທິດ

ຄວາມປະທັບໃຈຕໍ່ເຂດປູຊະນີຍະສະຖານ ແບກດັງຢາງ ຢູ່ຫາຍຟ່ອງ  - ảnh 1ຮູບປັ້ນເຈົ້າຊີວິດເລດ້າຍແຫ່ງ, ເຈົ້າຊີວິດໂງກວຽນ ແລະ

ນາຍພົນເຈີນກ໋ວກຕ້ວນ 

ບໍລິເວນປາກແມ່ນ້ຳແບກດັງຂຶ້ນກັບຕາແສງ ຈາງເກັງ, ເມືອງຖຸຍງວຽນ, ນະຄອນຫາຍຟ່ອງ ແມ່ນສະຖານທີ່ພິເສດເພາະໄດ້ຕິດພັນກັບການສູ້ຮົບທາງນ້ຳ 3 ຄັ້ງ, ເປັນສັນຍາລັກແຫ່ງນ້ຳໃຈອົງອາດກ້າຫານຕ້ານສັດຕູພາຍນອກທີ່ເຂັ້ມແຂງເຂົ້າມາຮຸກຮານຂອງຊາດຫວຽດນາມ. ການສູ້ຮົບທາງນ້ຳຄັ້ງທີ 1 ແມ່ນໃນປີ 938, ເຈົ້າຊີວິດໂງກວຽນ ໄດ້ຕີປະລາໄຊທະຫານເຮືອໜານຊິງ 2 ໝື່ນຄົນ. ຄັ້ງທີ 2 ແມ່ນໃນ 981, ເຈົ້າຊີວິດເລດ້າຍແຫ່ງ ໄດ້ຕີທັບມ້າງພວກທະຫານຕົງ. ຄັ້ງທີ 3 ແມ່ນໃນປີ 1288, ນາຍພົນເຈີນກ໋ວກຕ້ວນ ພ້ອມກັບເຈົ້າຊີວິດໃນລາດຊະວົງເຈີນໄດ້ຕີທັບມ້າງພວກທະຫານງວຽນມົງ. ຍ້ອນເຫດນີ້, ໃນວັນນີ້, ອ້າຍຈູຊວນຫວຽດ ຢູ່ກິມມ້າ ຮ່າໂນ້ຍພ້ອມກັບເມຍຂອງຕົນໄດ້ມານີ້ ຖະຫວາຍທູບທຽນບູຊາ ອາໄລຫາບັນດານັກວິລະຊົນແຫ່ງຊາດ. ອ້າຍຈູຊວນຫວຽດ ໃຫ້ຮູ້ວ່າ : 

     “ ຜູ້ນຳທ່ຽວຫາກໍແນະນຳກ່ຽວກັບວິລະກຳຂອງທັງ ນາຍພົນເຈີນກ໋ວກຕ້ວນ, ໂງກວຽນ ແລະ  ເລດ້າຍແຫ່ງ . ຂ້າພະເຈົ້າເຫັນວ່າ ນີ້ແມ່ນບັນດາວິລະກຳທີ່ລືຊາຜາກົດ, ສະແດງໃຫ້ເຫັນນ້ຳໃຈພິລະອາດຫານຂອງກອງທັບ ແລະ ປະຊາຊົນຫວຽດນາມ, ຄວາມຕັດສິນໃຈປົກປັກຮັກສາອະທິປະໄຕຂອງປະເທດຊາດ ແລະ ສຳລັບຍຸດທະວິທີ ຕີສັດຕູຂອງລຸ່ນປູ່ລຸ່ນພໍ່ ແມ່ນມີຫົວຄິດປະດິດສ້າງທີ່ສຸດ ”

    ແຕ່ປີ 2008, ນະຄອນຫາຍຟ່ອງໄດ້ຕັດສິນໃຈຟື້ນຟູກຸ່ມປູຊະນີຍະສະຖານປະຫວັດສາດຢູ່ ຈາງເກັງ ເພື່ອເປັນການຢັ້ງຢືນຄຸນຄ່າອັນໃຫຍ່ຫຼວງຂອງ ວິລະກຳທີ່ຍິ່ງໃຫຍ່ໃນແມ່ນ້ຳ ແບກດັງ. ພຽງແຕ່ໃນເວລາອັນສັ້ນໆເທົ່ານັ້ນ, ມີຫຼາຍກິດຈະກຳຂອງ ເຂດປູຊະນີຍະສະຖານ ແບກດັງຢາງໄດ້ສ້າງຂຶ້ນ. ອ້າຍຫງວຽນວຽດມ້າ ຢູ່ມີ້ດິງ, ຮ່າໂນ້ຍ ໃຫ້ຮູ້ວ່າ : 

     “ ນີ້ແມ່ນເຂດທ່ອງທ່ຽວທີ່ມີຄວາມໝາຍທາງດ້ານປະຫວັດສາດ, ກ່ຽວກັບບັນດາໄຊຊະນະຂອງຊາດ, ຂອງເຈົ້າຊີວິດ 2 ພະອົງ ແລະ ນາຍພົນທ່ານໜຶ່ງຂອງລາດຊະວົງເຈີນ ຊຶ່ງປະຫວັດສາດໄດ້ບັນທຶກໄວ້. ແລະ ໃນມໍ່ໆມານີ້ , ໃຜໆກໍຮູ້ວ່າ ນະຄອນຫາຍຟ່ອງໄດ້ກໍ່ສ້າງເຂດນີ້ຢ່າງໃຫຍ່ໂຕໂອຖົງ. ນີ້ກໍແມ່ນເຂດທ່ອງທ່ຽວຈິດວິນຍານ. ຊາວຫວຽດນາມເມື່ອໄດ້ຍິນແລ້ວ ກໍຢາກມານີ້ ເພື່ອສະແດງຄວາມຮູ້ບຸນຄຸນ, ທັງເຊີດຊູວິລະກຳແຫ່ງປະຫວັດສາດຂອງລຸ່ນປຸ່ລຸ່ນພໍ່ໃນການຕໍ່ຕ້ານຕ້ານສັດຕູພາຍນອກເຂົ້າມາຮຸກຮານ ”

    ພົ້ນເດັ່ນກ່ວາໝູ່ໃນເຂດປູຊະນີຍະສະຖານ ແບກດັງຢາງແມ່ນກຸ່ມ 3 ພະວິຫານຕິດພັນກັບເຈົ້າຊີວິດເລດ້າຍແຫ່ງ, ເຈົ້າຊີວິດໂງກວຽນ ແລະ ນາຍພົນເຈີນກ໋ວກຕ້ວນ ໄດ້ນຳພາກຳລັງທະຫານຕີປະລາໄຊ ສັດຕູພາຍນອກຈາກທາງທິດເໜືອເຂົ້າມາຮຸກຮານ, ອັນໄດ້ສ້າງວິລະກຳທີ່ຍິ່ງໃຫຍ່ຂອງຊາດຫວຽດນາມ. ທັງ 3 ພະວິຫານນີ້ກໍລ້ວນແຕ່ຖືກປຸກສ້າງຕາມສະຖາປັດຕະຍະກຳທີ່ເກົ່າແກ່ ຊຶ່ງເຮັດດ້ວຍໄມ້ ແລະ ຫີນທຳມະຊາດ, ຖືກປົກຄຸມດ້ວຍຮົ່ມເຢັນຂອງບັນດາຕົ້ນໄມ້ໃຫຍ່ລຽບຕາມສາຍພູແຄມແມ່ນ້ຳ ອັນໄດ້ສ້າງເປັນເຂດຊີວະພາບທີ່ເປັນໜ້າຈັບໃຈ. ທ່ານວູ້ຕວານທັ້ງ, ຫົວໜ້າຄະນະຄຸ້ມຄອງ ເຂດປູຊະນີຍະສະຖານ ແບກດັງຢາງ ໃຫ້ຮູ້ວ່າ : 

    “ ຂ້າພະເຈົ້າມີຄວາມພູມໃຈເມື່ອເຫັນວ່າ ມີນນັກຮຽນຫຼາຍຄົນໄດ້ມານີ້ ເພື່ອຮຽນ ແລະ ຊອກຮູ້ປະຫວັດສາດຕົວຈິງ. ເມື່ອໄດ້ຊົມບັນດາຮູບຈຳລອງ, ວັດຖຸພັນຕ່າງໆນັ້ນ, ອາດຈະວາດພາບໄດ້ເຖິງປູ່ຍ່າຕາຍາຍເມື່ອກ່ອນນີ້ ໄດ້ຕີສັດຕູຄືແນວໃດ. ພວກຫຼານຮຽນປະຫວັດສາດຜ່ານຕົວຈິງ ໂດຍແຕກຕ່າງກັບເຮົາຮຽນເມື່ອກ່ອນນີ້ ພຽງແຕ່ໄດ້ຮູ້ໄດ້ເຫັນຜ່ານປຶ້ມອ່ານເທົ່ານັ້ນ ”

    ຕາມ ຄະນະຄຸ້ມຄອງ ເຂດປູຊະນີຍະສະຖານ ແບກດັງຢາງແລ້ວ, ໃນລະດູງານບຸນໄລຍະ 6 ເດືອນທຳອິດປີ 2017, ເຂດປູຊະນີຍະສະຖານ ແບກດັງຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 6 ໝື່ນເທື່ອຄົນເຂົ້າມາຢ້ຽມຊົມ, ທັດສະນະສຶກສາ. ໃນໄລຍະທີ່ຈະມາເຖິງນີ້, ເຂດປູຊະນີຍະສະຖານ ແບກດັງຢາງ ຈະຈັດຕັ້ງຫຼາຍງານບຸນເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວໃນຕະຫຼອດປີ. ນອກຈາກບັນດາງານບຸນຍາມຕົ້ນລະດູບານໃໝ່ຄື ງານບຸນພະວິຫານເຈີນ ວັນທີ 14 ເດືອນຈຽງ, ວັນໄຫວ້ບູຊາເຈົ້າຊີວິດ ເລດ້າຍແຫ່ງ ວັນທີ 18 ເດືອນຈຽງແລ້ວ, ກໍຍັງມີວັນບຸນວິສາຂະບູຊາ ຄືວັນທີ 15 ເດືອນ 4, ວັນບຸນເຂົ້າປະດັບດິນ ວັນທີ 15 ເດືອນ 7,  ວັນໄຫວ້ບູຊານາຍພົນ ເຕີນກ໋ວກຕ້ວນ ຄືວັນທີ 20 ເດືອນ 8 ໄລ່ຕາມຈັນທະປະຕິທິນ. ເຂດນີ້ພວມຂຶ້ນແຜນລົງທຶນເປີດກ້ວາງ ໃຫ້ກາຍເປັນສວນສາທາລະນະ ໄຊຊະນະ ແບກດັງ ແລະ ໃນອະນາຄົດຈະກາຍເປັນສະຖານທີ່ຈັດຕັ້ງງານບຸນປະເພນີ ສະເຫຼີມສະຫຼອງ ໄຊຊະນະ ແບກດັງແຫ່ງປະຫວັດສາດ. ເຂດປູຊະນີຍະສະຖານແຫ່ງນີ້ ຍັງຖືກນະຄອນ ຫາຍຟ່ອງສະເໜີຕໍ່ລັດຮັບຮອງເປັນ ເຂດປູຊະນີຍະສະຖານລະດັບຊາດພິເສດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ