ງານບຸນດອກບານດ້ຽນບຽນ 2017: ແຫ່ງເຕົ້າໂຮມວັດທະນະທຳ ບັນດາເຜົ່າເຂດ ທາງທິດຕາເວັນຕົກສ່ຽງເໜືອ

ເດືອນ​ມີ​ນາ​ທຸກ​ໆປີ​ແມ່ນຍາມ​ລະ​ດູ​ດອກ​ບານ​​ເລີ່ມ​ບານ​ສະ​ພັ່ງ​ເອ້​ຄວາມ​ງາມ​ໃນ​ທົ່ວ​​ພູ​ຜາ​ປ່າ​ໄມ້ເຂດ​ພູ​ສູງ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຫວຽດ​ນາມ. ນີ້​ກໍ​ແມ່ນ​ຊ່ວງ​ເວ​ລາ​ທີ່​ແຂວງ​ດ້ຽນ​ບຽນ​ຈັດ​ຕັ້ງ​ງານ​ບຸນດອກ​ບານ​ດ້ວຍ​ຈຸດ​ປະ​ສົງ​ເພື່ອ​ເຊີດ​ຊູ, ອະ​ນຸ​ລັກ, ເສີມ​ຂະ​ຫຍາຍ​ບັນ​ດາມ​ໍລະ​ດົກວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ, ຕິດ​ພັນ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອ​ນ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​​ຫວຽດ​ນາມ.

ງານບຸນດອກບານດ້ຽນບຽນ 2017: ແຫ່ງເຕົ້າໂຮມວັດທະນະທຳ ບັນດາເຜົ່າເຂດ ທາງທິດຕາເວັນຕົກສ່ຽງເໜືອ - ảnh 1
ງານ​ບຸນດອກ​ບານແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ແຂວງ​ດ້ຽນບຽນ

       ດອກ​ບານ​ແມ່ນດອກ​ໄມ້​ຊະ​ນິດ​ໜຶ່ງ​ທີ່​ງົດ​ງາມ​ທີ່​ສຸດ ຊຶ່ງ​ເຄີຍ​ບານ​ສະ​ພັ່ງ​ໃນ​ຍາມ​ລະ​ດູ​ບານ​ໃໝ່. ໃນ​ທຸກໆ​ຕອນ​ເຊົ້າ, ຂະ​ນະ​ທີ່​ນ້ຳ​ໝອກກົ້ວ​ຍັງ​ຄ້າງ​ໄວ້​ເທິ່ງ​ ຕົ້ນໄມ້, ໃບ​ຫຍ້າ. ດອກ​ບານ​ໄດ້ບານ​ສະ​ພັ່ງ​ໂດຍບໍ່​ຫົວ​ຊາ​ຕໍ່​ອາ​ກາດ​ໜາວ​ຈັດ​ທີ່​ເຂດ​ພູ​ສູງ, ນີ້​ຈຶ່ງ​ເຫັນ​ໄດ້​ເຖິງ​ພະ​ລັງ​ຊີ​ວິດ​ອັນ​ແຮງ​ກ້າ​ຂອງດອກ​ໄມ້​ຊະ​ນິດນີ້. ດອກ​ບານໄດ້​ຮັບຖື​ວ່າ ແມ່ນ​ສັນ​ຍາ​ລັກ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ວິນ​ຍານ​ຂອງ​ດິນ​ແດນ ແລະ ມະ​ນຸດ​ເຂດ​ພູ​ສູງ​ຊຶ່ງ​ປະ​ດ້ວ​ຍ​ແຂວງ​ເຊີນ​ລາ, ລາຍ​ເຈົ​າ, ລາວ​ກາຍ, ອຽນ​ບ້າຍ, ຮ່​ວາ​ບີງ ແລະ ກາຍ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ເຂດ. ດອກ​ບານໄດ້​ຮັບຖື​ວ່າ ແມ່ນດອກ​ໄມ້​ຊະ​ນິດ​ໜຶ່ງ​ທີ່​ງົດ​ງາມ​ທີ່​ສຸດໃນ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​, ໃນ​ນັ້ນ ດ້ຽນ​ບຽນ​ແມ່ນ​ໜຶ່ງໃນ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ດອກ​ໄມ້​ຊະ​ນິດນີ້ຫຼາຍ​ກວ່າ​ໝູ່.

   ຊຸມ​ປີມໍ່​ໆ​ມານີ້, ພໍ​ແດ​່​ມາຮອດຕົ້ນເດືອນ​ມີ​ນາ, ແຂວງດ້ຽນບຽນ ກໍ​ໄດ້​ຈັດ​ຕັ້ງ ງານ​ບຸນດອກ​ບານຊຶ່ງ​ຕິ​ດ​ພັນ​ກັບ​ການ​ໂຄ​ສະ​ນາ​ດ້ານ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ຊາວ​ທ້ອງ​ຖິ່ນ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ຂອງ ງານ​ບຸນດອກ​ບານ​ດ້ຽນບຽນ 2017 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14/3 ຊຶ່ງ​ຕິດ​ພັນ​ກັບ​ວັນ​ບຸນ​ວັດ​ທະ​ນະ​ທຳ-ກິ​ລາ-ທ່ອງ​ທ່ຽວ​ແຂວງ​ດ້ຽນ​ບຽນ​ຄັ້ງ​ທີ 5 ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ອຸ​ດົມ​ສົ​ມບູນ, ເປັນ​ເອ​ກະ​ລັກ, ໃນ​ນັ້ນ ພິ​ທີ​ໄຂ​ງານ​ບຸນ ແລະ ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 12/3 ຢູ່​ສະ​ໜາມ​ຫຼວງ 7/5. ທ່ານ ເລ​ວັນ​ກຸຍ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​​ການ​ປະ​ຊາ​ຊົນ​ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ :

    “ ລາຍ​ການ​ໄຂ​ງານ​ບຸນ ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ທັນ​ສະ​ໄໝ​ປະ​ສານ​ກັບ​ສີ​ສັນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ໃນ​ແຂວງ​ດ້ຽນ​ບຽນ ແລະ ຕິດ​ພັນ​ກັບ​ຄວາມ​ງາມ​ຂອງ ດອກ​ບານ. ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ບຸນດອກ​ບານ ແລະ ສັບ​ປະ​ດາ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ຂອງ​ດ້ຽນ​ບຽນ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 15/3 ດ້ວຍ​ການ​ເຄື່ອ​ນ​ໄຫວຫຼາຍ​ຢ່າງ. ໃນ​ນັ້ນ, ມີ​ບັນ​ດາ​ການ​ເຄື່ອ​ນໄຫວ​ວັດ​ທະ​ນະ​ທຳ-ກິ​ລາ-ທ່ອງ​ທ່ຽວຢູ່​ບັນ​ດາ​ເມືອງ, ເທດ​ສະ​ບານ, ນະ​ຄອນ​ຕະຫຼອດ​ຮອດ​ບັນ​ດາ​ໝູ່​ບ້ານ ເພື່ອ​ແນະ​ນຳ​ຄວາມງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ບັນ​ດາ​ຫົວ​ໜ່ວຍ​ຈັດ​ຕັ້ງ ”

    ງານ​ບຸນດອກ​ບານປີນີ້ ມີ​ເນື້ອ​ໃນ​ສຳ​ຄັນ 10 ປະ​ການ, ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທີ່ຫຼາຍ​ແຫ່ງ​ໃນ​ທົ່ວ​ບໍ​ລິ​ເວນ​ນະ​ຄອນ​ດ້ຽນ​ບຽນ​ຝູ ຄື : ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ແຂວງ​ດ້ຽນ​ບຽນ, ງານ​ມະ​ໂຫລານ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ, ຟ້ອນ, ດົນ​ຕີ​ພື້ນ​ເມືອງ​ຂອງ​ບັນ​ດາ​ເຜົ່າ; ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນ​ງານ​ບຸນ, ພິ​ທີ​ກຳ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ. ທ່ານ ເລ​ວັນ​ກຸຍ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​​ການ​ປະ​ຊາ​ຊົນ​ແຂວງ ດ້ຽນ​ບຽນ ໃຫ້​ຮູ້​ວ່າ ດ້ຽນ​ບຽນ​ແມ່ນ​ບ່ອນ​ເຕົ້າ​ໂຮມ ແລະ ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ​ຂອງ 21 ເຜົ່າ ແລະ ແຕ່​ລະ​ເຜົ່າ​ກໍ​ມີ​ຈຸດ​ພິ​ເສດ​ສະ​ເພາະ​ທາງ​ດ້ານ​ຮີດ​ຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ...ສິ່ງນີ້​ສ້າງ​ເປັນ​ຮູບ​ພາບຫຼາກຫຼາຍ​ສີ​ສັນ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ປີນີ້. ທ່ານ ເລ​ວັນ​ກຸຍ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​​ການ​ປະ​ຊາ​ຊົນ​ແຂວງ ດ້ຽນ​ບຽນ ກ່າວ​ວ່າ :

    “ ງານ​ບຸນ​ປີນີ້, ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃໝ່​ບາ​ງ​ຢ່າງ, ກ່ອນ​ອື່ນ​ໝົດ​ແມ່ນ​ງານ​ປະ​ກວດ “ ນາງ​ງາມດອກ​ບານ”  ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນາງ​ງາມ​ທີ່​ມາ​ຈາກ 8 ແຂວງ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ແນະ​ນຳ​ກ່ຽວ​ກັບ​ດິນ​ແດນ, ຊາວ​ດ້ຽນ​ບຽນ, ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 8 ແຂວງ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອໄດ້​ພົບ​ປະ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ຊຶ່ງ​ກັນ ແລະ  ​ກັນ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່​ຽວ. ຖັດ​ຈາກນັ້ນ ແມ່ນ​ຮອດ​ການ​ກະ​ກຽມຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ​ຄັ້ງ​ປະ​ຫວັດ​ສາດ​ເມື່ອ​ວັນ​ທີ 7/5. ນີ້​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ເພື່ອ​ເຊື້ອ​ເຊີນ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ເຂົ້າ​ມາ​ດ້ຽນ​​ບຽນ ”

   ມາ​ຮ່ວມງານ​ບຸນດອກ​ບານ, ນອກ​ຈາກ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳແລ້ວ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​, ໃນ​ນັ້ນ​ມີ​​ອາ​ຫານບາງ​ເຍື່ອງ​ທີ່​ເຮັດ​ດ້ວຍດອກ​ບານ. ສຳ​ລັບ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ຜູ້​ໄທ​ຢູ່​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​​ແລ້ວ, ດອກ​ບານ​ແມ່ນ​ສິນ​ພິ​ເສດ​ເພື່ອ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ຍຳ​ດອກ​ບານທີ່​ເປັນ​ເອ​ກະ​ລັກ​ຊຶ່ງ​ມີ​ຄົບ​ລົດ​ສົ້ມ, ເຜັດ, ຫວານ ແລະ ເຄັມ. ເພື່ອ​ປຸງ​ແຕ່ງເຍື່ອງ​ອາ​ຫານ​ຍຳ​ດອກ​ບານໃຫ້​ແຊບນັ້ນ, ແມ່ນ​ຕ້ອງ​ເຂົ້າ​ໄປ​ປ່າ​ເພື່ອ​ເດັດ​ເອົາ​ດອກ​ບານ​ມາ​ເຮັດ, ເພາະ​ດອກ​ບານ​ທີ່​ເດັດ​ມາ​ຈາກ​ປ່າ ແມ່ນ​ມີ​ລົດ​ຫອມ ແລະ ຫວານ​ພິ​ເສດ. ນາງຫຼໍ່​ທິ​ຕ່ຽວ​ແອງ, ຢູ່​ບ້ານ​ວັດ​ທະ​ນະ​ທຳ​ໜອງ​ຈືນ, ຕາ​ແສງ​ນາມ​ແທງ, ນະ​ຄອນ​ດ້ຽນ​ບຽນ​ຝູ, ແຂວງ​ດ້ຽນ​ບຽນ ໃຫ້​ຮູ້​ວ່າ:

    “ ສຳ​ລັບ​ດອກ​ບານ, ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ຜູ້​ໄທ​ສາ​ມາດ​ປຸງ​ແຕ່ງ​ອາ​ຫານ​ໄດ້ຫຼາຍ​ເຍື່ອງ. ໃນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ມັກ​ປຸງ​ແຕ່ງ​ທີ່​ສຸດ​ແມ​່ນເຍື່ອງ​ອາ​ຫານ​ຍຳ​ດອກ​ບານ. ເພາະ​ວ່າ​ລົດ​ຫອມ​ຂອງດອກ​ບານ ປະ​ສານ​ກັບ​ລົດ​ຫອມ​ຂອງ​ຜັກ, ໜໍ່​ໄມ້ຫຼາຍ​ຊະ​ນິດ”

       ຊ່ວງ​ເວ​ລານີ້, ດອກ​ບານ​ເລີ່ມ​ບານ​ສະ​ພັ່ງ . ສີ​ບົວ ແລະ ສີ​ຂາວຂອງດອກ​ບານໄດ້​ປົກ​ຫຸ້ມ​ໄປ​ທົ່ວ 2 ຟາກ​ທາງ​ໄປ​ດ້ຽນ​ບຽນ. ມາ​ຮ່ວມງານ​ບຸນດອກ​ບານ​ໃນ​ຊຸມ​ວັນ​ນີ້, ແຂກ​ທ່​ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ໄດ້​ຄົ້ນ​ຫາ​ຄວາມ​ງາມ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຢູ່ເຂດ​​ພູ​ຜາ​ປ່າ​ໄມ້​ພູ​ສູງ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຫວຽດ​ນາມ, ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫານ​​ທີ່​ເຮັດ​ດ້ວຍດອກ​ບານ, ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປດ້ວຍ​ສີ​ສັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ